ໃນວັນທີ 1 ມີຖຸນາ 2018 ຢູ່ທີເດີນໂຮງຮຽນທິດສະດີ ການເມືອງການປົກຄອງແຂວງບໍລິຄໍາໄຊ ຫຼັງໃໝ່, ບ້ານ ໂພນສະອາດ, ເມືອງປາກຊັນ ແຂວງບໍລິຄໍາໄຊ. ໄດ້ຈັດພິທີປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ. ເຊິ່ງເປັນກຽດເຂົ້າຮ່ວມພິທີດັ່ງກ່າວ ມີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ມີ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ. ມີບັນດາການນໍາຂອງແຂວງ ຕ່າງໜ້າພະແນກການ - ກົມກອງຕ່າງໆ ແຂກຖືກເຊີນຈາກສູນກາງ. ຕະຫຼອດຮອດບັນດານັກທຸລະກິດ ພໍ່ຄ້າ - ຊາວຂາຍເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ.
ການກໍານົດເອົາວັນທີ 1 ມີຖຸນາ ເປັນວັນປູກຕົ້ນໄມ້ແຫ່ງຊາດ ເຊິ່ງກົງກັບວັນເດັກນ້ອຍສາກົນ ຂອງທຸກໆປີ; ກໍ່ເພຶ່ອເປັນການປູກຈິດສໍານຶກ. ໃຫ້ແກ່ອານຸຊົນແລະ ເຍົາວະຊົນຂອງຊາດ ກໍ່ຄືລູກຫຼານຜູ້ເກີດໄໝ່ໃຫຍ່ລຸນໃຫ້ມີສະຕິ ແລະ ຫວງແຫນປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ທັງເປັນການປູກລະດົມທົ່ວປ່ວງຊົນໃຫ້ມີສ່ວນຮ່ວມໃນການຄຸ້ມຄອງ ປົກປັກຮັກສາ ແລະ ພັດທະນາປ່າໄມ້ແນ່ໃສ່ເຮັດໃຫ້ປ່າໄມ້ມີຄວາມອຸດົມສົມບູນກາຍເປັນທ່າແຮງ ແລະ ປະກອບສ່ວນທີສໍາຄັນໃນການພັດທະນາເສດຖະກິດສັງຄົມແຫ່ງຊາດ. ສໍາລັບເບ້ຍໄມ້ທີ່ນໍາມາປູກໃນສະຖານທີດັ່ງກ່າວໃນຄັ້ງນີ້ ລວມທັງໝົດມີປະມານ 1 ພັນ 400 ກວ່າເບ້ຍ, ເຊິງປະກອບມີເບ້ຍໄມ້ຫຼາກຫຼາຍຊະນິດ ທັງປະເພດເບຍໄມ້ອຸດສະຫະກໍາ ແລະ ເບ້ຍໄມ້ປະດັບ ເຊັ່ນ: ເບ້ຍໄມ້ດູ່. ໄມ້ຂະຍຸງ, ໄມ້ຍ່າງ, ໄມ້ແຕ້ຂ່າ, ໄມ້ແຄນ, ຕົ້ນຄູນ, ຕົ້ນຝາງແດງ ຕົ້ນກະເລົາ ແລະ ເບ້ຍໄມ້ອື່ນໆ.
ຈຸດປະສົງໃນການຈັດກິດຈະກໍາປູກຕົ້ນໄມ້ຂຶ້ນໃນຄັ້ງນີ້ ກໍ່ເພຶ່ອເປັນການສ້າງຂະບວນການ. ແລະ ໃຫ້ແກ່ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ ໃຫ້ມີຄວາມໝາຍສຳຄັນເລິກເຊິ່ງ ແລະ ມີບັນຍາດກາດເບີກບານມ່ວນຊື່ນ, ພ້ອມທັງເປັນການປົກປັກຮັກສາ ສະພາບແວດລ້ອມ, ສ້າງໃຫ້ສະຖານທີດັ່ງກ່າວກາຍເປັນສີຂຽວ - ຮົ່ມເຢັນ ແລະ ສວຍສົດງົດງາມ ນອກຈາກນີ້ກໍ່ຍັງເປັນການປູກຈິດສໍານຶກໃຫ້ແກ່ເຍົາວະຊົນ ແລະ ອະນຸຊົນ ກໍ່ຄືທົ່ວສັງຄົມ ໃຫ້ເຫັນໄດ້ເຖິງຄຸນຄ່າ - ຄວາມສໍາຄັນຂອງປ່າໄມ້, ການປົກປັກຮັກສາ ແລະ ພັດທະນາປ່າໄມ້ໃຫ້ຍືນຍົງ. ຕາມແຜນການຂອງລັດຖະບານ ໄດ້ວາງຄາດໝາຍສູ້ຊົນໃນປີ 2020 ໃນການຈະຍົກລະດັບເນື້ອທີ່ການປົກຫຸ້ມປ່າໄມ້ໃຫ້ໄດ້ 70 ສ່ວນຮ້ອຍ, ຂອງເນື້ອທີ່ທົ່ວປະເທດ. ພາຍຫຼັງສໍາເລັດການປູກເບ້ຍໄມ້ ຢູ່ສະຖານທີດັ່ງກ່າວແລ້ວ, ທ່ານ ຮອງນາຍົກລັດທະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ກໍ່ຍັງໄດ້ເດີນທາງໄປປູກເບ້ຍໄມ້ ຢູ່ທີ ອານຸສາວະລີ ຂອງທ່ານ ປະທານ ສີສົມພອນ ລໍວັນໄຊ ພ້ອມນັ້ນກໍ່ຍັງໄດ້ເຂົ້າວາງກະຕ່າດອກໄມ້ ຈູດທູບໄຫວ ສະແດງຄວາມຮູ້ບຸນຄຸນ - ຄຸນງາມຄວາມດີ ຂອງທ່ານປະທານ ສີສົມພອນ ລໍວັນໄຊ ນັກຮົບປະຕິວັດຮຸ່ນທີ 1 ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຫຼັງຈາກນັ້ນຍັງໄດ້ສໍາຫຼວດເບິງໂຄງການກໍ່ສ້າງ ສວນສາທາລະນະ ປະທານ ສີສົມພອນ ລໍວັນໄຊ ພາຍໃນສະຖານທີດັ່ງກ່າວ ແລະ ພ້ອມກັນນັ້ນ ທ່ານ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ກໍ່ຍັງໄດ້ໄປສໍາຫຼວດເບິງ ໂຄງການກໍ່ສ້າງອາຄານ - ຫ້ອງຮຽນ. ທີໄດ້ຮັບທຶນຊ່ວຍເຫຼື່ອໃນການກໍ່ສ້າງ ມູນຄ່າ 30 ຕື້ດົ່ງ. ຈາກປະເທດ ສສ ຫວຽດນາມ. ທີກໍາລັງຈັດຕັ້ງປະຕິບັດ ດໍາເນີນການກໍ່ສ້າງ ຢູ່ໂຮງຮຽນ ມສ ສີທານາໄຊ, ເຊິງຕັ້ງຢູ່ບ້ານ ສີສະອາດ, ເມືອງປາກຊັນ ແຂວງບໍລິຄໍາໄຊ ຕື່ມອີກ
ແຫລ່ງຂ່າວ ທີມຂ່າວແຂວງບໍລິຄໍາໄຊ
Editor: ກຳປານາດ ລັດຖະເຮົ້າ