ເພື່ອເປັນການສະເຫຼີມສະຫຼອງວັນກິລາ ກາຍຍະກຳແຫ່ງຊາດ ວັນທີ 13 ກໍລະກົດ 1966 ເຖີງ ວັນທີ 13 ກໍລະກົດ 2018 ຊື່ງຈະໄດ້ມູນວຽນມາ ຄົບຮອບ 52 ປີ, ຫ້ອງການສືກສາທິການ ແລະ ກິລາເມືອງ ລ້ອງແຈ້ງ ໄດ້ຈັດພິທີສະເຫຼີມສະຫຼອງວັນກິລາ ກາຍຍະກຳແຫ່ງຊາດ ຂື້ນໃນວັນທີ 05 ມີຖຸນາ 2018 ນີ້, ຢູ່ທີ່ເດີ່ນຍົນເກົ່າ ບ້ານລ້ອງແຈ້ງ, ເມືອງລ້ອງແຈ້ງ ແຂວງໄຊສົມບູນ ໂດຍການເຂົ້າຮ່ວມ ເປັນປະທານເປີດພິທີຂອງ ທ່ານ ຊົ່ວເຊັ່ງ ຈື່ວາ ໜໍເຮີລໍ່ ເລຂາພັກເມືອງ ເຈົ້າເມືອງ ລ້ອງແຈ້ງ ມີບັນດາຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ, ອົງການ, ກົມກອງ ພະນັກງານ-ລັດຖະກອນ ທົ່ວເທດສະບານເມືອງ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ການສ້າງຂະບວນການໃນຄັ້ງນີ້, ຜູ້ເຂົ້າຮ່ວມ ຍັງໄດ້ຮັບຟັງປະຫວັດ ຄວາມເປັນມາຂອງວັນກິລາ ກາຍຍະກຳແຫ່ງຊາດ ຈາກ ທ່ານ ອາຍຊົ່ງ ນະວົງໄຊ ຮັກສາການຫົວໜ້າຫ້ອງການສືກສາທິການ ແລະ ກິລາເມືອງ
ຊື່ງທ່ານໄດ້ເວົ້າໃຫ້ຮູ້ວ່າໃນກອງປະຊຸມຜູ້ນໍາກິລາລາວທົ່ວປະເທດຄັ້ງທີ່ 3 ໄດ້ມີມະຕິຕົກລົງເອົາວັນທີ 13 ກໍລະກົດ 1966 ເປັນວັນສ້າງຕັ້ງກິລາລາວ, ການສະເຫຼີມສະຫຼອງວັນກິລາກາຍຍະກຳແຫ່ງຊາດໃນຄັ້ງນີ້, ແມ່ນເປັນຄັ້ງປະຫວັດສາດຂອງເມືອງລ້ອງແຈ້ງ ນັບແຕ່ປະກາດສ້າງຕັ້ງເມືອງໃນຕົ້ນປີ 2014 ຊຶງປະກອບມີກິດຈະກໍາ ການຍ່າງອອກກໍາລັງກາຍເພື່ອສຸຂະພາບ , ການເຕັນເອໂລ ບິກ ແລະ ການດືງເຊືອກ ຊື່ງເຂົ້າຮ່ວມແຂ່ງຂັນທັງໝົດ ມີ 7 ທີມ, ທີ່ມາຈາກ ກຸ່ມການເມືອງ, ກຸ່ມວັດທະນາທຳ, ກຸ່ມເສດຖະກິດ, ກອງພັນໃຫຍ່ ຫ້າແປດສີ່ (584), ກອງບັນຊາການ ປກສ ເມືອງ ແລະ ທີມດືງເຊືອກເອື້ອຍນ້ອງຍີງ ປະສົມ ອີກ 2 ທີມ, ເພື່ອເປັນການຫັດແໜ້ນໃນການສ້າງຄວາມຮັກແພງສາມັກຄີໄມຕີຈິດ ແລະ ມິດຕະ ພາບທີ່ດີເຊີ່ງກັນ ແລະ ກັນ. ຂອງແຕ່ລະພາກສ່ວນ, ທັງເປັນການສະເຫຼີມສະຫຼອງວັນດັ່ງກ່າວ ແລະ ເພື່ອສ້າງໃຫ້ມີສຸຂະພາບທີ່ດີອີກດ້ວຍ.
ແຫລ່ງຂ່າວ: ຈາກເມືອງລ້ອງແຈ້ງ ແຂວງໄຊສົມບູນ
Editor: ກຳປານາດ ລັດຖະເຮົ້າ