ວັນທີ 8 ມີຖຸນາ 2018 ຜ່ານມານີ້ ຢູ່ທີສະໂມສອນເມືອງຊໍາໃຕ້, ແຂວງຫົວພັນ ໄດ້ຈັດກອງປະຊຸມຄົ້ນຄວ້າແຜນການສ້າງພະເຈົ້າໃຫຍ່ ເພື່ອປະດິດສະຖານໄວ້ໃຈກາງເທດສະບານເມືອງຂໍາໄຕ້ ເພື່ອເປັນບ່ອນສັກກະລະບູຊາທາງດ້ານພຸດທະສາສະໜາ ຕິດພັນກັບການທ່ອງທ່ຽວທາງດ້ານວັດທະນະທຳ, ກອງປະຊຸມຄົ້ນຄວ້າຫາລື ຄັ້ງນີ້ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຄໍາຜິວ ວົງສະຫັວນ ຮອງເລຂາພັກແຂວງ, ປະທານແນວລາວສ້າງຊາດແຂວງຫົວພັນ, ມີບັນດາທ່ານການນໍາເມືອງ, ພະແນກການກ່ຽວຂ້ອງຂອງແຂວງ, ຫ້ອງການກ່ຽວຂ້ອງຂອງເມືອງ ແລະ ເຖົ້າແກ່ແນວໂຮມເຂົ້າຮ່ວມທັງໝົດ ຢ່າງພ້ອມພຽງ.
ໃນກອງປະຊຸມ ທ່ານ ຮີນທອງ ດວງຈັນສຸກ ເລຂາພັກເມືອງ ເຈົ້າເມືອງຊຳໃຕ້ ໄດ້ໃຫ້ກຽດຂື້ນນຳສະເໜີແນວຄວາມຄິດ ແລະ ແຜນການປູກສ້າງພະພຸດທະຮູບອົງໃຫຍ່ ຊື່ວ່າ: (ພະຄູນເມືອງ) ຂະໜາດໃຫຍ່ລວງກ້ວາງໜ້າຕັກ 9,5 ແມັດ, ລວງສຸງແຕ່ແທ່ນນັ່ງ ຫາ ຈອມເກດ 19,5 ແມັດ ແລະ ຄວາມສູງຂອງແທ່ນນັ່ງ 2 ແມັດ. ຈຸດປະສົງກໍ່ເພື່ອເປັນບ່ອນສັກກະລະບູຊາທາງດ້ານພຸດທະສາສະ ໜາ ຕິດພັນກັບການທ່ອງທ່ຽວທາງດ້ານວັດທະນະທຳ ແລະ ເປັນການເສີມຂະຫຍາຍຮີດຄອງປະເພນີວັດທະນະທຳອັນດີງາມຂອງຊາດລາວ ໄວ້ໃຫ້ລູກຫຼານໃນອະນາຄົດ.
ກອງປະຊຸມຍັງໄດ້ພ້ອມກັນຄົ້ນຄວ້າປະກອບຄຳຄິດຄຳເຫັນ ແລະ ເຫັນດີເປັນເອກະພາບກັບແຜນການປູກສ້າງພະພຸດທະຮູບດັ່ງກ່າວ, ພ້ອມທັງຮັບຮອງເອົາຂະໜາດ, ແຫຼ່ງທືນໃນການກໍ່ສ້າງ ແລະ ເຫັນດີແຕ່ງຕັ້ງຄະນະຮັບຜິດຊອບວຽກງານໃນການກໍ່ສ້າງ. ນອກນັ້ນ, ກອງປະຊຸມຍັງໄດ້ຄົ້ນຄວ້າເຖີງການກະກຽມຂຸດຄົ້ນຊອກຫາພະພຸດທະຮູບທີ່ບໍລິເວັນພະທາດເກົ່າ ທີສະຫຼາຍໄປແລ້ວຫຼາຍຮ້ອຍປີ ຢູ່ບ້ານພັນສະຫັວນ ເມືອງຊຳໃຕ້, ແຂວງຫົວພັນ ແລະ ຫຼັງຈາກສໍາເລັດກອງປະຊຸມບັນດາທ່ານໃນພະແນກການກ່ຽວຂ້ອງ ກໍ່ຍັງໄດ້ລົງສຳຫຼວດພື້ນທີ່ບໍລິເວັນຈຸດທີ່ຈະສ້າງພະພຸດທະຮູບດັ່ງກ່າວ.
ຂ່າວພາບໂດຍ ທອງແດງ ຫ້ອງການ ຖວທ ເມືອງຊໍາໃຕ້
Editor: ກຳປານາດ ລັດຖະເຮົ້າ