ທິດຜ່ານມາ ທີມງານ UFO ໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອ ປະຊາຊົນບ້ານສັນແຟນ, ເມືອງຄໍາ ຂື້ນທີ່ຫ້ອງວ່າການປົກຄອງເມືອງຄຳ ແຂວງຊຽງຂວາງ ຢ່າງເປັນທາງການ. ໂດຍເປັນກຽດຕາງໜ້ານຳເຄື່ອງມາມອບໃນຄັ້ງນີ້ຂອງ ທ່ານ ແມ່ຕູ້ ແສງບຸນເພັດ ສຸຍາລີນ ບ້ານສີວິໄລ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ມີ ທ່ານ ສົມຈິດ ສີດາລາ ກຳມະການພັກເມືອງ ຫົວໜ້າຫ້ອງວ່າການປົກຄອງເມືອງຄຳ, ມີຄະນະຮັບຜິດຊອບອັກຄີໄພໄຟໄໝ້ ບ້ານສັນແຟນ, ພ້ອມດ້ວຍພະນັກງານລັດຖະກອນຫ້ອງວ່າການປົກຄອງເມືອງຄຳ ເຂົ້າຮ່ວມ.
ທ່ານ ແມ່ຕູ້ ແສງບຸນເພັດ ສຸຍາລີນ ກໍ່ໄດ້ຂື້ນກ່າວມອບເຄື່ອງກ່ອນອື່ນໝົດທ່ານຍັງໄດ້ກ່າວສະ ແດງຄວາມເປັນຫ່ວງເປັນໄຍ ຕໍ່ເຫດການດັ່ງກ່າວພ້ອມນັ້ນກໍ່ຍັງໄດ້ກ່າວວ່າ: ເຄື່ອງທີ່ນຳມາມອບໃນຄັ້ງນີ້ປະກອບມີເຄື່ອງນຸ່ງຫົ່ມ, ອາຫານແຫ້ງ ລວມເປັນເງີນທັງໝົດ 10 ລ້ານກ່ວາກີບ. ຈາກນັ້ນທ່ານ ສົມຈິດ ສີດາລາ ກຳມະການພັກເມືອງ ຫົວໜ້າຫ້ອງວ່າການປົກຄອງເມືອງຄໍາ ກໍ່ໄດ້ຂື້ນກ່າວຮັບ ແລະ ສະແດງ ຄວາມຂອບອົກຂອບໃຈນຳ ທ່ານ ແມ່ຕູ້ ແສງບຸນເພັດ ສຸຍາລີນ ທີ່ໄດ້ຕາງໜ້າໃຫ້ແກ່ທີມງານ UFO ທີ່ໃຫ້ ການຊ່ວເຫຼືອບັນເທົາທຸກຕໍ່ເຫດການທີ່ເກີດຂື້ນ.
ຈຸດປະສົງກໍ່ເພືອເປັນການເຕົ້າໂຮມຄວາມສາມັກຄີຮັກແພງຊ່ວຍເຫຼືອອູ້ມຊູ, ໃຫ້ກໍາລັງໃຈເຊີ່ງກັນ ແລະ ກັນ ໃນການພັດທະນາຊີວິດຄອບຄົວໃນຕໍ່ໜ້າໃຫ້ມີບາດກ້າວຂະຫຍາຍຕົວຂື້ນເທື່ອລະກ້າວ.
Editor: ກຳປານາດ ລັດຖະເຮົ້າ