ຕົ້ນເດືອນມິຖຸນາ ປີ 2018 ນີ້ ຢູ່ທີ່ຫ້ອງປະຊຸມຫ້ອງການ ສາທາລະນະສຸກເມືອງໂພນທອງ ແຂວງຫລວງພະບາງ ,ໄດ້ມີກອງປະຊຸມຄະນະກຳມະການແຫ່ງຊາດ ຂັ້ນເມືອງ ດ້ານໂພຊະນາການ ພາຍໃຕ້ການເປັນປະທານຂອງ ທ່ານ ສົມມາລີ ຄໍາເກັ່ງ ເຈົ້າເມືອງ-ເມືອງໂພນທອງ ປະທານຄະນະກຳມະການແຫ່ງຊາດດ້ານ ໂພຊະນາການຂັ້ນເມືອງ, ພ້ອມດ້ວຍບັນດາຄະນະກຳມະການຂະ ແໜງການ, ກອງເລຂາຄະນະກໍາມະການແຫ່ງຊາດ ດ້ານໂພຊະນາການເຂົ້າຮ່ວມ.
ໃນກອງປະຊຸມໄດ້ຮັບຟັງການເຜີຍແຜ່ແຜນຍຸດທະສາດແຫ່ງຊາດ ດ້ານໂພຊະນາການປີ 2025 ແລະ ແຜນງານການຈັດຕັ້ງປະຕິບັດຂອງວຽກງານ ໂພຊະນາການສຳລັບປີ 2016-2020 ພ້ອມນັ້ນກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບສະພາບຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດແບບມີສ່ວນຮ່ວມຂອງຫຼາຍພາກສ່ວນໃນ ສປປ ລາວ ໂດຍການສະເໜີຂອງ ທ່ານ ສົມພົງ ສີບຸນເຮືອງ ກອງເລຂາຄະນະກຳມະການໂພຊະນາການຂັ້ນແຂວງ, ທ່ານໄດ້ຍົກໃຫ້ເຫັນຫຼາຍບັນຫາພົ້ນ ເດັ່ນທີ່ຍັງເປັນສິ່ງທ້າທາຍໃນການຈັດຕັ້ງປະຕິບັດ ເພື່ອໃຫ້ບັນລຸເປົ້າໝາຍສະຫັດສະຫວັດ ດ້ານການພັດທະນາ ໃນເປົ້າ ໝາຍທີ 1 ຊຶ່ງປະຈຸບັນເດັກຕໍ່າກວ່າ 5 ປີ ໃນປະເທດເຮົາຍັງ ມີບັນຫາດ້ານໂພ ຊະນາການ ເຊັ່ນ: ການຂາດສານອາຫານ ຊຳເຮື້ອ 44 ສ່ວນຮ້ອຍ, ນໍ້າໜັກຫຼຸດມາດຕະຖານ 27 ສ່ວນຮ້ອຍ, ຈ່ອຍ 7 ສ່ວນຮ້ອຍ. ຂາດສານອາຫານກະທັນຫັນ ກອງປະຊຸມໄດ້ນຳສະເໜີການ ມີສ່ວນຮ່ວມຂອງໂຄງການຫຼຸດ ຜ່ອນຄວາມທຸກຍາກທີ່ໄດ້ປະກອບສ່ວນໃນການຈັດຕັ້ງປະຕິບັດວຽກງານໂພຊະນາການ ໃນ ສປປ ລາວ.
ທ້າຍກອງປະຊຸມ ທ່ານ ສົມມາລີ ຄໍາເກັ່ງ ເຈົ້າເມືອງໂພນທອງ ມີຄໍາເຫັນໂອລົມຄະນະກຳມະການແຫ່ງຊາດຂັ້ນເມືອງ, ແລະ ທຸກພາກສ່ວນຂະແໜງການຂອງເມືອງທີກ່ຽວ ຂ້ອງຈັດຕັ້ງຜັນຂະຫຍາຍທິດຊີ້ນຳກ່ຽວກັບບັນຫາໂພຊະນາການ ເຊີ່ງໃນນີ້ຕ້ອງໄດ້ປັບປຸງການຈັດຕັ້ງ ແລະ ການເຄື່ອນໄຫວຂອງກອງ ເລຂາຄະນະກຳມະການແຫ່ງຊາດ ໃຫ້ເຂັ້ມແຂງໃຫ້ເປັນຈຸດ ໃຈກາງໃນການພົວພັນປະສານງານ ແລະ ການຈັດຕັ້ງຜັນຂະຫຍາຍ ບັນດາແຜນການ ພ້ອມທັງຕິດຕາມປະເມີນຜົນສະຫຼຸບສັງລວມລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນໂພຊະນາການ ໃຫ້ຄະນະ ກຳມະການແຫ່ງຊາດ ເພື່ອໃຫ້ໂຄງການດັ່ງກ່າວ ໄດ້ຈັດຕັ້ງປະຕິບັດຕາມເປົ້າໝາຍນັບແຕ່ລະດັບແຂວງເມືອງ, ບ້ານ, ຊຸມຊົນ ແລະ ຄົວເຮືອນຢ່າງມີປະສິດທິຜົນ.
ຂ່າວ: ທະນູສິນ ອິດທິພົນ ນັກຂ່າວ ເມືອງໂພນທອງ ແຂວງຫລວງພະບາງ.
Editor: ກຳປານາດ ລັດຖະເຮົ້າ