ໃນວັນທີ 9 ມີຖຸນາ 2018 ນີ້, ທີ່ຫ້ອງຂາຍສໍານັກງານໃຫຍ່ ລົດເຊບໂຣເລດ ເຕ2 ໄດ້ຈັດພິທີເປີດໂຕລົດເຊບໂຣເລດ ລຸ້ນໃຫມ່ ເຊບໂຣເລດ ແທັຣກ 2018 ຂື້ນ ຢ່າງເປັນທາງການ. ໂດຍພາຍໃນງານ ມີບັນດາຄະນະປະທານ, ບັນດາແຂກ ແລະ ລູກຄ້າເຊບໂຣເລດ ເຂົ້າຮ່ວມ ຢ່າງພ້ອມພຽງ
ໃນພິທີ ທ່ານ ສຸກສະຫມອນ ສີຫາເທບ ປະທານບໍລິສັດ ເຊບໂຣເລດລາວ ແລະ ທັງເປັນປະທານຄະນະຜູ້ບໍລິຫານ ຂອງກຸ່ມ ບໍລິສັດ ມະນີຍົມກຣຸບ ໄດ້ກ່າວວ່າ: ລົດເຊບໂຣເລດ ແທັຣກ 2018 ເປັນລົດ SUV ອະເນກປະສົງ ທີ່ມີຄວາມຄ່ອງຕົວສູງ, ສາມາດຕອບໂຈດໄດ້ຢ່າງເໝາະສົມກັບຊີວິດໃນເມືອງ, ກະທັດຫັດ ສະດວກສະບາຍ, ໃນການຈອດລົດ ໃນພື້ນທີ່ແຄບໄດ້ງ່າຍດາຍ, ເຊບໂຣເລດ ແທຣັກ 2018 ເປັນລົດທີ່ໄດ້ຮັບຄວາມນິຍົມ ໃນສະຫາລັດອາເມລິກາ ດ້ວຍຍອດການສັ່ງຈອງສູງໃນອັນດັບຕົ້ນໆ ຂອງລຸ້ນລົດ USV ຂະຫນາດດຽວກັນ ແລະ ຍັງເປັນທີ່ຍອມຮັບໃນທົ່ວໂລກ ກະລັນຕີຄຸນນະພາບ ຈາກການໄດ້ຮັບລາງວັນໃນຫລາຍສະຖາບັນ ເຊັ່ນ:
- ລາງວັນຄວາມປອດໄພທີ່ດີທີ່ສຸດ ລະດັບ 5 ດາວ ຈາກ ທະວີບອາຊີ
- ລາງວັນຄວາມປອດໄພ ທີ່ດີທີ່ສຸດ ລະດັບ 5 ດາວ ຈາກ ທະວີບເອີຣົບ
ຈຸດປະສົງ ທີ່ບໍລິສັດ ໄດ້ນໍາເຂົ້າ ລົດເຊບໂຣເລດ ແທັຣກ 2018 ກໍ່ເພື່ອຍາກໃຫ້ປະຊາຊົນລາວ ກໍ່ຄືລູກຄ້າທຸກໆທ່ານ ໄດ້ນໍາໃຊ້ລົດມາດຕະຖານສາກົນ ລະດັບໂລກ ໃນລາຄາທີ່ເໝາະສົມ ແລະ ສົມເຫດ-ສົມຜົນທີ່ສຸດ ເຂົ້າໃນວຽກງານຊີວິດປະຈໍາວັນຂອງທ່ານ, ແລະ ຮັບປະກັນໄດ້ວ່າຈະບໍ່ຜິດຫວັງ ທີ່ເລຶອກລົດເຊບໂຣເລດ.
Editor: ກຳປານາດ ລັດຖະເຮົ້າ