ເມືອງປາກລາຍ, ແຂວງໄຊຍະບູລີ, ຈັດພິທີ ສະເຫລີມສະຫລອງວັນສິ່ງແວດລ້ອມໂລກ ໃນວັນທີ 8 ມິຖຸນາ 2018 ຜ່ານມາ ໂດຍມີທ່ານ ສົມດີ ຄົງສະຫວັນ, ຮອງເລຂາພັກເມືອງ, ຮອງເຈົ້າເມືອງ-ເມືອງປາກລາຍ, ມີທ່ານ ອາລີ ສີປະເສີດ, ກໍາມະການພັກເມືອງ ຫົວຫນ້າຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງເເວດລ້ອມເມືອງ, ມີຜູ້ຕ່າງຫນ້າຈາກບັນດາຫ້ອງການອ້ອມຂ້າງເມືອງ, ພ້ອມດ້ວຍພະນັກງານບໍານານ-ອາວຸດໂສປະຕິວັດ, ພະນັກງານ-ລັດຖະກອນ, ນາຍບ້ານອ້ອມຂ້າງເທດສະບານເມືອງເຂົ້າຮ່ວມ.
ທັງນີ້, ກໍ່ເປັນການປູກຈິດສໍານຶກໃຫ້ບັນດາຜູ້ເຂົ້າຮ່ວມຕະຫລອດເຖິງພໍ່ແມ່ປະຊາຊົນພາຍໃນເມືອງປາກລາຍ ມີຄວາມເຂົ້າໃຈຕໍ່ກັບວຽກງານສິ່ງແວລ້ອມຫລາຍຂື້ນ. ທ່ານ ສົມດີ ຄົງສະຫວັນ, ຮອງເລຂາພັກເມືອງ, ຮອງເຈົ້າເມືອງ-ເມືອງປາກລາຍ ໃຫ້ຮູ້ວ່າ: ການສະເຫລີມສະຫລອງວັນດັ່ງກ່າວນີ້ ໃນປີນີ້ ມີຫົວຂໍ້ວ່າ: ພາຍໃຕ້ການເຊື່ອມໂຍ່ງ ມະນຸດກັບທຳມະຊາດ ພາຍໃຕ້ຄຳຂັວນ ຫລຸດຜ່ອນ ປາສະຕິກ ຫລຸດຜ່ອນມົນລະພິດ ແລະ ໃນພິທີຍັງໄດ້ຮັບຟັງການເຜີຍແຜ່ຫວນຄືນ ກ່ຽວກັບວັນສິ່ງແວດລ້ອມໂລກ, ມີການນໍາສະເຫນີກຽ່ວກັບສິ່ງແວດລ້ອມໂລກໃນປະຈຸບັນ.
ຈາກນັ້ນ, ກໍ່ໄດ້ມີການຈັດກິດຈະກໍາຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດວັນດັ່ງກ່າວອີກດ້ວຍ.
Editor: ນັກຂ່າວເມືອງປາກລາຍ