ພິທີປະກາດ 4 ບຸກ ຮອບ III ແລະ ກອງປະຊຸບຄົບຄະນະຄັ້ງທີ IV ຂອງຄະນະບໍລິຫານງານຊາວໜຸ່ມເມືອງໝື່ນ, ແຂວງວຽງຈັນ ຈັດຂຶ້ນໃນວັນທີ 12 ມີຖຸນາ 2018 ຢູ່ສະໂມສອນໃຫຍ່ຫ້ອງວ່າການປົກຄອງເມືອງໝື່ນ ພາຍໃຕ້ການເປັນປະທານ ຂອງ ທ່ານ ຝືລີ ລີເລ່ຍນູ ຄະນະບໍລິຫານງານຊາວໜຸ່ມແຂວງ, ເລຂາຄະນະບໍລິຫານງານຊາວໜຸ່ມເມືອງ ,ໃຫ້ກຽດເຂົ້າຮ່ວມໂດຍທ່ານ ພູວອນ ບຸນວິໄລ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ - ເມືອງໝື່ນ, ທ່ານ ນາງ ຈັນທະຄອນ ສີອຳພອນ ກຳມະການພັກເເຂວງ, ຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງວຽງຈັນ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຄະນະຫ້ອງການ, ເລຂາໜ່ວຍຊາວໜຸ່ມຮາກຖານ ແລະ ສະມາຊິກຊາວໜຸ່ມທົ່ວເມືອງເຂົ້າຮ່ວມ.
ທ່ານ ຝືລີ ລີເລ່ຍນູ ຄະນະບໍລິຫານງານຊາວໜຸ່ມແຂວງ, ເລຂາຄະນະບໍລິຫານງານຊາວໜຸ່ມເມືອງໝື່ນ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ແລະ ບົດສະຫຼຸບຕີລາຄາລວມການຈັດຕັ້ງປະຕິບັດວຽກງານໄລຍະ 1 ປີ ຜ່ານມາ ຂອງຄະນະບໍລິຫານງານຊາວໜຸ່ມເມືອງໝື່ນ, ຜ່ານກົດລະບຽບວຽກງານກອງທຶນຊາວໜຸ່ມ ສະບັບປັບປຸງໃໝ່ ຈາກນັ້ນ ໜ່ວຍຊາວໜຸ່ມສຳນັກງານອົງການ, ຊາວໜຸ່ມຕົວແບບ ແລະ ບັນດາແຂກ ຜູ້ແທນກອງປະຊຸມ ກໍ່ໄດ້ປະກອບຄຳຄິດຄຳເຫັນໃສ່ກອງປະຊຸມຢ່າງກົງໄປກົງມາ, ກອງປະຊຸມໄດ້ຜ່ານຂໍ້ຕົກລົງຂອງຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແຂວງວຽງຈັນ ສະບັບເລກທີ 293 /ຄຊປປລ ລົງວັນທີ 28 ມີນາ 2018 ວ່າດ້ວຍ: ການຢັ້ງຢືນຄະນະຊາວໜຸ່ມປະຊາຊົນປະຕິວັດລາວ 4 ບຸກ, ຈາກນັ້ນ ທ່ານ ນາງ ຈັນທະຄອນ ສີອຳພອນ ກຳມະການພັກເເຂວງ, ຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງວຽງຈັນ ກໍ່ໄດ້ມອບໃບຢັ້ງຢືນຊາວໜຸ່ມ 4 ບຸກຮອບ III ໃຫ້ຊາວໜຸ່ມທົ່ວເມືອງໝື່ນ ຕ່າງໜ້າຂຶ້ນຮັບໂດຍທ່ານ ຝືລີ ລີເລ່ຍນູ ຄະນະບໍລິຫານງານຊາວໜຸ່ມແຂວງ, ເລຂາຄະນະບໍລິຫານງານຊາວໜຸ່ມເມືອງ ແລະ ໄດ້ມອບໃບຍ້ອງຍໍຂອງຄະນະບໍລິຫານງານຊາວໜຸ່ມແຂວງ ໃຫ້ ຄະນະຮັບຜິດຊອບ ແລະ ຄະນະບໍລິຫານງານຊາວໜຸ່ມເມືອງ ທີ່ມີຜົນງານດີເດັ່ນໃນການຊີ້ນຳ - ນຳພາການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ, ມອບໃບຍ້ອງຍໍຂອງທ່ານ ເຈົ້າເມືອງ - ເມືອງໝື່ນ ໃຫ້ກັບຊາວໜຸ່ມຕົວແບບ 4 ບຸກ 2 ທ່ານ ຕື່ມອີກ.
Editor: ຕະວັນ ແສງສະຫວັນ