ໃນທ້າຍອາທິດຜ່ານມານີ້ ເຈົ້າໜ້າທີ່ ປກສ ບໍລິການປະຊາຊົນ ກຸ່ມບ້ານປາກງາວ, ແຂວງບໍ່ແກ້ວ ໄດ້ລົງເຄື່ອນໄຫວເຂດຮັບຜິດຊອບ. ໄດ້ເຫັນຊາຍຄົນໜຶ່ງຂີ່ລົດຈັກມາ ທ່າທາງມີພິລຸດ ເຈົ້າໜ້າຈຶ່ງໄດ້ລັດ ແລະ ທຳການກວດກາຕາມຕົນຕົວ ຜ່ານການກວດກາພົບເຫັນວ່າມີຢາເສບຕິດ(ປະເພດຢາບ້າ) ຢູ່ໃນຖົງພາຍ ຈຳນວນ 6 ເມັດ ດັ່ງນັ້ນ ເຈົ້າໜ້າທີ່ ຈຶ່ງໄດ້ກັກຕົວຜູ້ກ່ຽວມາທຳການສືບສວນ-ສອບສວນຜ່ານການສືບສວນ-ສອບສວນ ໃນເບື້ອງຕົ້ນຈຶ່ງໄດ້ຮູ້ວ່າ ຜູ້ກ່ຽວ ຊື່ທ້າວ ສົມຫມອນ ແລະ ໄດ້ໃຫ້ການຕໍ່ເຈົ້າໜ້າທີ່ວ່າ ຢາບ້າຈຳນວນດັ່ງກ່າວນີ້ ແມ່ນຂອງຕົນແທ້ ໄດ້ຊື່ມາຈາກທ້າວ ຄຳລໍ ບ້ານໃຫ່ຍດອນຄູນ(ຄຸ້ມພູຫຼວງ) ເມື່ອຮູ້ແນວນັ້ນ ເຈົ້າໜ້າທີພວກເຮົາຈື່ງໄດ້ໂທຫາ ພະແນກຕຳຫຼວດ ກອງບັນຊາການ ປກສ ເມືອງຫ້ວຍຊາຍ ຂໍຄຳສັ່ງກວດຄົ້ນ ແລະ ໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງແລ້ວທຳການກວດຄົ້ນເຮືອນ ທ້າວ ຄຳລໍ ອາຍຸ 26 ປີ ຢູ່ບ້ານດອນຄູນ (ຄຸ້ມພູຫຼວງ) ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ, ຜ່ານການກວດຄົ້ນເຮືອນໄດ້ ພົບເຫັນຢາເສບຕິດ(ປະເພດຢາບ້າ) ຢູ່ໃນຫ້ອງນອນ ຈຳນວນ 45 ເມັດ ຢູ່ໃນຕົນຕົວຂອງທ້າວ ຄໍາລໍ ຈໍານວນ 10 ເມັດ ແລະ ປືນແກັບ 1 ກະບອກ ຫຼັງຈາກນັ້ນທາງເຈົ້າໜ້າທີ່ຂອງພວກເຮົາ ກໍ່ໄດ້ກັກຕົວພວກກ່ຽວທັງສອງ ມາດໍາເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.
Editor: ບໍແກ້ວ