ວັນທີ 5 ມີຖຸນາ2018 ຢູ່ທີສະໂມສອນໃຫ່ຍຂອງເມື່ອງ ຫ້ອງການສາທາລະນະສຸກເມື່ອງຫົງສາແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ວິທີປ້ອງກັນບໍໃຫ້ມີການລະບາດຂອງພະຍາດໄຂ້ຍຸງຢູ່ພາຍໃນເມື່ອງຂຶ້ນ ໂດຍການເປັນປະທານຂອງ ທ່ານ ນາງດາວວີ ລາດຊະກິດ ຮອງເຈົ້າເມື່ອງຫົງສາ ຜູ້ຊີ້ນຳວຽກງານຂົງເຂດ ວັດທະນະທຳສັງຄົມຂອງເມື່ອງຫົງສາ, ມີຂະນະກຳມະການປ້ອງກັນໄຂ້ເລືອດອອກຂອງຂັ້ນເມື່ອງ,ນາຍບາຍ,ຜູ້ອຳນາຍການໂຮງຮຽນ,ຄູ,ອາຈານ ພັກນັກງານແພດໝໍ ແລະ ນ້ອງນັກຮຽນ,ພໍແມ່ປະຊາຊົນເຂົ້າຮ່ວມຢາງພວກພຽງ ໃນໂອກາດດັ່ງກ່າວ ກໍໄດ້ຮັບຝັງການລາຍງານສະພາບໄຂ້ຍຸງລາຍໂດຍຫຍໍ້ ແລະ ແຜນການຈັດຕັ້ງປະຕິບັດໃນຕໍໝ້າ,ຜ່ານລາຍງານຄູ່ອາຈານ ແລະ ນ້ອງນັກຮຽນ ແຕ່ຊັ້ນ ມ4 ມ5 ແລະ ມ6 ມີ 260 ນ້ອງ,ໃນຈຳນວນ14ບ້ານ,ລົງຮັບຜິດຊອບວຽກໂຕຈິງແຕ່ລະໝ່ວຍ,ແຕ່ລະບ້ານ,ເທດສະບານເມື່ອງ, ພ້ອມນັ້ນ ທານ ນາງດາວິນ ລາດຊະກິດ ກໍ່ໄດ້ກ່າວວ່າ ພະຍາດໄຂ້ຍຸງລາຍແມ່ນພະຍາດຊືມເຊື້ອໄວລັດຊະນິດໝຶ່ງທີ່ເກີດຈາກຍຸງລາຍໂຕແມ່ເປັນໂຕນຳເຊື້ອ ແລະ ມັກພົບຫລາຍໃນລະດູຝົນ ເມື່ອເປັນພະຢາດນີ້ແລ້ວຖ້າບໍໄດ້ຮັບການປິນປົວຢາງຖືກຕ້ອງ ແລະ ທັນເວລາກໍ່ອາດຈະເສຍຊິວິດໄດ້ ພະຍາດນີ້ເປັນພະຍາດທີບົມຊ້ອນ,ຢູ່ໃນປະເທດລາວເຮົາ.ປີ2017 ຜ່ານມາ ໃນທົ່ວປະເທດມີຄົນເຈັບທີເປັນພະຍາດໄຂ້ຍຸງທັງໝົດ 11.067ຄົນ ກໍລະນີ ເສຍຊີວິດ 14 ກໍລະນີ,ໃນນີ້ເກີດທີທີ່ເກີດລະບາດພະຍາດໄຂ້ຍຸງລາຍຫລາຍກວ່າໝູ່ແມ່ນຢູ່ນະຄອນຫລວງວຽງຈັນ 4.647 ກໍລະນີ ແຂວງໄຊຍະບູລີ 147 ກໍລະນີ ,ເຊຍຊີວິດ 1 ກໍລະນີ ແລະ ການລະບາດຂອງພະຍາດໄຂ້ຍຸງນີ້ກວມເອົາ 44 ບ້ານ,ຄາດວາປີ2018ນີ້ ຈະມີການລະບາດຂອງພະຍາດດັ່ງກ່າວຕື່ມ,ພະຍາດໄຂ້ຍຸງລາຍຈາກຄົນສູ່ຄົນດ້ວຍການກັດຕອດຂອງຍຸງລາຍທີ່ໄປກັດຜູ້ມີເຊື້ອພະຍາດແລ້ວມາກັດຕອດຄົນດີເມື່ອຄົນດີຖືກຍຸງລາຍທີມີເຊື້ອກັດຕອດແລ້ວ,ພາຍໃນ 2 ຫາ 14 ວັນ ຈະມີອາການເຊັ່ນ:ໄຂ້ຄິງຮ້ອນຕະຫລອດ,ປວດຕາມຕົນຕົວ,ປວດຕາມຂໍ່ກະດູກ,ໝ້າຕາແດງ,ມີຮອຍຈຸດຊ້ຳຕາມຕົນຕົວ ແລະ ເຈັບທ້ອງ,ກໍລະນີຮ້າຍແຮງຈະມີອາການເລືອດອອກດັງ,ເລືອດອອກຕາມຟັນແຂ້ວ ແລະ ມີເລືອດອອກຕາມຜິວໝັງ. ໃນຕອນທ້າຍ ທ່ານ ນາງ ດາວິນ ລາດຊະກິດ ຮອງເຈົ້າເມື່ອງຫົງສາ ກໍໄດ້ໃຫ້ທິດຊີ້ນຳ ໃນການລົງປະຕິບັດຕົວຈິງຄັ້ງນີ້ ເຊີ່ງຈະໄດ້ລົງມືຈັດຕັ້ງປະຕິບັດ ເປັນເວລາ 6ເດືອນ ໂດຍເລີ່ມແຕ່ເດືອນ ມີຖະນາ ຫາເດືອນພະຈິກປີ2018ນີ້ ໃຫ້ສຳເລັດຕາມຄາດໜາຍ
Editor: ກຳປານາດ ລັດຖະເຮົ້າ