ໃນວັນທີ 5 ມິຖຸນາ 2018 ທີ່ຜ່ານມາ ຢູ່ທີ່ສູນຄົ້ນຄວ້າກະສິກໍາ ທ່າສະໂນ ນະຄອນໄກສອນ ພົມວິຫານ, ແຂວງສະຫວັນນະເຂດ ໄດ້ຈັດພິທີເປີດໂຄງການພັດທະນາກະສິກໍາ ຮູບແບບ GP ແລະ ເປີດສູນອົບຮົມ. ພິທີດັ່ງກ່າວ ໂດຍການເຂົ້າຮ່ວມ ຂອງ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ, ມີ ທ່ານ ບຸນຖອງ ບົວຫອມ ຫົວຫນ້າສະຖາບັນຄົ້ນຄວ້າກະສິກໍາ-ປ່າໄມ້ ແລະ ພັດທະນາຊົນນະບົດ, ທ່ານນາງ ພູດາໄລ ລັດວິໄລວົງ ຫົວຫນ້າສູນຄົ້ນຄວ້າກະສິກໍາ ທ່າສະໂນ, ມີ ທ່ານ ທະເກະ ມູຣະ ປະທານ ບໍລິສັດ ຈີພີ ລາວ (GP Lao Inc ) ນອກຈາກນີ້ ຍັງມີຜູ້ຕາງຫນ້າ ຈາກພະແນກກະສິກໍາ-ປ່າໄມ້ແຂວງ, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງອ້ອມຂ້າງ, ພະນັກງານ-ວິຊາການ, ຜູ້ຊ່ຽວຊານຈາກປະເທດຍີ່ປຸ່ນ ແລະ ຊາວກະສິກອນ ທີ່ຮ່ວມໃນໂຄງການ ເຂົ້າຮ່ວມ ຢ່າງພ້ອມພຽງ.
ໃນພິທີ ທ່ານ ທະເກະ ມູຣະ ປະທານ ບໍລິສັດ GP Lao Inc ກ່າວວ່າ: ໂຄງການພັດທະນາກະສິກໍາ ຮູບແບບ ຈີພີ ແມ່ນການຜະລິດກະສິກໍາ ທີ່ນໍາໃຊ້ດິນເຜົາເຊລາມິກ ເຂົ້າໃນການປູກພຶດຊະນິດຕ່າງໆ ເພື່ອເພີ່ມຜົນຜະລິດ ແລະ ຫລຸດຜ່ອນຕົ້ນທຶນ ແລະ ຍັງເປັນການຮັກສາສິ່ງແວດລ້ອມ. ສໍາລັບເຊລາມິກ ທີ່ນໍາໃຊ້ເຂົ້າໃນການຜະລິດກະສິກໍາ ຮູບແບບ ຈີພີ ແມ່ນມີຢູ່ 2 ຊະນິດ: ຊະນິດຫນຶ່ງແມ່ນການນໍາເອົາກ້ອນເຊລາມິກ ໄປແຊ່ນໍ້າ ຫລື ບົ່ມໄວ້ ແລ້ວນໍາໃຊ້ນໍ້າດັ່ງກ່າວ ຫົດພຶດຜັກແທນຝຸ່ນ. ສ່ວນອີກຊະນິດຫນຶ່ງ ແມ່ນການນໍາເອົາກ້ອນເຊລາມິກ ໄປຝັງໄວ້ໃນດິນ ເພື່ອປັບປຸງດິນ ໃຫ້ມີຄຸນນະພາບດີ, ທັງ 2 ຊະນິດແມ່ນສາມາດນໍາໃຊ້ໄດ້ໄປພ້ອມໆກັນ ສໍາລັບເຊລາມິກ ທີ່ຝັງໄວ້ໃນດິນ 1 ກ້ອນ ມີປະສິດທິຜົນໃນການປັບຫນ້າດິນ ໄດ້ 1 ພັນ ຕາແມັດ, ເຊີ່ງປະຈຸບັນ ທາງປະເທດຍີປຸ່ນ ພວມເລັ່ງພັດທະນາ ໃຫ້ກ້ອນດິນເຜົາຊະນິດເຊລະມິກ ນີ້ ໃຫ້ມີທີ່ຂະຫນາດໃຫຍ່ຂື້ນ ແລະ ມີປະສິດທີພາບໃນການຄວບຄຸມພື້ນທີ່ກະສິກໍາ ກວ້າງຂື້ນກວ່າເກົ່າ, ພ້ອມນີ້ຍັງນໍາໃຊ້ຮູບແບບການຜະລິດກະສິກໍາ ແບບ ຈິພີ ເຊີ່ງເປັນການຜະລິດທີ່ສະອາດ ເປັນມິດກັບສິ່ງແວດລ້ອມ
ທ່ານ ທະເກະ ມູຣະ ກ່າວຕື່ມວ່າ: ການຜະລິດກະສິກໍາ ຮູບແບບ ຈີພີ ຍັງເຮັດໃຫ້ຊາວກະສິກອນ ມີສຸຂະພາບທີ່ດີ ເນື່ອງຈາກຮູບແບບດັ່ງກ່າວແມ່ນເປັນການຫລຸດຜ່ອນການນໍາໃຊ້ສານເຄມີ ເຂົ້າໃນການຜະລິດ, ສໍາລັບການອົບຮົມເຕັກນິກການນໍາໃຊ້ ຮູບແບບການຜະລິດກະສິກໍາ ແບບ ຈີພີ ໄດ້ມີການຮ່ວມມື ແລະ ທົດລອງ ຮ່ວມກັບສູນຄົ້ນຄວ້າ ກະສິກໍາ ທ່າສະໂນ, ທີ່ນະຄອນໄກສອນ ພົມວິຫານ, ແຂວງສະຫວັນນະເຂດ ລວມທັງຊາວກະສິກອນອ້ອມຂ້າງສາມາດເຂົ້າຮ່ວມໄດ້, ການອົບຮົມເຕັກນິກການປູກພຶດຮູບແບບ ຈີພີ ແມ່ນໄດ້ເປີດຂື້ນ ເປັນຊຸດ, ໃນຊຸດຫນຶ່ງ ຈະຮັບຊາວກະສິກອນ ເຂົ້າອົບຮົມ ປະມານ 20 ຄົນ ແລະ ຈະໃຊ້ໄລຍະເວລາໃນການອົບຮົມ 10 ວັນ, ຈິ່ງສໍາເລັດ ໂດຍບໍ່ໄດ້ເສຍຄ່າ.
ນອກຈາກນີ້ ທາງລາຍການ ຍັງມີບົດສໍາພາດພິເສດຂອງ
- ທ່ານ ທະເກະ ມູຣະ ປະທານ ບໍລິສັດ ຈີພີ ລາວ
- ທ່ານນາງ ພູດາໄລ ລັດວິໄລວົງ ຫົວຫນ້າສູນຄົ້ນຄວ້າກະສິກໍາ ທ່າສະໂນ
- ທ່ານ ແສງສະຫວ່າງ ຫລວງພະຈະເລີນ ຊາວກະສິກອນ ກຸ່ມການຜະລິດກະສິກໍາ
Editor: ກຳປານາດ ລັດຖະເຮົ້າ