ວັນທີ 5 ມີຖຸນາ 2018 ຜ່ານມານີ້ ພະແນກຊັບພະຍາກອນທຳມະສາດ ແລະ ສິງແວດລ້ອມແຂວງບໍລິຄໍາໄຊ ໄດ້ຈັດກິດຈະກຳຍ່າງມາລາທອນຂື້ນ ພາຍໄຕ້ຄໍາຂັວນ ຫຼຸດຜ່ອນປຼາສະຕິກ ຫຼຸດຜ່ອນມົນລະຜິດ ເຂົ້າຮ່ວມໃນພິທີຄັ້ງນີ້ ໂດຍມີບັນດາການນໍາຂອງແຂວງ ຫົວໜ້າພະແນກການ ຂະແໜງການອ້ອມຂ້າງພະນັກງານລັດຖະກອນເຂົ້າຮ່ວມ 200 ກວ່າຄົນ, ຂະບວນດັ່ງກ່າວໄດ້ເລີ່ມຕົ້ນ ອອກຈາກສະໜາມກິລາຄົບວົງຈອນຂອງແຂວງ ແລະ ຍ່າງຕາມເສັ້ນທາງເລກ 4 B ຫາສີ່ແຍກຫ້ອງວ່າການປົກຄອງແຂວງ ແລ້ວລຽ້ວກັບຄືນຫາສະຖາທີ່ເກົ່າ ຈາກນັ້ນກໍ່ໄດ້ມີການ ໂຮມສຸມນຸມມິດຕິ່ງ ຢູ່ທີ່ສະໜາມກິລາເປຕັ່ງຂອງແຂວງ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ດວງຕາ ມໍລະຄາສຸກ ຫົວໜ້າຫ້ອງວ່າການປົກຄອງແຂວງ
ໂອກາດນີ້ ທ່ານ ສົມສະຫງວນ ສຸວັນນະລາດ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິງແວດລ້ອມແຂວງບໍລິຄໍາໄຊ ໄດ້ລາຍງານການຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງສິ່ງແວດລ້ອມໃນໄລຍະຜ່ານມາ ແລະ ປະຫວັດຄວາມເປັນມາຂອງວັນສິ່ງແວດລ້ອມໂລກ ປະຈຸບັນພັກ-ລັດເຮົາ ແມ່ນໄດ້ໃຫ້ຄວາມສໍາຄັນເປັນຢ່າງຍິງ ຕໍ່ກັບການປົກປັກຮັກສາສິ່ງແວດລ້ອມ ຫັນເອົາວຽກປົກປັກຮັກສາສິງແວດລ້ອມ ຄຽງຄູກັບການພັດທະນາເສດຖະກິດ-ສັງຄົມ ໂດຍເລ່ງໃສ່ຍົກລະດັບປະສິດທິພາບການຜະລິດ ການໃຊ້ຊັບພະຍາກອນທໍາມະຊາດ ແບບສົມເຫດສົມຜົນ ຫຼຸດຜ່ອນສິ່ງເສດເຫຼືອ ແລະ ປ່ອຍອາຍຜິດເຮືອນແກ້ວ ເພີ່ມອັດຕາປົກຫຸ້ມຂອງປ່າໄມ້ ແລະ ພື້ນທີ່ສີຂຽວໃນຕົວເມືອງ ຫຼຸດຜ່ອນຄວາມທຸກຍາກ-ຄວາມບໍ່ສະເໝີພາບໃນສັງຄົມ ພ້ອມທັງຍົກສູງຊິວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນ ໃນນັ້ນຍັງໄດ້ເອົາວຽກງານດັ່ງກ່າວ ເຂົ້າໃນເປົ້າໝາຍວິໃສທັດຂອງແຂວງ ແຕ່ນີ້ຮອດປີ 2030 ໃນຄໍາຂັວນທີ່ວ່າ: ສ້າງແຂວງບໍລິຄຳໄຊ ໃຫ້ກາຍເປັນປະຕູເສດຖະກິດ ແຫຼ່ງຜະລິດພະລັງງານ ບໍລິການທາງຜ່ານ ແລະ ຄຸ້ມຄອງສິ່ງແວດລ້ອມແບບຍືນຍົງ
ວັນສິ່ງແວດລ້ອມໂລກ ແມ່ນໄດ້ກໍານົດເອົາວັນທີ 5 ມີຖຸນາ ຂອງແຕ່ລະປີ ເປັນວັນສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ໄດ້ກໍານົດເອົາມື້ທໍາອິດຂອງກອງປະຊຸມຄັ້ງປະຖົມມະເລິກ ດ້ານສິ່ງແວດລ້ອມຂອງມວນມະນຸດ ທີ່ເມືອງສະຕ໋ອກໂຮມ, ປະເທດສະວີເດັນ ເປັນວັນສິ່ງແວດລ້ອມໂລກ ຄື: ວັນທີ 5 ມີຖຸນາ ປີ 1972 ເຊີ່ງມີຜູ້ເຂົ້າຮ່ວມ ຫຼາຍກວ່າ 100 ຄົນ, ທີ່ມາຈາກ 113 ປະເທດ ມາຮອດປີນີ້ແມ່ນຄົບຮອບ 46 ປີ ຈາກນັ້ນ ທ່ານ ດວງຕາ ມໍລະຄາສຸກ ຫົວໜ້າຫ້ອງວ່າການປົກຄອງແຂວງ ຕາງໜ້າໃຫ້ແກ່ການນໍາຂອງແຂວງໄດ້ຜ່ານສານຂອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ, ວັນສິ່ງແວດລ້ອມແຫ່ງຊາດ ວັນນໍ້າໂລກ ວັນປູກຕົ້ນໄມ້ແຫ່ງຊາດ ສໍາລັບ ສປປ ລາວ ພວກເຮົາໄດ້ຖືເອົາໂອກາດທີ່ມີ ຄວາມໝາຍຄວາມສໍາຄັນດັ່ງກ່າວນີ້ ໂຄສະນາປູກຈິດສໍານຶກ ແລະ ສ້າງຂະບວນການ ໃຫ້ສອດຄ່ອງຄໍາຂັວນສະເພາະປີນີ້ ແລະ ພ້ອມກັນຫັນຈິນຕະນາການ ໄປກັບເພີ່ມທະວີ ການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ປົກປັກຮັກສາສິ່ງແວດລອ້ມ ຕາມທິດສີຂຽວ ແລະ ຍືນຍົງ, ຕາມລະບຽບການກົດໝາຍຢ່າງເຂັ້ມງວດ ໃຫ້ບັນລຸຕາມວິໄສທັດ ຕາມຢຸດທະສາດ ແລະ ແຜນການ 5 ປີ, ຂອງຂະແໜງການ ປະກອບສ່ວນໃຫ້ແກ່ແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ມີຄວາມຍືນຍົງ ພ້ອມນີຍັງໄດ້ຈັດກິດຈະກຳ ແຂ່ງຂັນກິລາເປຕັ້ງຕື້່ມອີກ
ຂອບໃຈ ທີມຂ່າວ ແຂວງບໍລິຄໍາໄຊ
Editor: ກຳປານາດ ລັດຖະເຮົ້າ