ວັນທີ 7 ມີຖຸນາ 2018 ນີ້, ໂຄງການປົກປ້ອງສິດທິເດັກປະຈຳແຂວງຫຼວງພະບາງ ຈັດກິດຈະກຳໂຄສະນາ ໃຫ້ຄວາມຮູ້ການຫຼຸດຜ່ອນຄວາມສ່ຽງໄພພິບັດ ແລະ ກິດຈະກຳສະເຫຼີມສະຫຼອງວັນເດັກນ້ອຍສາກົນປະຈຳປີ 2018, ຂື້ນທີ່ໂຮງຮຽນປະຖົມສຶກສາວັງຊຽງ ເມືອງໂພນທອງ ໂດຍເປັນກຽດເຂົ້າຮ່ວມຂອງ
ທ່ານ ນາງ ວັນເພັງ ພະຫົງຈັນ ຮອງເຈົ້າເມືອງ-ເມືອງໂພນທອງ, ທ່ານ ສົມພອນ ແກ້ວນາຄໍາ ຜູ້ປະສານງານໂຄງການປົກປ້ອງສິດທິເດັກປະຈໍາແຂວງຫລວງພະບາງ, ທ່ານ ອຳຄາ ແກ້ວອຳພອນ ຮອງຫົວໜ້າຫ້ງການ ສຶກສາທິການແລະກິລາເມືອງ, ມີບັນດາ ຕາງໜ້າທີມງານໂຄງການປົກປ້ອງສິດທິເດັກປະຈຳແຂວງ,ຄະນະຮັບຜິດຊອບຂັ້ນເມືອງ,ຄູ-ອາຈານ, ທີມງານຕຳຫຼວດຈາລະຈອນ ແລະ ນ້ອງນັກຮຽນປະຖົມ ວັງຊຽງ ເຂົ້າຮ່ວມ
ທ່ານນາງ ວັນພັງ ພະຫົງຈັນ ຮອງເຈົ້າເມືອງ-ເມືອງໂພນທອງ ໄດ້ມີຄຳເຫັນໂອ້ລົມເນື່ອງໃນໂອກາດວັນເດັກນ້ອຍສາກົນ ປີ 2018 ເຊິ່ງເປັນວັນທີ່ມີຄວາມໝາຍຄວາມສໍາຄັນທາງປະຫັວດສາດໃນທົ່ວໂລກ, ເຊິ່ງທາງເມືອງກໍ່ໄດ້ຈັດໃຫ້ມີກິດຈະກຳສະເຫຼີມສະຫຼອງຂື້ນຢ່າງເປັນຂະບວນຝົດຝື້ນ, ທັງເປັນການປູກຈິດສຳນຶກໃຫ້ເດັກນ້ອຍໄດ້ສ້າງກິດຈະກຳຮ່ວມກັນ, ສຳລັບປີນີ້ແມ່ນໄດ້ນຳເອົາກົດໝາຍການຈໍລະຈອນທາງບົກເຊັ່ນ: ການຂັບຂີ່ລົດຈັກຕ້ອງໃສ່ໝວກກັນກະທົບ, ການຍ່າງ ແລະ ຂ້າມທາງຫຼວງ, ແນະນຳວິທີການດັບເພີງ ເພຶ່ອນ້ອງໆໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ລະບຽບການສັນຈອນທາງບົກ, ສ່ວນທາງໂຄງການປົກປ້ອງສິດທິເດັກປະຈຳແຂວງຫຼວງພະບາງໄດ້ນຳເອົາກິດຈະກຳ ການແຕ້ມຮູບລະບາຍສີ, ກິດຈະກຳການຫຼີ້ນເກມນໍ້າຖ້ວມ-ລົມພາຍຸ, ເກມກ່ຽວກັບພະຍາດຖອກທ້ອງ, ເກມໄພພິບັດທຳມະຊາດ, ເກມຈັດລຽງຮູບພາບ, ກິດຈະກຳ ການຮັບຊົມ VDO ການຮັກສາສິ່ງແວດລ້ອມ ແລະ ກິດຈະກຳຖາມຕອບສູ່ການຮຽນຮູ້ກັບການຫຼຸດຜ່ອນຄວາມສ່ຽງໄພພິບັດ, ຄວາມປອດໄພຮອບດ້ານໃນໂຮງຮຽນ, ພ້ອມຮັບຂອງຂັວນລາງວັນເປັນປື້ມ, ບິກ, ສໍ, ຢາງລືມ, ໄມ້ສີແຂ້ວ-ຢາສີຟັນ, ນົມ ແລະ ເຂົ້າໜົມ, ນ້ອງໆທຸກຄົນຕ່າງກໍ່ມີຄວາມຮູ້ສຶກພາກພູມໃຈ ແລະ ເບີກບານມ່ວນຊື່ນກັບການຫຼີ້ນກິດຈະກຳຕ່າງໆ ທີ່ໄດ້ຈັດຂື້ນ.
Editor: ກຳປານາດ ລັດຖະເຮົ້າ