ເພື່ອເປັນການປູກຈິດສຳນືກທົ່ວສັງຄົມໃນການຟື້ນຟູປ່າ ແລະ ປະຕິບັດຕາມແຜນຍຸດທະສາດພັດທະນາປ່າໄມ້ຂອງກະຊວງກະສິກຳ ແລະ ປ່າໄມ້ວາງອອກ ແຕ່ນີ້ຮອດປີ 2020 ໃຫ້ບັນລຸ 70% ຂອງເນື້ອທີປ່າປົກຫຸ້ມໃນທົ່ວປະເທດ ແລະ ຍັງເປັນການຈັດຕັ້ງປະຕິບັດແຜນພັດທະນາປ່າໄມ້ ຂອງແຂວງ ແລະ ເມືອງວາງອອກ ໃນວັນທີ 1 ມີຖຸນາ 2018 ຜ່ານມານີ້ ໄດ້ຈັດພິທີສະເຫຼີມສະຫຼອງວັນປູຕົ້ນໄມ້ແຫ່ງຊາດຄົບຮອບ 38 ປີ ຢູ່ທີສັນພູໝອກ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ຊົ່ວເຊັ່ງ ຈື່ວາໜໍ ເຮີ່ລໍ່ ເລຂາພັກເມືອງເຈົ້າເມືອງໆລ້ອງແຈ້ງ, ມີບັນດາຄະນະປະຈຳ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ອົງການ, ກົມກອງ, ທະຫານຕຳຫຼວດ ຕະຫຼອດຮອດພະນັກງານທົ່ວເມືອງເຂົ້າຮ່ວມ 200 ກວ່າຄົນ,
ໃນພິທີ ທ່ານ ສູນດາວັນ ສີທົງໄຊ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໄດ້ຂື້ນຜ່ານບົດສະຫຼຸບຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດວຽກງານກະສິກຳ ແລະ ປ່າໄມ່ໃນໄລຍະ 1 ປີຜ່ານມາ ເປັນຕົ້ນແມ່ນ ສະພາບລວມ, ຈຸດດີ, ຈຸດອ່ອນ ຂໍ້ສະດວກ ແລະ ຂໍ້ຄົງຄ້າງ ເຊິງເມືອງລ້ອງແຈ້ງປະກອບມີ 10 ບ້ານ. ມີ 1698 ຄອບຄົວ, ມີ 1.432 ຫຼັງຄາເຮືອນ, ມີປະຊາກອນ 7.857 ຄົນ, ຍິງ 3728 ຄົນ, ມີເນື້ອທີ ທັງໝົດ 177,231 ເຮັກຕາ, ມີເນື້ອທີປ່າປົກຫຸ້ມ 87,303 ເຮັກຕາ ເທົ່າກັບ 49,26% ຂອງເນື້ອທີປ່າທັງໝົດ, ໃນພິທີ ທ່ານ ທ່ານເຈົ້າເມືອງລ້ອງແຈ້ງ ຍັງໄດ້ເໜັ່ນໜັກ ແຜນຍຸດທະສາດພັດທະນາປ່າໄມ້ແຕ່ນີ້ຮອດປີ 2020 ໃຫ້ມີເນື້ອທີປົກຫຸ້ມຂອງປ່າໄມ້ໃຫ້ໄດ້ 70 ສ່ວນຮ້ອຍ ແລະ ເປັນການຈັດຕັ້ງປະຕິບັດໜຶ່ງໃນ 4 ແຜນງານ ຂອງກະຊວງກະສິກຳ ແລະ ປ່າໄມ້ວາງອອກ ຄື: ແຜນຄຸ້ມຄອງປ່າແບບຍືນຍົງໃຫ້ປະກົດຜົນເປັນຈິງ ແລະ ເພື່ອພັດທະນາຊັບພະຍາກອນທຳມະຊາດໃຫ້ອຸດົມສົມບູນເວົ້າລວມເວົ້າສະເພາະກໍ່ຄືເມືອງລ້ອງແຈ້ງ
ໃນການປູກຕົ້ນໄມ້ຄັ້ງນີ້, ເບ້ຍໄມ້ທີ່ນໍາມາປູກແມ່ນຕົ້ນໄມ້ແປກ ແລະ ຕົ້ນໄມ້ທຳມະຊາດ ຈໍານວນ 500 ຕົ້ນ, ປູກໃນເນື້ອທີ 1,3 ເຮັກຕາ, ຊື່ງເຫັນວ່າທຸກພາກສ່ວນໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ຊ່ວຍເຫຼືອເຊິງກັນ ແລະ ກັນ, ຈົນໄດ້ຮັບຜົນສຳເລັດ ແລະ ເປັນຂະບວນການຝົດຟື້ນມ່ວນຊື່ນ.
Editor: ກຳປານາດ ລັດຖະເຮົ້າ