ບໍ່ດົນມານີ້ ຢູ່ທີສະໂມສອນຂອງເມືອງຊໍາໃຕ້, ໄດ້ຈັດພິທີເປີດປ້າຍທັງ 3 ປ້າຍ ພອ້ມກັນຄື: ປ້າຍສາທາລະນະສຸກແບບຢ່າງ, ປ້າຍແມ່ຍີງ 3 ດີ ແລະ ປ້າຍ ບ້ານສາມັກຄີປອງດອງແນວລາວສ້າງຊາດ ຂື້ນຢ່າງເປັນທາງການ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຮີນທອງ ດວງຈັນສຸກ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຊໍາໃຕ້ ແລະ ຍັງມີຫົວໜ້າ ຄະນະແມ່ຍີງເມືອງ,ຫ້ອງການອ້ອມຂ້າງຕະຫຼອດຮອດພໍ່ແມ່ປະຊາຊົນບ້ານພັນສະຫວັນ ເຂົ້າຮ່ວມຢ່າງພ້ອມພຽງ
ໃນພິທີຄັ້ງນີ້ ທ່ານ ວົງຈິດ ພົມສຸວັນ ເລຂາພັກບ້ານ ນາຍບ້ານ ບ້ານພັນສະຫວັນ ຂື້ນຜ່ານ ບ້ານພັນສະພັນເປັນບ້ານໃຫ່ຍ ທີ່ຂື້ນກັບເມືອງ ເປັນບ້ານເທດສະບານ ມີ 647 ຄອບຄົວ, ພົນລະເມືອງ 3,474 ຄົນ, ມົງ 161 ຄອບຄົວ, ຈໍານວນພົນ 1,071 ຄົນ, ເປັນຍີງ 571ຄົນ, ເຜົ່າກຶມມຸ 1 ຄອບຄົວ, ພົນລະເມືອງ 3 ຄົນ, ຍີງ 2 ຄົນ , ເຜົ່າອີວມຽນ 1 ຄອບຄົວ, ພົນລະເມືອງ 3 ຄົນ, ຍີງ 2 ຄົນ, ມີເຮືອນຖາວອນ 643 ຫຼັງ, ກວມ 99,38 ສ່ວນຮ້ອຍ ຂອງ ຄອບຄົວ ທັງໝົດອາຊີບຂອງປະຊາຊົນແມ່ນ ຄ້າຂ້າຍ, ຕໍາຫູກທໍ່ໄໝ, ລ້ຽງສັດ, ປູກພືດເປັນສີນຄ້າ, ສະເລຍລາຍຮັບຕໍ່ປີແມ່ນ 22 ຕື້ 531 ລ້ານ 8 ແສນກີບ, ສະເລຍຕໍ່ຫົວຄົນ 6 ລ້ານ 364,000 ກີບ/ຄົນ/ປີ ແລະ ມີຄອບຄົວສາມັກຄີປອງດອງໄດ້ 632 ຄອບຄົວ, ເທົ່າກັບ 97,00% ຂອງຄອບຄົວທັງໝົດ, ໃນພິທີຍັງໄດ້ມອບໃບຍ້ອງຍໍຄອບຄົວສາມັກຄີປອງດອງ ໄດ້ 15 ຄອບຄົວ, ຄອບຄົວສາທາລະນະສຸກແບບຢາງ ຈໍານວນ 36 ຄອບຄົວ
ຕອນທ້າຍກອງປະຊູມ ທ່ານ ຮີນທອງ ດວງຈັນສຸກ ເຈົ້າເມືອງຊໍາໃຕ້ ໄດ້ໂອລົມຕໍ່ກອງປະຊູມ ແລະ ເພີນກໍ່ໄດ້ຍ້ອງຍໍຊົມເຊີຍພົນງານດີເດັ່ນທີ ປະຊາຊົນບ້ານພັນສະຫວັນ, ເອື້ອຍນ້ອງແມ່ຍີງທີຍາດມາໄດ້ໃນປີຜ່ານມາ ນັ້ນກໍ່ຄື: ສຸຂະອານາໄມ້ດີ, ເດັກນ້ອຍໄດ້ມີການສັກຢາຄົບຕາມຈໍານວນ, ພາຍໃນບ້ານສະອາດຮຽບຮອ້ຍ, ມີຄວາມສາມັກຄີ ຊ່ວຍເຫຼືອ ເຊີ່ງກັນ ແລະ ກັນ, ຊົມເຊີຍການຜະລິດການຕໍາຫູກທໍ່ໄໝ ຂອງເອືອຍນ້ອງແມ່ຍີງທີມີລາຍຮັບນັບມື້ ນັບຫຼາຍຂື້ນ, ນອກນັ້ນ, ເພີ່ນຍັງໄດ້ເນັ້ນໜັກຕື່ມວ່າໃຫ້ບຸກບືນຫ່າວຫັນຕື້ມ ເພີ່ມຄວາມສາມັກຄີປອງດອງ,ຮັກສາຮີດຄອງປະເພນີຂອງລາວເຮົາ ໃຫ້ໝັ້ນຄົງຕະຫຼອດໄປ.
ຫຼັງຈາກສໍາເລັດກອງປະຊຸມແລ້ວ ທ່ານ ຮີນທອງ ດວງຈັນສຸກ ເຈົ້າເມືອງຊໍາໃຕ້ ເປັນກຽດຕັດແຖບຜາ ແລະ ເປີດປ້າຍເປັນທາງການ ເພື່ອຮັບຮ້ອງເອົາບ້ານດັ່ງກ່າວ ເປັນບ້ານສາທາລະນະສຸກແບບຢ່າງ, ບ້ານແມ່ຍີ່ງ 3 ດີ ແລະ ບ້ານສາມັກຄີປອງດອງແນວລາວສ້າງຊາດ.
ແຫລ່ງຂ່າວຈາກ ຫ້ອງການຖະແຫຼ່ງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ເມືອງຊໍາໃຕ້
Editor: ກຳປານາດ ລັດຖະເຮົ້າ