ໃນວັນທີ 5 ມິຖຸນາ 2018 ນີ້ຢູ່ທີ່ເມືອງຄູນຄໍາ, ແຂວງຄໍາມ່ວນ ຮາກຖານກໍາມະບານຂົງເຂດການເມືອງ ໄດ້ຈັດກອງປະຊຸມໃຫຍ່ຂອງຕົນຂຶ້ນ ໂດຍການເປັນປະທານຂອງທ່ານ ແກ້ວລັນດອນ ຈັນທະປານີ ເຈົ້າເມືອງໆຄູນຄຳ, ທ່ານ ສີວິໄຊ ສາລີວົງ ປະທານສະຫະພັນກໍາມະບານເມືອງ, ມີຄະນະໜ່ວຍ ກໍາມະບານຮາກຖານຂົງເຂດການເມືອງ, ສະມາຊິກກຳມະບານເຂົ້າຮວ່ມທັງໝົດ 23 ຄົນ, ຍິງ 6 ຄົນ.
ທ່ານ ໃຫຍ່ ປານີວົງ ປະທານກໍາມະບານຮາກຖານ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານກຳມະບານໃນໄລຍະຜ່ານມາຄື : ໜ່ວຍກໍາມະບານຮາກຖານຂົງເຂດການເມືອງ ປະກອບດ້ວຍ 3 ຫ້ອງການຄື: ຫ້ອງການກວດກາພັກ-ລັດເມືອງ, ຫ້ອງການຄະນະຈັດຕັ້ງເມືອງ ແລະ ຄະນະໂຄສະນາອົບຮົມເມືອງ. ຮາກຖານກໍາມະບານ ຂົງເຂດການເມືອງ ແມ່ນອົງການຈັດຕັ້ງໜຶ່ງທີ່ຂຶ້ນກັບສະຫະພັນກຳມະບານເມືອງຄູນຄຳ. ປະກອບມີຄະນະບໍລິຫານງານ 3 ສະຫາຍ, ມີສະມາຊິກທັງໝົດ 21 ສະຫາຍ, ຍິງ 5 ສະຫາຍ, ຄະນະກໍາມະບານຮາກຖານຂົງເຂດການເມືອງ ໄດ້ມີການເຄື່ອໄຫວເອົາໃຈໃສ່ຝືກຝົນຫຼໍ່ຫຼອມຕົນເອງໃຫ້ເປັນພະນັກງານທີ່ດີ ມີຄວາມຮັບຜິດຊອບຕໍ່ລະບຽບວິໃນສູງເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງ ພັກ-ລັດ ປະກອບສ່ວນເຂົ້າໃນການແກ້ໄຂທຸກບັນຫາທີ່ການຈັດຕັ້ງ ແລະ ຂັ້ນເທິງມອບໝາຍໃຫ້ເພື່ອບັນລຸເປົ້າໝາຍ, ສ້າງຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແນໃສ່ປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງຊາວກຳມະກອນ, ສະມາຊິກກຳມະບານ ແລະ ຊາວຜູ້ອອກແຮງງານທາງດ້ານເຫື່ອແຮງ ແລະ ສະຕິປັນຍາ.
ໂອກາດດຽວກັນນີ້ ບັນດາສະມາຊິກກຳມະບານ ຍັງໄດ້ໃຊ້ສິດໃຊ້ສຽງປ່ອນບັດຄັດເລືອກເອົາຄະນະກໍາມະບານຊຸດໃໝ່ ເຊິ່ງເລືອກໄດ້ ທ່ານ ໃຫຍ່ ປານີວົງ ເປັນປະທານຮາກຖານກໍາມະບານ ຊຸດໃໝ່, ທ່ານ ແກ້ວອຸດອນ ແກ້ວມະນີ ເປັນຮອງປະທານ ແລະ ທ່ານ ພອນໄຊ ແກ້ວປານີ ເປັນກໍາມະການ.
Editor: ນັກຂ່າວເມືອງຄູນຄຳ