ເພື່ອເປັນການສ້າງບັນຍາກາດ ໃນວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ 1 ມີຖຸນາ 2018 ໃຫ້ມີບັນຍາກາດຄຶກຄື້ນມ່ວນຊື່ນ, ມອບຄວາມສຸກ ແລະ ຄວາມມ່ວນຊື່ນແກ່ເດັກນ້ອຍ, ທັງເປັນການເປີດໂອກາດ ໃຫ້ເດັກນ້ອຍຜູ້ທີ່ມີພອນສະຫວັນ ກ້າສະແດງອອກ ໄດ້ສະແດງຄວາມສາມາດຂອງຕົນ ເທີງເວທີ ການສະແດງ ແລະ ແນວຄິດສ້າງສັນ, ເຊີ່ງເປັນການພັດທະນາການທີ່ດີ ທາງດ້ານແນວຄິດ ແລະ ບຸກຄະລິກກະພາບ ແກ່ເດັກ, ເຮັດໃຫ້ເດັກ ໄດ້ມີສ່ວນຮ່ວມໃນສັງຄົມ ໃນບັນຍາກາດແຫ່ງການສະເຫລີມສະຫລອງວັນເດັກນ້ອຍສາກົນ ຂອງທຸກໆປີ.
ດັ່ງນັ້ນ ເມື່ອວັນທີ 2 ມີຖຸນາ ຜ່ານມານີ້, ທີ່ສູນການຄ້າ ລາວ-ໄອເຕັກ ທີ່ນະຄອນຫລວງວຽງຈັນ ໄດ້ຈັດງານປະກວດເດີນແບບແຟນຊີ ສໍາລັບເດັກ, ເຊີ່ງຜູ້ເຂົ້າປະກວດ ແມ່ນແມ່ນໄດ້ດີໄຊ ເຄື່ອງແຕ່ງກາຍ ທີ່ມີຄວາມເຫມາະສົມ ຂອງແຕ່ລະຄົນ ແລະ ມີຜູ້ເຂົ້າປະກວດ ເກືອບ 70 ນ້ອງ, ໂດຍມີຜູ້ປົກຄອງ ມາໃຫ້ກໍາລັງໃຈ ເປັນພິເສດ.
ການຈັດງານແບບນີ້ ແມ່ນໄດ້ຈັດຂື້ນເລື້ອຍໆ ເພື່ອເປັນເວທີ ໃຫ້ແກ່ເດັກນ້ອຍລາວ ໄດ້ມີການພັດທະນາ ດ້ານຕ່າງໆ ຫົວຄິດປະດິດສ້າງ, ພອນສະຫວັນ ແລະ ຄວາມສາມາດພິເສດ
Editor: ກຳປານາດ ລັດຖະເຮົ້າ