ໃນວັນທີ 1 ມິຖຸນາ 2018, ເມືອງຫົງສາ ແຂວງໄຊຍະບູລີ ຈັດພິທີສະເຫຼີມສະຫຼອງ 4 ວັນສຳຄັນຂອງຊາດ ຄື: ວັນປູກຕົ້ນໄມ້ສາກົນ, ວັນເດັນນ້ອຍສາກົນ, ວັນລຶບລ້າງການໃຊ້ແຮງງານເດັກ ແລະ ວັນສິ່ງແວດລ້ອມໂລກ ຂື້ນຢ່າງເປັນທາງການ ຢູ່ທີ່ເດີ່ນກິລາໃນຮົ່ມຂອງເມືອງ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄຳເພັດ ພົມມະລາດ ເຈົ້າເມືອງຫົງສາ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມກອງອ້ອມຂ້າງເມືອງ, ພະນັກງານຫຼັກແຫຼ່ງຂອງເມືອງ, ລັດວິສາຫະກິດ, ບໍລິສັດ, ໂຄງການ, ນາຍບ້ານ, ຄູອາຈານ, ນ້ອງນ້ອຍນັກຮຽນອານຸບານ, ປະຖົມ, ມັດທະຍົມ ແລະ ຜູ້ປົກຄອງເດັກ, ຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນບ້ານເທດສະບານເມືອງເຂົ້າຮ່ວມຢ່າງຫຼວງຫຼາຍ.
ຈຸດປະສົງການຈັດພິທີໃນຄັ້ງນີ້ກໍ່ເພື່ອເປັນການທົບທວນຄືນການຈັດຕັ້ງປະຕິບັດ ບັນດາແນວທາງນະໂຍບາຍຂອງພັກ-ລັດ ຂອງ 4 ວັນສຳຄັນດັ່ງກ່າວນີ້ ໃຫ້ມີຄວາມໝາຍຄວາມສຳຄັນຢ່າງເລິກເຊີ່ງ ທີ່ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ.
ໃນພິທີກໍ່ໄດ້ຮັບຟັງການຜ່ານປະຫວັດຄວາມເປັນມາ 4 ວັນສຳຄັນຂອງຊາດຈາກ ທ່ານ ຄຳເພັດ ພົມມະລາດ ເຈົ້າເມືອງຫົງສາ ແຂວງໄຊຍະບູລີຄື: ວັນເດກນ້ອຍສາກົນ ກໍ່ເປັນວັນໜຶ່ງທີ່ສຳຄັນ ເຊິ່ງໃນສະໄໝກ່ອນຕົກຢູ່ໃນລະບອບສັກດີນາ ເປັນລູກຫຼານຂອງກຳມະກອນຜູ້ອອກແຮງງານ ແມ່ນມີຊີວິດທີ່ລຳບາກທີ່ສຸດ ການກິນຢູ່ຂາດເຂີນ ເວລາເຈັບປ່ວຍບໍ່ໄດ້ຮັບການປິ່ນປົວເບິ່ງແຍງ ຖືກປ່ອຍປະລະເລີຍ ແລະ ບໍ່ໄດ້ຮັບການສຶກສາແຕ່ຢ່າງໄດ, ແຕ່ນັ້ນມາຈົນຮອດປະຈຸບັນ ພັກ ແລະ ລັດເຮົາໄດ້ພ້ອມກັນສຸມໃສ່ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ມີອາຊີບໝັ້ນທ່ຽງສົ່ງເສີມເບິ່ງແຍງລູກຫຼານໂຕເອງໃຫ້ໄດ້ຮ່ຳຮຽນຕາມເກນອາຍຸ,
ດັ່ງຄໍາຂວັນທີ່ວ່າ: ເດັກແມ່ນອະນາຄົດຂອງຊາດ, ແມ່ນຜູ້ສືບທອດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນອະນາຄົດ.
ວັນສາກົນລືບລ້າງການໃຊ້ແຮງງານເດັກ ຄືການສົ່ງສົ່ງເສີມສິດທິເດັກ, ຮູ້ນໍາໃຊ້ເຕັກໂນໂລຊີທີ່ປອດໄພ, ໃສ່ໃຈສິ່ງແວດລ້ອມ ແລະ ພ້ອມໃຈກັນເປັນເຈົ້າພາບທີ່ດີໃນການເປີດປີທ່ອງທ່ຽວລາວ 2018, ສະພາແຫ່ງຊາດໄດ້ຮອງຮັບເອົາກົດໝາຍວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ໃນປີ 2006, ກົດໝາຍວ່າດ້ວຍການຕ້ານການຄ້າມະນຸດ ປີ 2015, ແຜນຍຸດທະສາດວຽກແມ່ ແລະ ເດັກແຕ່ປີ 2016-2025 ວິໃສທັດຮອດປີ 2030 ເພື່ອປ້ອງກັນ ແລະ ລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ຕາມສົນທິສັນຍາວ່າດ້ວຍສິດທິເດັກ.
ວັນສິ່ງແວດລ້ອມໂລກ ແມ່ນແນວທາງໜຶ່ງເພື່ອເຮັດໃຫ້ປະເທດຊາດມີພື້ນທີ່ສະອາດງາມຕາ ໄປພ້ອມກັນກັບການສ້າງສາພັດທະນາເສດຖະກິດສີຂຽວ ຂັບເຄື່ອນໃຫ້ ສປປ ລາວ, ບັນລຸ 17 ເປົ້າໝາຍການພັດທະນາແບບຍືນຍົງ, ທັງເປັນການອານຸລັກປົກປັກຮັກສາແຫຼ່ງນໍ້າ, ສັດນ້ຳ ແລະ ສັດປ່າໃຫ້ມີການດຳລົງຊີບທີ່ດີ, ສະກັດກັ້ນການຄ້າຂາຍສັດປ່າແບບຊະຊາຍ ແລະ ບໍ່ສອດຄ້ອງຕໍ່ລະບຽບກົດໝາຍ, ດັ່ງຄໍາຂວັນທີ່ວ່າ: ສິ່ງແວດລ້ອມແມ່ນທຸກສິ່ງທຸກຢ່າງທີ່ອ້ອມໂຕເຮົາ ນັບທັງສິ່ງທີ່ມີຊີວິດ ແລະ ບໍ່ມີຊີວິດ ຈົ່ງພ້ອມກັນປົກປັກຮັກສາໄວ້ໃຫ້ຍາວນານ.
ວັນປູກຕົ້ນໄມ້ແຫ່ງຊາດ ແມ່ນການຟື້ນຟູປ່າທີ່ຖືກທຳລາຍຈາກໄພທຳມະຊາດ ແລະ ການກະທຳຂອງມະນຸດໃນເມື່ອກ່ອນ ດັ່ງນັ້ນຄະນະພັກອຳນາດການປົກຄອງທຸກຂັ້ນ ແລະ ທົ່ວປວງຊົນເຮັດໃຫ້ມີພື້ນທີ່ຂອງປ່າປົກຫຸ່ມ ກວມເອົາ 68.58%, ໃນປີ 2018 ແລະ 70% ໃນປີ 2020, ນັບແຕ່ປີ 1993 ມາຮອດປະຈຸບັນ ເມືອງຫົງສາປູກຕົ້ນໄມ້ໄດ້ທັງໝົດເກືອບ 2.000 ເຮັກຕາ ເຊິ່ງເປັນທ່າແຮງໃນການປົກປ້ອງແຫຼ່ງນ້ຳ, ທຳມະຊາດ, ສັດສາວາສິ່ງ ແລະ ທັງເປັນການຖ່າຍປ່ຽນອາກາດທີ່ບໍລິສຸດອີກດ້ວຍ.
ໃນຕອນທ້າຍກໍ່ໄດ້ມອບໃບສຳມະນາບຸນຄຸນໃຫ້ແກ່ບໍລິສັດ, ໂຄງການ, ຢອດຢາກັນພະຍາດໃຫ້ເດັກໃນເກນອາຍຸ, ຮັບຊົມສິນລະປະວັນນະຄະດີ, ກິລາດຶງເຊືອກ ແລະ ກິລາຂື້ນເສົານ້ຳມັນ ຂອງນ້ອງນ້ອຍນັກຮຽນຕື່ມອີກ.
Editor: ກຳປານາດ ລັດຖະເຮົ້າ