ກອງປະຊຸມເຜີຍແຜ່ກົດໝາຍທີ່ພົວພັນເຖິງແມ່ຍິງ-ເດັກ ແລະ ຊຸກຍູ້ການປະຕິບັດວຽກງານສະຫະພັນແມ່ຍິງ ຢູ່ ເມືອງໂພນໂຮງ ຈັດຂື້ນ ໃນ ວັນ ທີ 8 ມິຖຸນາ 2018 ຢູ່ທີ່ສະໂມສອນໃຫຍ່ຂອງເມືອງ, ພາຍໃຕ້ການເປັນປະທານຂອງທ່ານ ນາງ ລຳເງິນ ພັນທະວົງ ກຳມະການພັກເມືອງ ປະທານສະຫະພັນແມ່ຍິງເມືອງໂພນໂຮງ ,ໃຫ້ກຽດເຂົ້າຮ່ວມມີ ທ່ານ ນາງ ຈັນທະບູນ ໂພສະລາດ ກຳມະການພັກແຂວງ ປະທານສະຫະພັນ ແມ່ຍິງ ແຂວງວຽງຈັນ, ມີທ່ານ ທອງໄຊ ສູນທະວົງ ຮອງເລຂາພັກເມືອງ ປະທານ ແນວລາວສ້າງຊາດເມືອງ, ມີບັນດາຂະແໜງການກ່ຽວຂ້ອງຂັ້ນແຂວງ, ມີຮາກຖານສະຫະພັນແມ່ຍິງ, ສຳນັກງານ, ຫ້ອງການ, ກົມກອງ ແລະ ເອື້ອຍ ນ້ອງແມ່ຍິງພາຍໃນເມືອງເຂົ້າຮ່ວມ.
ໃນການເຜີຍແຜ່ກົດໝາຍທີ່ພົວພັນເຖິງ ແມ່ຍິງ - ເດັກ ແລະ ຊຸກຍູ້ສົ່ງເສີມ ການປະຕິບັດວຽກງານຂອງສະຫະພັນແມ່ຍິງ ຢູ່ ເມືອງໂພນໂຮງ ຄັ້ງນີ້ ກໍ່ເພື່ອເຜີຍແຜ່ກົດໝາຍ ວ່າດ້ວຍ ສະຫະພັນແມ່ຍິງລາວ ນະໂຍບາຍຂອງພັກ - ລັດ ກ່ຽວກັບແມ່ຍິງ, ພາລະບົດບາດຂອງສະຫະພັນແມ່ຍິງລາວ, ການພັດທະນາ ແລະ ປົກປ້ອງແມ່ຍິງ ແລະ ກົດໝາຍອື່ນໆ ແນ່ໃສ່ ເພື່ອເຮັດໃຫ້ເອື້ອຍນ້ອງແມ່ຍິງ ຕະຫຼອດຮອດພາກສ່ວນຕ່າງທີ່ກ່ຽວຂ້ອງໄດ້ຮັບຮູ້ ແລະ ເຂົ້າໃຈ ພ້ອມກັນຊຸກຍູ້ສົ່ງເສີມການປະຕິບັດ ວຽກງານ ຂອງສະຫະພັນແມ່ຍິງເມືອງໂພນໂຮງ ໂດຍສະເພາະ ວຽກງານແມ່ຍິງ-ເດັກນ້ອຍ ແລະ ວຽກງານອື່ນໆ ໃຫ້ບັນລຸຕາມຄາດໜາຍທີ່ວາງໄວ້.
ໃຫກຽດຂື້ນນຳພາເຜີຍແຜ່ກົດໝາຍ ໂດຍ ທ່ານ ນາງ ຈັນທະບູນ ໂພສະລາດ ກຳມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງວຽງຈັນ ຊຶ່ງທ່ານ ກໍ່ໄດ້ຍົກໃຫ້ເຫັນກົດໝາຍທີ່ສຳຄັນ ເປັນຕົ້ນ ກົດໝາຍວ່າດ້ວຍ ການພັດທະນາ ແລະ ປົກປ້ອງແມ່ຍິງ, ກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ-ເດັກນ້ອຍ, ການປົກປ້ອງ ແລະ ສິດຜົນປະໂຫຍດຂອງເດັກ ແລະ ຜ່ານດຳລັດ ເລກທີ 198/ນຍ ຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງດອງ ລະຫວ່າງ ພົນລະເມືອງລາວ ກັບຄົນຕ່າງປະເທດ.
ໂອກາດດັ່ງກ່າວນີ້ ທ່ານ ທອງໄຊ ສູນທະວົງ ຮອງເລຂາພັກເມືອງ ປະທານແນວລາວສ້າງຊາດເມືອງ ກໍ່ໄດ້ມີຄຳເຫັນຕໍ່ພິທີເຜີຍແຜ່ກົດໝາຍຄັ້ງນີ້ ທ່ານໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງກົດໝາຍ ທີ່ພົວພັນເຖິງແມ່ຍິງ, ນະໂຍບາຍຕ່າງໆຂອງພັກ - ລັດ ທີ່ມີຕໍ່ແມ່ຍິງ -ເດັກນ້ອຍ ເພື່ຶອຊຸກຍູ້ສົ່ງເສີມໃຫ້ແມ່ຍິງ-ເດັກນ້ອຍ ໃຫ້ໄດ້ຮັບການພັດທະນາ ມີຄຸນນະພາບຊີວິດທີ່ດີຂື້ນ ຕາມແນວທາງນະໂຍບສຍຂອງພັກ-ລັດທີ່ວາງອອກ.
Editor: ເມືອງໂພນໂຮງ