ຕອນເຊົ້າວັນທີ່ 7 ມີຖຸນາ ນີ້, ໂຄງການປົກປ້ອງສິດທິເດັກ ປະຈຳ ແຂວງຫຼວງພະບາງ ຈັດກິດຈະກຳໂຄສະນາ ໃຫ້ຄວາມຮູ້ການຫຼຸດຜ່ອນຄວາມສ່ຽງໄພພິບັດ ແລະ ຈັດກິດຈະກຳສະເຫຼີມສະຫຼອງວັນເດັກນ້ອຍສາກົນປະຈຳປີ 2018 ຂື້ນ ທີ່ໂຮງຮຽນປະຖົມສຶກສາວັງຊຽງ, ເມືອງໂພນທອງ, ຫລວງພະບາງ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ນາງ ວັນເພັງ ພະຫົງຈັນ ຮອງເຈົ້າເມືອງ-ເມືອງໂພນທອງ, ທ່ານ ສົມພອນ ແກ້ວນາຄໍາ ຜູ້ປະສານງານໂຄງການປົກປ້ອງສິດທິເດັກປະຈໍາແຂວງຫລວງພະບາງ, ທ່ານ ອຳຄາ ແກ້ວອຳພອນ ຮອງຫົວໜ້າຫ້ອງການ ສຶກສາທິການ ແລະ ກິລາເມືອງ, ມີບັນດາ ຕາງໜ້າທີມງານໂຄງການປົກປ້ອງສິດທິເດັກປະຈຳແຂວງ, ຄະນະຮັບຜິດຊອບຂັ້ນເມືອງ, ຄູ-ອາຈານ, ທີມງານຕຳຫຼວດຈາລະຈອນ ແລະ ນ້ອງນັກຮຽນປະຖົມວັງຊຽງ ເຂົ້າຮ່ວມ .
ທ່ານ ນາງ ວັນພັງ ພະຫົງຈັນ ຮອງເຈົ້າເມືອງ-ເມືອງໂພນທອງ ໄດ້ມີຄໍາເຫັນໂອ້ລົມເນື່ອງໃນໂອກາດວັນເດັກນ້ອຍສາກົນ ປີ 2018 ເຊິ່ງເປັນວັນທີ່ມີຄວາມໝາຍຄວາມສໍາຄັນທາງປະຫັວດສາດໃນທົ່ວໂລກ, ເຊິ່ງທາງເມືອງກໍ່ໄດ້ຈັດໃຫ້ມີກິດຈະກຳສະເຫຼີມສະຫຼອງຂື້ນຢ່າງເປັນຂະບວນຟົດຟື້ນ, ທັງເປັນການ ປູກຈິດສຳນຶກໃຫ້ເດັກນ້ອຍໄດ້ສ້າງກິດຈະກຳຮ່ວມກັນ, ສຳລັບ ປີນີ້ແມ່ນໄດ້ນຳເອົາກົດໝາຍການຈໍລະຈອນທາງບົກ ເຊັ່ນ: ການຂັບຂີ່ລົດຈັກຕ້ອງໃສ່ໝວກກັນກະທົບ, ການຍ່າງ ແລະ ຂ້າມທາງຫຼວງ, ແນະນຳວິທີການດັບເພີງ ເພຶ່ອນ້ອງໆໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ລະບຽບການສັນຈອນທາງບົກ, ສ່ວນທາງໂຄງການປົກປ້ອງສິດທິເດັກ ປະຈຳ ແຂວງຫຼວງພະບາງ ໄດ້ນຳເອົາກິດຈະກຳ ການແຕ້ມຮູບລະບາຍສີ, ກິດຈະກຳການຫຼີ້ນເກມ ນໍ້າຖ້ວມ-ລົມພາຍຸ, ເກມກ່ຽວກັບພະຍາດຖອກທ້ອງ, ເກມໄພພິບັດທຳມະຊາດ, ເກມຈັດລຽງຮູບພາບ, ກິດຈະກຳ ການຮັບຊົມ VDO ການຮັກສາສິ່ງແວດລ້ອມ ແລະ ກິດຈະກຳຖາມຕອບສູ່ການຮຽນຮູ້ກັບການຫຼຸດຜ່ອນຄວາມສ່ຽງໄພພິບັດ, ຄວາມປອດໄພຮອບດ້ານໃນໂຮງຮຽນ , ພ້ອມຮັບຂອງຂັວນລາງວັນເປັນ ປື້ມ, ບິກ, ສໍ, ຢາງລືມ,ໄມ້ສີແຂ້ວ-ຢາສີແຂ້ວ, ນົມ ແລະ ເຂົ້າໜົມ, ຊຶ່ງນ້ອງໆທຸກຄົນຕ່າງກໍ່ມີຄວາມຮູ້ສຶກພາກພູມໃຈ ແລະ ສະໜຸກສະໜານກັບການຫຼີ້ນກິດຈະກຳຕ່າງໆ.
Editor: ຕະວັນ ແສງສະຫວັນ