ໃນທ້າຍອາທິດຜ່ານມາ ສະມາຄົມນັກປະພັນລາວ ໄດ້ຈັດພິທີຖະແຫລງຂ່າວ ຜົນການຕັດສີນລາງວັນວັນນະກໍາແມ່ນໍ້າຂອງ 2018 ຂື້ນ ທີ່ສະຖາບັນສື່ມວນຊົນ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ທອງໃບ ໂພທິສານ ປະທານສະມາຄົມນັກປະພັນລາວ, ຫົວຫນ້າກົມມໍລະດົກ, ກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ພ້ອມດ້ວຍຄະນະ ມີບັນດານັກຂຽນ, ນັກປະພັນລາວ ແລະ ຄູບາ - ອາຈານທີ່ເປັນນັກຂຽນ ແລະ ພາກສ່ວນທີ່ກ້ຽວຂ້ອງເຂົ້າຮ່ວມ.
ໃນພິທີໄດ້ມີການອ່ານຂໍ້ຕົກລົງຂອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ວ່າດ້ວຍການອະນຸມັດຮັບຮອງ ບົດກະວີ ແລະ ບົດບັນທຶກ ລາງວັນວັນນະກໍາ ແມ່ນໍ້າຂອງ ຂອງລາວ ປະຈໍາປີ 2018, ອະນຸມັດຮັບຮອງເອົາບົດທີ່ຊະນະເລີດ ທີ່ມີຊື່ວ່າ: ລ່ອງນໍ້າເຊບັ້ງຫຽງ ເຊິ່ງຂຽນໂດຍ ທ່ານ ຫົງເຫີນ ຂຸນພິທັກ ໄດ້ຮັບຊະນະເລີດປະເພດບົດກາວີ ດ້ວຍຄະແນນ 305 ຄະແນນ ເຊິ່ງມີເນື້ອໃນ ທີ່ພັນລະນາເຖິງ ຄວາອຸດົມສົມບູນ ຄວາມສວຍສົດງົດງາມຂອງທໍາມະຊາດ ສິ່ງແວດລ້ອມ ແລະ ວິຖີຊີວິດ, ຮີດຄອງປະເພນີ, ວັດທະນະທໍາອັນຈົບງາມ ຂອງປະຊາຊົນບັນດາເຜົ່າ ທີ່ອາໄສ ຢູ່ລຽບລຸ່ມສອງຟາກຝັ່ງເຊບັ້ງຫຽງ ແລະ ອີກໜຶ່ງບົດ ທີ່ໄດ້ຮັບຊະນະເລີດ ກໍ່ຄືບົດທີ່ມີຊື່ວ່າ: ຟ້າຫຼັງຝົນ ຄົນສູ້ຊີວິດ ຂຽນໂດຍ: ທ່ານ ກາບແກ້ວ ທໍາມະວົງ ຊະນະເລີດປະເພດບົດກາວີ ດ້ວຍຄະແນນ 298 ຄະແນນ, ເຊິ່ງມີເນື້ອໃນເວົ້າເຖິງ ຊີວິດ ແລະ ສົບການຈິງຂອງຜູ້ປະພັນ ທີ່ກໍາເນີດຈາກຄອບຄົວທຸກຍາກ ໃນຊົນນະບົດທີ່ຫ່າງໄກ ແຕ່ໄດ້ຜ່ານຜ່າອຸປະສັກນາໆປະການ ໂດຍການສຶກສາ ແລະ ການອ່ານ ການຄົ້ນຄົ້ວດ້ວຍຕົນເອງ ເພື່ອສ້າງຖານະບົດບາດຂອງຕົນໃນສັງຄົມ.
ລາງວັນແມ່ນໍ້າຂອງເປັນລາງວັນ ທີ່ມີຄວາມໝາຍຄວາມສໍາຄັນ ເປັນລາງຄັນທີ່ຊົງຄຸນຄ່າ ໂດຍ ສ້າງຕັ້ງຂື້ນໃນປີ 2007 ຈາກການລິເລີ່ມຂອງສະມາຄົມນັກປະພັນຫວຽດນາມ, ລາວ ແລະ ກໍາປູເຈຍ ມີຈຸດປະສົງເພື່ອເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືຂອງນັກປະພັນ, ນັກກະວີ ທັງຫລາຍ ໃນບັນດາປະເທດທີ່ມີຊາຍແດນຕິດແມ່ນໍ້ຂອງ, ປະຈຸບັນມີປະເທດທີ່ມີຊາຍແດນຕິດແມ່ນໍ້າຂອງ ເຂົ້າຮ່ວມເປັນສະມາຊິກ ຄົບທັງ 6 ປະເທດ ມີ: ສປປ ລາວ, ຫວຽດນາມ, ກໍາປູເຈຍ, ໄທ, ມຽນມາ ແລະ ຈີນ. ສໍາລັບ ການມອບລາງ ວັນນະກໍາແມ່ນໍ້າຂອງປີ 2018 ນີ້ ແມ່ນຈະໄດ້ຈັດຂື້ນ ທີ່ ປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ນັກຂຽນຂອງລາວ ທັງສອງທ່ານກໍ່ ຈະໄດ້ເດີນທາງໄປຮັບລາງວັນດັ່ງກ່າວ ທີ່ປະເທດ ຫວຽດນາມ ໃນມໍ່ໆນີ້
Editor: ກຳປານາດ ລັດຖະເຮົ້າ