ວັນທີ 8 ມິຖຸນາ 2018 ຜ່ານມານີ້ ທີ່ໂຮງຮຽນມັດທະຍົມສົມບູນໂພນທອງ ເມືອງໂພນທອງ ແຂວງຫລວງພະບາງ ໄດ້ຈັດພິທີສະຫຼຸບວຽກງານ ການຮຽນ-ການສອນ ປະຈຳສົກຮຽນ 2017-2018 ແລະ ປິດສົກຮຽນຂື້ນຢ່າງເປັນທາງການ ໂດຍປະທານຂອງ ທ່ານ ທອງພັນ ແກ້ວມະນີ ອຳນວຍການໂຮງຮຽນມັດທະຍົມສົມບູນ ໂພນທອງ, ມີ ທ່ານ ອໍາຄາ ແກ້ວອໍາພອນ ຮອງຫົວໜ້າຫ້ອງການ ສຶກສາທິການ ແລະ ກິລາເມືອງ, ທ່ານ ສິງຄໍາ ແກ້ວອໍາພອນ ສະມາຄົມພໍ່ແມ່ນັກຮຽນ, ພ້ອມດ້ວຍແຂກຮັບເຊີນ, ອົງການປົກຄອງເມືອງ, ຄູ-ອາຈານ ແລະນ້ອງນັກຮຽນເຂົ້າຮ່ວມ.
ທ່ານ ພົງສະຫວັນ ອິນດາລັກ ຮອງອຳນວຍການໂຮງຮຽນ ມສ ໂພນທອງ ໄດ້ຂຶ້ນຜ່ານບົດສະຫຼຸບ ຜົນການຮຽນ-ການສອນປະຈຳສົກຮຽນ 2017-2018 ທາງດ້ານພົ້ນເດັ່ນແລະຂໍ້ຄົງຄ້າງໃຫ້ຮູ້ວ່າ: ໂຮງຮຽນ ມສ ໂພນທອງ ມີຄະນະອຳນວຍການ 3 ທ່ານ, ຍິງ 0 ທ່ານ ມີອາຈານສອນທັງໝົດ 38 ຄົນ, ຍິງ 21 ຄົນ, ມີນັກຮຽນ 847 ຄົນ, ຍິງ 384 ຄົນ, ຕະຫຼອດໄລຍະ 1 ປີຜ່ານມາ ໄດ້ປະຕິບັດໜ້າທີ ຕາມຈັນຍາບັນຂອງຄູ ໃນການສຸມໃສ່ ຕາມ 3 ຫຼັກສະນະ 5 ຫຼັກມູນຂອງການສຶກສາ ພ້ອມທັງຍົກລະດັບການສຶກສາ ດ້ວຍການບຳລຸງຍົກລະດັບຄວາມຮູ້ຄວາມສາມາດຂອງຄູອາຈານ ຍົກລະດັບຄຸນນະພາບການຮຽນ ຂອງນັກຮຽນໃຫ້ສູງຂື້ນ ແລະເອົາໃຈໃສ່ຕໍ່ການແຕ່ງບົດສອນໃຫ້ຕໍ່ເນື່ອງ ຖືກຕາມແຜນການສອນ, ສາມາດຍາດໄດ້ຜົນງານ ໃນການບັນລຸຄຳຂວັນ ຄູສອນດີ-ນັກຮຽນຮຽນເກັ່ງ ຜົນການຮຽນປະຈຳພາກຮຽນທີ 2 ຂອງນັກຮຽນມີອັດຕາເສັງໄດ້ 100% ແລະ ສ້າງຄູປະສົບການໄດ້ຈໍານວນໜຶ່ງ, ນອກນີ້ ໄດ້ນໍາພານັກຮຽນໃນໜ່ວຍສີລະປະວັນນະດີ ແລະ ນັກກິລາຂອງໂຮງຮຽນເຂົ້າຮ່ວມງານຕ່າງໆຂອງເມືອງຢ່າງເປັນປະຈຳ.
ໃນຕໍ່ໜ້າ ຈະສືບຕໍ່ສ້າງຄູອາຈານປະສົບການ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ ຂອງວຽກງານການສຶກສາໃນໄລຍະໃໝ່, ສ້າງສື່ການຮຽນ-ການສອນໃຫ້ມີຄຸນນະພາບ ແລະ ສ້າງໃຫ້ເປັນໂຮງຮຽນແບບຢ່າງ ທາງດ້ານການສຶກສາ. ຈາກນັ້ນ ໄດ້ມອບຂອງຂັວນໃຫ້ກັບນັກຮຽນເກັ່ງປະຈໍາປີ 2017-2018 ຈຳນວນ 6 ນ້ອງ, ຍິງ 2 ນ້ອງ, ເປັນກຽດຂຶ້ນມອບຂອງ ທ່ານ ທອງພັນ ແກ້ວມະນີ.
ຕອນທ້າຍພິທີ ທ່ານ ອໍາຄາ ແກ້ວອໍາພອນ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງໂພນທອງ ກໍ່ໄດ້ມີຄໍາເຫັນໂອລົມກ່ອນອືນທ່ານ ໄດ້ຍ້ອງຍໍຊົມເຊີຍ ຕໍ່ພະນັກງານຄູ ອາຈານ ແລະ ນັກຮຽນ ທີ່ສອບເສັງໄດ້ປະເພດເດັ່ນ, ປະຕິບັດວຽກງານ ການຮຽນການສອນຕະຫຼອດໄລຍະ 1 ປີຜ່ານມາ ພ້ອມທັງເນັ້ນໜັກໃຫ້ສືບຕໍ່ຮັກສາມູນເຊື່ອອັນດີງາມໄວ້ໃຫ້ໜັ້ນຄົງ.
ແຫລ່ງຂ່າວ ຈາກທີມຂ່າວ ເມືອງໂພນທອງ
Editor: ກຳປານາດ ລັດຖະເຮົ້າ