ວັນທີ 6 ມິຖຸນາ 2018 ທີ່ຜ່ານມາ ຢູ່ທີ່ເດີນ ໂຮງຮຽນປະຖົມບ້ານ ນາພະນັງ ເມືອງບົວລະພາ ແຂວງຄຳມ່ວນ ໄດ້ຈັດພິທີປູກຕົ້ນໄມ້ແຫ່ງຊາດ ປະຈຳປີ 2018 ໂດຍການເຂົ້າຮ່ວມຂອງ ທ່ານ ຄຳເພົ່າ ທອງເທພາຮັກ ເຈົ້າເມືອງບົວລະພາ, ມີບັນດາຫົວໜ້າ, ຮອງຫົວໜ້າຫ້ອງການ ທຸກຂະແໜງ ການອ້ອມຂ້າງເມືອງ, ພະນັກງານວິຊາການ ພາຍໃນເມືອງ ແລະ ພໍ່ແມ່ປະຊາຊົນ ພາຍໃນບ້ານນາພະນັງ ເຂົ້າຮ່ວມ.
ທ່ານ ຄໍາຮູ້ ວົງພະຈັນ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງບົວລະພາ ໄດ້ກ່າວວ່າ: ຄວາມເປັນມາຂອງວັນປູກຕົ້ນໄມ້ ແຫ່ງຊາດ ຕັ້ງແຕ່ກ່ອນ ຈົນເຖິງປະຈຸບັນ ເຊິ່ງເພີ່ນໄດ້ກຳເອົາ ວັນທີ 1 ມິຖຸນາ ຂອງທຸກໆປີ ເປັນວັນປູກຕົ້ນໄມ້ແຫ່ງຊາດ. ທ່ານ ເຈົ້າເມືອງໆບົວລະພາ ກໍ່ໄດ້ຍ້ອງຍໍຊົມເຊີຍຕໍ່ບັນດາ ຫ້ອງການ, ພະນັກງານ, ວິຊາການ ທີ່ໄດ້ພ້ອມກັນຮ່ວມແຮງຮ່ວມໃຈ ປູກຕົ້ນໄມ້ ໃນວັນປູກຕົ້ນໄມ້ດັ່ງກ່າວ, ພ້ອມນັ້ນ ທ່ານ ຍັງໄດ້ຮຽກຮ້ອງ ໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ຄວນເປັນເຈົ້າການໃນການປຸກລະດົມ, ຊຸກຍູ້ ສົ່ງເສີມໃຫ້ກັບ ບັນດາພະນັກງານ ແລະ ພໍ່ແມ່ປະຊາຊົນ ພາຍໃນເມືອງ ພ້ອມພາກັນປູກຕົ້ນໄມ້ ເພື່ອຟື້ນຟູປ່າໄມ້ ທີ່ຊຸດໂຊມ ໃຫ້ມີຄວາມສວຍສົດງົດງາມ ຂຶ້ນເລື້ອຍໆ, ຈາກນັ້ນ ກໍ່ໄດ້ພ້ອມກັນປູກຕົ້ນໄມ້ ເຊິ່ງເບ້ຍໄມ້ທີ່ນຳມາປູກໃນຄັ້ງນີ້ ແມ່ນ ທາງຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ບົວລະພາ ໄດ້ນຳເອົາ ເບ້ຍໄມ້ກິນໝາກ ແລະ ໄມ້ຢືນຕົ້ນ ຈຳນວນ 170 ເບ້ຍ, ເພື່ອນໍາມາປູກທົດແທນປ່າສີຂຽວ.
Editor: ກຳປານາດ ລັດຖະເຮົ້າ