ໃນວັນທີ 5 ມີຖຸນາ 2018 ຜ່ານມານີ້, ຢູ່ທີ່ ເດີນສະໂມສອນ ຂອງ ເມືອງວັງວຽງ, ແຂວງວຽງຈັນ. ໄດ້ຈັດງານສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ວັນທີ່ 5 ມີຖຸນາ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ເດືອນ 6 ເນື່ອງໃນໂອກາດປີທ່ອງທ່ຽວລາວ 2018 ທີ່ເມືອງວັງວຽງ. ໂດຍເຂົ້າຮ່ວມຂອງ ທ່ານ ຄຳຜອງ ດວງວິໄລ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆວັງວຽງ ມີ ທ່ານ ປອ ອາລຸນ ບຸນມີໄຊ ຄະນະພັກກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຫົວໜ້າກົມພັດທະນາການທ່ອງທ່ຽວ, ມີ ທ່ານ ຄຳຟອງ ບົວທອງ ກຳມະການພັກແຂວງ, ຫົວຫນ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງວຽງຈັນ, ມີບັນດາທ່ານຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການອ້ອມຂ້າງ,ພະນັກງານທີ່ກ່ຽວຂ້ອງ ອຳນາດການປົກຄອງ-ນັກທຸລະກິດ ພ້ອມດ້ວຍປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ປອ ອາລຸນ ບຸນມີໄຊ ຄະນະພັກກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຫົວໜ້າກົມພັດທະນາການທ່ອງທ່ຽວ ໄດ້ຂຶ້ນລາຍງານກ່ຽວກັບງານການ ສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກຄົບຮອບ 46 ປີ ແລະ ວັນປູຕົ້ນໄມ້ແຫ່ງຊາດຄັ້ງນີ້ ແມ່ນໄດ້ໄຂຂຶ້ນໃນທ່າມກາງທີ່ທົ່ວພັກທົ່ວປວງຊົນລາວ ບັນດາເຜົາພ້ອມກັນຈັດຕັ້ງມະຕິກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກ ແລະ ການສືບຕໍ່ຈັດກິດຈະກຳເພື່ອດຶງດູດນັກທ່ອງທ່ຽວເຂົ້າມາລາວ ເນື່ອງໃນໂອກາດປີທ່ອງທ່ຽວລາວ 2018. ການສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກຢູ່ ສປປ ລາວ ໃນປີນີ້ ກໍ່ຄືທຸກໆປີທີ່ຜ່ານມາທີ່ໄດ້ສະເຫຼີມສະຫຼອງໄປພ້ອມກັບບັນດານານາຊາດໃນໂລກ ເຊິ່ງໄດ້ກຳນົດເອົາວັນທີ 5 ມິຖຸນາຂອງທຸກປີ ແລະ ໄດ້ກຳນົດຫົວຂໍ້ທີ່ແຕກຕ່າງກັນໃນແຕ່ລະປີ ເພື່ອເປັນການສ້າງຈິດສຳນຶກ ປຸກລະດົມ ການເຂົ້າຮ່ວມ ແລະ ສົ່ງເສີມການແກ້ໄຂບັນຫາທີ່ພົ້ນເດັ່ນເກີດຂຶ້ນໃນແຕ່ລະໄລຍະ ການສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກໃນປີນີ້ແມ່ນພາຍໃຕ້ຄຳຂັວນທີ່ວ່າ: ຫຼຸດຜອ່ນປາລາສະຕິກ ຫຼຸດຜ່ອນມົນລະພິດ
ທ່ານ ຄໍາຜອງ ດວງວິໄລ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆວັງວຽງ ໄດ້ໃຫ້ກຽດເປີດງານສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ວັນທີ 5 ມີຖຸນາ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ເດືອນ 6 ເນື່ອງໃນໂອກາດປີທ່ອງທ່ຽວລາວ 2018 ທີ່ເມືອງວັງວຽງ ຢ່າງເປັນທາງການ ແລະ ເພື່ອເປັນການສົ່ງເສີມວຽກງານການທ່ອງທ່ຽວຢູ່ເມືອງວັງວຽງ ໃຫ້ມີຄວາມຍືນຍົງ ແລະ ທັງເປັນການສ້າງເງື່ອນໄຂໃນທຸກດ້ານ ເຮັດໃຫ້ ເມືອງວັງວຽງ ໄດ້ຖືກຮັບຮອງເປັນເມືອງທ່ອງທ່ຽວ ສະອາດອາຊຽນ ຕາມມາດຕະຖານທີ່ໄດ້ກຳນົດໄວ້ ສະເໜີຍັງທຸກອົງການຈັດຕັ້ງຂອງລັດ, ອຳນາດການປົກຄອງທຸກຂັ້ນ, ອົງການຈັດຕັ້ງມະຫາຊົນ, ຫົວໜ່ວຍທຸລະກິດ ແລະ ຕະຫລອດຮອດພໍ່ແມ່ປະຊາຊົນບັນດາເຜົ່າທຸກຄົນພາຍໃນເມືອງວັງວຽງ ຈົ່ງພ້ອມກັນເປັນເຈົ້າການໃນການປົກປັກຮັກສາສິ່ງແວດລ້ອມ ແລະປົກປັກຮັກສາຊັບພະຍາກອນທຳມະຊາດ ໜ້າດິນ,ປ່າໄມ້, ສັດ, ແຫຼ່ງນ້ຳ ແລະ ອາກາດ.
ເພື່ອກຽມພ້ອມຮັບມືກັບໄພພິບັດທາງດ້ານທຳມະຊາດ ໄປພ້ອມກັບການຈັດຕັ້ງວຽກງານຕາມທິດສີຂຽວແລະຍືນຍົງ ທັງນີ້ກໍ່ເພື່ອຮັບປະກັນເປັນເມືອງສີຂຽວເມືອງປະເສີດ ແລະ ຈົ່ງພ້ອມກັນບຸກທະລຸທັງ 4 ດ້ານ, ສ້າງວັດທະນະທຳສັງຄົມໃຫມ່ໃນທົ່ວປວງຊົນໃຫ້ມີຈິນຕະນາການໃໝ່ຮັກຫອມ ແລະຫວງແຫນຊັບພະຍາກອນທຳມະຊາດອັນລ້ຳຄ່າ ດັ່ງຄຳຂວັນຂອງເມືອງວັງວຽງ ທີ່ວ່າ: ເມືອງວັງວຽງ ມີສາຍນ້ຳໄຫຼ, ປ່າໄມ້ສີຂຽວ, ທ່ອງທ່ຽວປອດໄພ ນ້ຳໃຈຊາວເມືອງປະເສີດ
ໃຫ້ກຽດມອບຖັງໃສ່ຂີ້ເຫຍື້ອຍຈໍານວນ 30 ຖັງໃຫ້ເມືອງວັງວຽງ ໂດຍແມ່ນ ທ່ານ ທະວີເພັດ ອຸລາ ຮອງຫົວໜ້າກົມພັດທະນາການທ່ອງທ່ຽວ ຜູ້ຈັດການໂຄງການພັດທະນາພື້ນຖານໂຄງຮ່າງເພື່ອສົ່ງເສີມການທ່ອງທ່ຽວ ແລະກ່າວຮັບໂດຍແມ່ນ ທ່ານ ຄຳຜອງ ດວງວິໄລ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆວັງວຽງ ພ້ອມທັງປ່ອຍປູມເປົາ ເປີດງານໃນຄັ້ງນີ້.
ຫລັງຈາກນັ້ນ, ກໍ່ໄດ້ພ້ອມກັນ ສ້າງຂະບວນ ປູກຕົ້ນໄມ້ປະດັບ, ການອານາໄມ-ເກັບມ້ຽນ ຂີ້ເຫຍື້ອ ພາຍໃນເທດສະບານເມືອງຕື່ມອີກ
Editor: ກຳປານາດ ລັດຖະເຮົ້າ