ໃນວັນທີ 05 ມິຖຸນາ 2018, ທ່ານ ຄຳຕູ່ນ ສົມຊະນິດ ຮອງເລຂາ ຄະນະບໍລິຫານງານຊາວໜຸ່ມ ແຂວງສະຫວັນນະເຂດ, ໄດ້ລົງເຄື່ອນໄຫວວຽກ ນໍາຄະນະຊາວໜຸ່ມວິທະຍາໄລ ວິທະຍາສາດສຸຂະພາບແຂວງສະຫວັນນະເຂດ, ເພື່ອຊຸກຍູ້ວຽກງານຊາວໜຸ່ມ, ເຜີຍແຜ່ກົດໝາຍວ່າດ້ວຍຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແລະ ຊຸກຍູ້ການກະກຽມກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມຮາກຖານວິທະຍາໄລ ວິທະຍາສາດສຸກຂະພາບແຂວງ, ເຊີ່ງທ່ານໄດ້ເນັ້ນໜັກໃຫ້ສະມາຊິກຊາວໜຸ່ມ ພາຍໃນຮາກຖານຊາວໜຸ່ມວິທະຍາໄລ ວິທະຍາສາດສຸກຂະພາບ ແຂວງສະຫວັນນະເຂດ ໄດ້ຮັບຮູ້ກ່ຽວກັບກົດໝາຍວ່າດ້ວຍຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ (ສະບັບປັບປຸງໃໝ່) ໃນແຕ່ລະມາດຕາດັ່ງລຸ່ມນີ້:
ມາດຕາ: 1 ເວົ້າເຖິງການປະກາດໃຊ້ກົດໝາຍວ່າດ້ວຍຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ, ມາດຕາ: 2 ເວົ້າເຖິງຫຼັກການເຄື່ອນໄຫວຂອງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ, ມາດຕາ: 3 ເວົ້າເຖິງການຮ່ວມມືສາກົນ, ມາດຕາ: 4 ເວົ້າເຖິງການເຄື່ອນໄຫວຂອງຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ, ໂດຍມີຜູ້ເຂົ້າາຮ່ວມທັງໝົດ ຈໍານວນ 109 ຄົນ; ຍິງ 75 ຄົນ.
ໃນຕອນທ້າຍພິທີ ທ່ານ ຄຳຕູ່ນ ສົມຊະນິດ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງສະຫວັນນະເຂດ, ກໍ່ໄດ້ມີຄໍາຄິດຄໍາເຫັນໂອ້ລົມຕໍ່ສະມາຊີກຊາວໜຸ່ມຮາກຖານ ໃຫ້ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ 7 ໃຫ້ປະກົດເປັນຈິງ ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວແຂວງສະຫວັນນະເຂດ ຄັ້ງທີ 6, ສືບຕໍ່ປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຄະນະບໍລິຫານງານຊາວໜຸ່ມວາງອອກສືບຕໍ່ຊອກຮູ້ຮໍ່າຮຽນ ແລະ ປະຕິບັດກົດລະບຽບຊາວໜຸ່ມປະຊາຊົນປະຕິວັດລາວວາງອອກໃຫ້ປະກົດເປັນຈິງ
Editor: ກຳປານາດ ລັດຖະເຮົ້າ