ເມື່ອບໍ່ດົນນີ້, ຄະນະກໍາມະການກວດກາໄພພິບັດຂັ້ນເມືອງປະທຸມພອນ ແຂວງຈໍາປາສັກ ເຊີ່ງນໍາໂດຍ ທ່ານ ສົມເບັງ ໄຊຍະວົງ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງໆປະທຸມພອນ ທັງເປັນປະທານກວດກາໄພພິບັດຂັ້ນເມືອງ ພ້ອມດ້ວຍໜ່ວຍງານທີ່ກ່ຽວຂ້ອງ ໄດ້ລົງມອບເຄື່ອງຊ່ວຍເຫຼືອໃຫ້ກັບຄອບຄົວພໍ່່ແມ່ປະຊາຊົນ ບ້ານນາຂາມ ທີ່ຖືກຜົນກະທົບຈາກອັກຄີໄຟ (ໄຟໄໝ້ເຮືອນ) ວັນທີ 12/5/2018 ຜ່ານມາ ຈໍານວນ 5 ຄອບຄົວ. ສ່ວນເຄື່ອງທີ່ນໍາມາມອບໃນຄັ້ງນີ້ ມີ ສັງກະສີ ຈໍານວນ 40 ແຜ່ນ, ເຄື່ອງໃຊ້ຂອງສອຍພາຍໃນຄົວເຮືອນ ແລະ ເງິນສົດອີກ ຈໍານວນໜຶ່ງ ລວມມູນຄ່າທັງ ໝົດ 4 ລ້ານ 940.000 ກີບ. ຈາກນັ້ນ: ຍັງໄດ້ຊ່ວຍເຫຼືອເປັນເງິນສົດ ຈໍານວນ 2 ລ້ານ 500.000 ກີບ ໃຫ້ກັບຄອບຄົວພໍ່ແມ່ປະຊາຊົນບ້ານພະໂພ ທີ່ໄດ້ຮັບຜົນກະທົບຈາກລົມພາຍຸພັດ ເສຍຫາຍໜັກ ໃນວັນທີ 20/5/2018 ຜ່ານມາ, ຈໍານວນ 5 ຄອບຄົວອີກດ້ວຍ.
ໄລຍະດຽວກັນນີ້ ຄະນະກໍາມະການກວດກາໄພພິບັດຂັ້ນເມືອງ ຍັງໄດ້ສໍາຫຼວດຄວາມເສຍຫາຍຂອງບ້ານເຮືອນປະຊາຊົນຢູ່ ບ້ານພະໂພ ທີ່ຖືກຜົນກະທົບຈາກລົມພາຍຸພັດເຂົ້າ ຕື່ມອີກ ລູກໜຶ່ງ ເປັນຄັ້ງທີ 2 ຂອງບ້ານດັ່ງກ່າວ. ໂດຍຕາມການລາຍງານຂອງນາຍບ້ານໆພະໂພ ໃຫ້ຮູ້ວ່າ: ໃນເວລາ 10:22 ໂມງ ຂອງວັນທີ 1/6/2018 ເກີດມີລົມພາຍຸພັດຢ່າງແຮງ ເຮັດເຮືອນຊານບ້ານຊ່ອງຂອງພໍ່ແມ່ປະຊາຊົນ ເສຍຫາຍ ຈໍານວນທັງໝົດ 16 ຫຼັງ; ໂຮງຮຽນມັດທະຍົມສົມບູນ 1 ຫຼັງ; ຖືກຜົນກະທົບເສຍຫາຍໜັກ 2 ຫຼັງ ລວມມູນຄ່າຄວາມເສຍຫາຍທັງໝົດ 8 ລ້ານ 610.000 ກີບ. ພ້ອມດຽວກັນນັ້ນ: ຍັງໄດ້ມີຄອບຄົວຜູ້ໃຈບຸນ ແລະ ອົງການຈັດຕັ້ງຂັ້ນກຸ່ມບ້ານພະໂພ ກໍ່ໄດ້ມອບເງິນສົດ ຈໍານວນ 350.000 ກີບ ເພື່ອເປັນນໍ້າຈິດນໍ້າໃຈຊ່ວຍເຫຼືອບັນເທົາທຸກ ໃຫ້ກັບຄອບຄົວແມ່ເຖົ້າພາ ເຊິ່ງເປັນຄອບຄົວທີ່ທຸກຍາກ ພາຍໃນບ້ານອີກດ້ວຍ.
ຂ່າວ-ພາບ ທີມງານ ຖວທ ເມືອງປະທຸມພອນ
Editor: ກຳປານາດ ລັດຖະເຮົ້າ