ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ຮ່ວມກັບ ສະມາຄົມສະຖາປະນິກ ແລະ ວິສະວະກອນໂຍທາແຫ່ງຊາດລາວ, ແລະ ສະມາຄົມໂຮງແຮມ - ຮ້ານອາຫານ ໄດ້ຮ່ວມກັນຈັດງານ Lao top 3 Expo ຂື້ນເມື່ອຕົ້ນເດືອນມີຖຸນາ 2018 ຜ່ານມາ ໂດຍມີຜູ້ເຂົ້າຮ່ວມວາງສະແດງຈາກນາໆຊາດ ຫລາຍກວ່າ 150 ບໍລິສັດ, ເພື່ອຈັດງານວາງສະແດງຜະລິດຕະພັນໃໝ່ໆ ທາງດ້ານເຕັກໂນໂລຊີ, ດ້ານການກໍ່ສ້າງ ແລະ ອາຄານ, ເຕັກໂນໂລຊີໃນການບໍາບັດນໍ້າ, ວິສາວະກໍາໄຟຟ້າ, , ດ້ານການບໍລິການໂຮງແຮມ, ການປຸງແຕ່ງອາຫານ - ເຄື່ອງດື່ມ, ລົດຍົນ ແລະ ອຸປະກອນອາໄຫຼ່ຕ່າງໆ ແລະ ບໍລິສັດທີ່ມາຮ່ວມວາງສະແດງໃນງານ ຈາກ 12 ປະເທດ ລວມມີ: ຈີນ, ອີຕາລີ, ຮົງກາຣີ, ຍີປຸ່ນ, ເກົາຫລີ, ມາເລເຊຍ, ໄທ, ຫວຽດນາມ ແລະ ສິງກະໂປ ເຂົ້າຮ່ວມ
ພ້ອມກັນນັ້ນ ໃນໄລຍະການຈັດງານຍັງໄດ້ການແຂ່ງຂັນປຸງແຕ່ງອາຫານ ແລະ ການໂຮງແຮມ ເຊີ່ງຈັດໂດຍສະມາຄົມໂຮງແຮມ ແລະ ຮ້ານອາຫານລາວ. ມື້ສຸດທ້າຍຂອງງານ ໄດ້ມີການມອບລາງວັນ ແລະ ໃບຍັງຢື້ນແກ່ຜູ້ຊະນະເລີດ ໃນຫລາຍສາຂາ ເຊັ່ນ: ການບໍລິການດ້ານໂຮງແຮມດີເລີດ, ການປຸງແຕ່ງອາຫານດີເລີດ, ການປຸງແຕ່ງເຄື່ອງດື່ມດີເລີດ
Editor: ກຳປານາດ ລັດຖະເຮົ້າ