ໃນວັນທີ 05 ມິຖຸນາ ຜ່ານມານີ້; ຢູ່ທີ່ເມືອງອາດສະພັງທອງ ແຂວງສະຫວັນນະເຂດ, ໄດ້ສໍາເລັດການປະກາດສ້າງຕັ້ງອົງການໄອຍະການປະຊາຊົນເຂດ IV ປະຈໍາເມືອງ ອາດສະພັງທອງ ໂດຍການ ເປັນປະທານຂອງທ່ານ ໄຊຊະນະ ໂຄດພູທອນ ຮອງປະທານອົງການໄອຍະການປະຊາຊົນສູງສຸດ; ມີບັນດາທ່ານເຈົ້າເມືອງ ທັງ 3 ຕົວເມືອງ, ຫົວໜ້າຫ້ອງການອ້ອມຂ້າງເມືອງ, ພະນັກງານອົງການໄອຍາການປະຊາຊົນປະຈໍາເຂດ IV ເມືອງ ອາດສະພັງທອງ ເຂົ້າຮ່ວມເປັນສັກຂີພິຍານ.
ໃນໂອກາດການຈັດຕັ້ງພິທີປະກາດສ້າງຕັ້ງຫ້ອງການອົງການໄອຍະການປະຊົນເຂດ IV ປະຈໍາເມືອງ ອາດສະພັງທອງ ເຊິ່ງເປັນຄັ້ງທໍາອິດ, ໃນພິທີກໍ່ໄດ້ມີການຜ່ານຂໍ້ຕົກຂອງອົງການໄອຍະການປະຊາຊົນສູງສຸດແຫ່ງ ສປປ ລາວ ວ່າດ້ວຍການປະກາດສ້າງຕັ້ງຫ້ອງການອົງການໄອຍະການປະ ຊາຊົນເຂດ IV ທີ່ຕັ້ງຢູ່ເມືອງ ອາດສະພັງທອງ ແຂວງ ສະຫວັນນະເຂດ, ເຊິ່ງກວມເອົາ 03 ຕົວເມືອງຄື: ເມືອງ ອາດສະພັງທອງ, ອາດສະພອນ ແລະ ເມືອງ ພະລານໄຊ ທີ່ຈະໄດ້ເຄື່ອນໄຫວຮັບໃຊ້ ແລະ ບໍລິການໄກ່ເກັ່ຍໃຫ້ແກ່ພໍ່ແມ່ປະຊາຊົນຕາມແນວທາງນະໂຍບາຍຂອງພັກວາງອອກດ້ວຍຄວາມໂປ່ງໄສ ແລະ ໃຫ້ຄວາມເປັນທໍາຕໍ່ສັງຄົມກໍ່ຄືພໍ່ແມ່ປະຊາຊົນຢ່າງແທ້ຈິ່ງ. ພາຍໃນຫ້ອງການອົງການໄອຍະການປະຊາຊົນເຂດ IV ເມືອງ ອາດສະພັງທອງ ປະກອບມີພະນັກງານທັງໝົດ 13 ທ່ານ. ໃນນັ້ນ; ໄດ້ປະກາດແຕ່ງຕັ້ງທ່ານ ສົມບັດ ພະພິທັກ ເປັນປະທານຫ້ອງການອົງການໄອຍະການປະຊາຊົນເຂດ IV ປະຈໍາເມືອງ ອາດສະພັງທອງ. ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງການນໍາຂັ້ນແຂວງ, ຂັ້ນເມືອງ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມເປັນສັກຂີພິຍານ.
ໃນໂອກາດດັ່ງກ່າວ ທ່ານ ໄຊຊະນະ ໂຄດພູທອນ ຮອງເລຂາຄະນະພັກຮອງປະທານອົງການໄອຍະການປະຊາຊົນສູງສຸດ ກໍ່ໄດ້ໂອ້ລົມຕໍ່ພິທີ ໂດຍທ່ານໄດ້ເນັ້ນໃຫ້ຫ້ອງການອົງການໄອຍະການປະຊາຊົນເຂດ IV ເມືອງ ອາດສະພັງທອງ ເອົາໃຈໃສ່ກ່ຽວກັບແບບແຜນວິທີເຮັດວຽກໃຫ້ສອດຄ່ອງຕໍ່ແນວທາງຂອງພັກ-ລັດວາງອອກໃຫ້ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ ແບ່ງຄວາມຮັບຜິດຊອບໃຫ້ບຸກຄົນຮັບຜິດຊອບ ແລະ ກໍ່ໃຫ້ເອົາໃຈໃສ່ທາງຄວາມສາມັກຄີກັບສາຍຂວາງ, ປະສານສົມທົບກັບອໍານາດການປົກຄອງຂັ້ນເມືອງຢ່າງໃກ້ສິດ.
Editor: ນັກຂ່າວເມືອງອາດສະພັງທອງ