ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ສະມາຄົມສະຖາປະນິກ ແລະ ວິສະວະກອນໂຍທາແຫ່ງຊາດລາວ, ສະມາຄົມໂຮງແຮມ ແລະ ຮ້ານອາຫານ ໄດ້ຮ່ວມກັນຈັດງານ Lao top 3 Expo ຂື້ນໃນວັນທີ 7 ມີຖຸນາ 2018 ທີ່ ນະຄອນຫຼວງວຽງຈັນ ໂດຍມີຜູ້ເຂົ້າຮ່ວມວາງສະແດງຈາກນາໆຊາດ ຈໍານວນ 150 ບໍລິສັດ, ເພື່ອຈັດງານວາງສະແດງພະລິດຕະພັນໃໝ່ໆ ແລະ ເຕັກໂນໂລຊີໃນດ້ານການກໍ່ສ້າງ ແລະ ອາຄານ, ການບໍາບັດນໍ້າ, ໄຟຟ້າ, ເຄື່ອງປັບອາກາດ, ການບໍລິການ, ອາຫານ - ເຄື່ອງດື່ມ, ລົດຍົນ ແລະ ບັນດາອາໄຫຼ່ຕ່າງໆ ເຂົ້າຮ່ວມພາຍໃນງານມີ ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ພັນທອງ ມິດທຸມມາ ຮອງລັດທະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ພ້ອມດ້ວຍບັນດາພາກສ່ວນກ່ຽວຂ້ອງ ແລະ ບໍລິສັດທີ່ມາຮ່ວມວາງສະແດງໃນງານ ຈາກ 12 ປະເທດ ລວມມີ: ຈີນ, ອີຕາລີ, ຮົງກາຣີ, ຍີປຸ່ນ, ເກົາຫລີ, ມາເລເຊຍ, ໄທ ແລະ ສິງກະໂປ ເຂົ້າຮ່ວມ.
ເປັນກຽດກ່າວເປີດງານ lao top 3 Expo ໂດຍທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ງານດັ່ງກ່າວແມ່ນຈະໄດ້ຈັດຂື້ນ ເປັນເວລາ 3 ວັນ ນັບຕັ້ງແຕ່ວັນທີ 7 – 9 ມິຖຸນາ 2018 ເລີ່ມແຕ່ເວລາ 10 ເຊົ້າ - 17 ແລງ, ເປັນງານທີ່ໄດ້ລວບລວມເອົາ ບັນດາ 3 ຂະແໜງການຄື: 1. ການວາງສະແດງນາໆຊາດກ່ຽວກັບອາຄານ, ການກໍ່ສ້າງ ແລະ ອຸດສາຫະກໍາ ທີ່ໃຫຍ່ທີ່ສຸດໃນລາວ, 2. ການວາງສະແດງນາໆຊາດດ້ານການບໍລິການ, ອານຫານ ແລະ ເຄື່ອງດື່ມ ທີ່ໃຫຍ່ທີ່ສຸດໃນລາວ, 3. ການວາງສະແດງນາໆຊາດດ້ານລົດຍົນ ແລະ ອຸດສາຫະກໍາອາໄຫຼ່ ທີ່ເປັນອັນດັບ 1 ຂອງລາວ, ຈຸດປະສົງຂອງການຈັດງານ ແມ່ນເພື່ອເປັນການໂຄສະນາ ບັນດາຫົວໜ່ວຍທຸລະກິດ, ເປີດໂອກາດໃຫ້ການຊອກຫາຄູ່ຄ້າ ຂອງຫົວໜ່ວຍທຸລະກິດ ແລະ ຊຸກຍູ້ສົ່ງເສີ່ມທາງດ້ານການທ່ອງທ່ຽວ ໃນປີທ່ອງທ່ຽວລາວ ຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ.
ການຈັດງານໃນຄັ້ງນີ້ເຫັນວ່າ ສາມາດສ້າງຄວາມສົນໃຈ ແກ່ນັກທຸລະກິດ, ນັກລົງທືນ, ນັກວິຊາການ, ນັກຮຽນຮູ້ຈາກທັງພາຍໃນ ແລະ ຕ່າງປະເທດໄດ້ເປັນຢ່າງດີ, ນອກນັ້ນຍັງໄດ້ມີການຈັດກອງປະຊຸມສໍາມະນາ ໂດຍນັກສະຖາປັດຕະຍາກໍາ ແລະ ວິສະວະກໍາ ເຂົ້າຮ່ວມ 300 ກ່ວາຄົນ ພ້ອມກັບການສໍາມະນາກ່ຽວກັບເຕັກໂນໂລຊີ, ການແຂ່ງຂັນ ປຸງແຕ່ງອາຫານ ແລະ ການໂຮງແຮມ ຈັດໂດຍສະມາຄົມໂຮງແຮມ ແລະ ຮ້ານອາຫານລາວ.
Editor: ກຳປານາດ ລັດຖະເຮົ້າ