ໃນວັນທີ 7 ມິຖຸນາ 2018 ນີ້, ທ່ານ ບົວສອນ ວົງສອງຄອນ ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງຈຳປາສັກ ແລະ ຄະນະພະແນກຂົງເຂດເສດຖະກິດ ໄດ້ເຄື່ອນໄຫວຊີ້ນໍາວຽກງານຢູ່ເມືອງຊະນະສົມບູນ ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ສົມບູນ ເຮືອງວົງສາ ເລຂາພັກເມືອງ ເຈົ້າເມືອງຊະນະສົມບູນ ພ້ອມດ້ວຍຄະນະ, ບັນດາຫົວໜ້າຫ້ອງການ, ພະນັກກໍ່ສ້າງຮກຖານ, ບັນດາຫົວໜ້າກຸ່ມບ້ານທົ່ວເມືອງ ເຂົ້າຮ່ວມ.
ໂອກາດນີ້ ທ່ານ ບົວສອນ ວົງສອງຄອນ ຮອງເຈົ້າແຂວງຈຳປາສັກ ໄດ້ຟັງລາຍງານການພັດທະນາ ເສດຖະກິດ ສັງຄົມ ຈາກ ທ່ານ ສົມບູນ ເຮືອງວົງສາ ເຈົ້າເມືອງໆຊະນະສົມບູນ ເປັນຕົ້ນແມ່ນໃນໄລຍະ 5 ເດືອນ ຕົ້ນປີ 2018, ຊຶ່ງຍົກໃຫ້ເຫັນຜົນງານຂໍ້ສະດວກ ແລະ ຫຍຸ້ງຍາກໃນການຈັດຕັ້ງປະຕິບັດ. ພ້ອມກັນນີ້ບັນດາຫົວໜ້າຫ້ອງການ, ກຸ່ມບ້ານ ແລະ ພະແນກຂົງເຂດເສດຖະກິດຂອງແຂວງ ກໍໄດ້ ແລກປ່ຽນຄໍາເຫັນ ເພື່ອເນັ້ນໃສ່ປັບປຸງພື້ນຖານໂຄງລ່າງເສດຖະກິດ - ສັງຄົມພາຍໃນເມືອງຊະນະສົມບູນ ໃຫ້ດີຂື້ນ ແລະ ບັນລຸຕາມລະດັບຄາດໝາຍ. ພາຍຫຼັງຮັບຟັງລາຍງານແລ້ວ ທ່ານ ບົວສອນ ວົງສອງຄອນ ຮອງເຈົ້າແຂວງຈຳປາສັກ ກໍໄດ້ໂອ້ລົມ ຊຶ່ງກ່ອນອື່ນໄດ້ຕີລາຄາສູງຕໍ່ການນໍາພາຂອງຄະນະພັກເມືອງ ທີ່ນໍາພາເຮັດໃຫ້ເສດຖະກິດ - ສັງຄົມຂອງເມືອງ ມີການຂະຫຍາຍຕົວວຕໍ່ເນື່ອງ, ພ້ອມນີ້ນັງໄດ້ເນັ້ນໃຫ້ການນໍາເມືອງສືບຕໍ່ເອົາໃຈໃສ່ຊີ້ນໍານໍາພາເມືອງໃຫ້ມີການພັດທະນາຮອບດ້ານ, ຖືເອົາການພັດທະນາເສດຖະກິດເປັນໃຈກາງໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂື້ນກວ່າເກົ່າ, ເປັນເຈົ້າການສ້າງລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມແຜນ, ສຸມໃສ່ປະຕິບັດທິດນຳຂອງພັກຕໍ່ການຜະລິດເປັນສິນຄ້າ ໃຫ້ກວ້າງຂວາງຕາມທ່າແຮງທີ່ບົ່ມຊ້ອນ ໃຫ້ເກີດປະໂຫຍດສູງສຸດ, ຂະນະດຽວກັນກໍຕ້ອງເຂັ້ມງວດກວດຂັນຕໍ່ການປະຕິບັດຄໍາສັ່ງເລກທີ 15 ຂອງນາຍົກລົງລັດຖະມົນຕີ ວ່າດ້ວຍການຫ້າມຂຸດຄົ້ນ, ເຄື່ອນຍ້າຍໄມ້ທຸກປະເພດ ແລະ ແຈ້ງການວ່າດ້ວຍຄວາມເອົາໃຈໃສ່ຕໍ່ວຽກງານຮັກສາຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ ໃຫ້ເປັນຂອງທົ່ວປວງຊົນ ເພື່ອສະກັດກັ້ນປະກົດການຫຍໍ້ທໍ້ໃນສັງຄົມບໍ່ໃຫ້ເກີດຂື້ນ ແລະ ສົ່ງຜົນກະທົບຕໍ່ການພັດທະນາ.
ນອກຈາກໂອ້ລົມຕໍ່ການນຳເມືອງແລ້ວ ທ່ານ ບົວສອນ ວົງສອງຄອນ ຍັງໄດ້ລົງຕິດຕາມຊຸກຍູ້ການຜະລິດເປັນສິນຄ້າທີ່ພົ້ນເດັ່ນຢູ່ພາຍໃນເມືອງ ຊະນະສົມບູນເຊັ່ນ: ຄອບຄົວຕົວແບບໃນການລ້ຽງປາ ແລະ ການຂະຫຍາຍພັນປານິນ ຂອງປະຊາຊົນບ້ານອອກເມືອງ ແລະຢ້ຽມຢາມຊຸກຍູ້ການຕຳຫູກທໍໃໝຢູ່ສູນຫັດຖະກຳບ້ານສະຜ່າຍຕົວເມືອງນ້ອຍໃນຊົນນະບົດ ຂອງເມືອງອີກດ້ວຍ
Editor: ກຳປານາດ ລັດຖະເຮົ້າ