ເມືອງ ອາດສະພັງທອງ ແຂວງ ສະຫວັນນະເຂດ ໄດ້ຈັດພິທີປະກາດເອົາບ້ານໃຫ່ຍຫຼຽນໄຊ, ຄ້າຍຄືຕົວເມືອງນ້ອຍ, ຢູ່ທີ່ໂຮງຮຽນມັດທະຍົມສົມບູນບ້ານຫຼຽນໄຊ, ໂດຍເປັນກຽດເຂົ້າຮ່ວມຕັດແຜນຜ້າ ແລະ ເປີດປ້າຍລັ່ນຄ້ອງຂອງທ່ານ ປະລິນຍາເອກ ກົງຈັກ ໜໍ່ແກ້ວ ຫົວໜ້າພະແນກການເງິນແຂວງ; ມີທ່ານ ລໍາທອງ ຂອບສີລາວົງ ເຈົ້າເມືອງອາດສະພັງທອງ, ມີບັນດາທ່ານເຈົ້າເມືອງ 5 ຕົວເມືອງເຂົ້າຮ່ວມ, ມີການນໍາອ້ອມຂ້າງແຂວງ, ການນໍາຂັ້ນເມືອງ, ອໍານາດການປົກຄອງທ້ອງຖິ່ນໃນທົ່ວເມືອງ, ພໍ່ແມ່ປະຊາຊົນບ້ານຫຼຽນໄຊ ເຂົ້າຮ່ວມ.
ບ້ານຫຼຽນໄຊ ແມ່ນເປັນບ້ານໜຶ່ງທີ່ຂຶ້ນກັບເມືອງ ອາດສະພັງທອງ ປະກອບມີປະຊາກອນ ທັງໝົດ 1.791 ຄົນ, ຍິງ 814 ຄົນ, ມີ 17 ໜ່ວຍປົກຄອງ, ມີ 283 ຫຼັງຄາເຮືອນ, ມີ 369 ຄອບຄົວ. ອາຊີບຕົ້ນຕໍ່ ແມ່ນເຮັດນາເປັນອາຊີບຫຼັກ, ຄ້າຂ້າຍ ແລະ ປູກຝັງ-ລ້ຽງສັດເປັນອາຊີບເສີມ. ບ້ານດັ່ງກ່າວໄດ້ຮັບການປະກາດເປັນບ້ານພັດທະນາໃນຄັ້ງວັນທີ 29 ທັນວາ 2015; ໂດຍໄດ້ສຶບຕໍ່ແຜນການສ້າງບ້ານໃຫ່ຍໃຫ້ຄ້າຍຄືຕົວເມືອງນ້ອຍ ຢູ່ໃນຊົນນະບົດ ເຊິ່ງປະຕິບັດຕາມເງື່ອນໄຂການກໍ່ສ້າງບ້ານໃຫ່ຍໃຫ້ຄ້າຍຄືຕົວເມືອງນ້ອຍໃນຊົນນະບົດ ຕາມດໍາລັດ 309/ນຍ. ສໍາລັບ ການຈັດຕັ້ງປະຕິບັດໃນຊຸມປີຜ່ານມາແມ່ນອີງໃສ່ 4 ວຽກໃຫ່ຍ ຄື: ເອົາໃຈໃສ່ທາງດ້ານການເມືອງ-ແນວຄິດ, ສຶກສາອົບຮົມປະຊາຊົນໃຫ້ເຂົ້າໃຈແຈ້ງຕໍ່ແນວທາງນະໂຍບາຍຂອງພັກ-ລັດ ກ່ຽວກັບການສ້າງບ້ານໃຫ່ຍໃຫ້ຄືຕົວເມືອງນ້ອຍຢູ່ຊົນນະບົດ; ນອກນັ້ນ; ຍັງໄດ້ເອົາໃຈໃສ່ທາງດ້ານວຽກງານປ້ອງກັນຊາດ, ດ້ານເສດຖະກິດ ແລະ ວຽກງານວັດທະນະທໍາ-ສັງຄົມ.
Editor: ນັກຂ່າວເມືອງອາດສະພັງທອງ