ຕອນເຊົ້າວັນທີ 6 ມີຖຸນາ 2018 ນີ້ ອົງການໄອຍະການປະຊາຊົນແຂວງ ບໍລິຄໍາໄຊ ໄດ້ເຜີຍແຜ່ເຊື່ອມຊືມເອກະສານ ບົດບັນທືກຂໍ້ຕົກລົງ ລະຫວ່າງ ກົມການເມືອງສູນກາງພັກ ປະຊາຊົນ ປະຕິວັດລາວ ແລະ ກົມການເມືອງສູນກາງພັກກອມມູນິດ ຫວຽດນາມ ປີ 2018, ໂດຍການເປັນປະທານ ແລະ ໃຫ້ກຽດເຜີຍແຜ່ບັນລະຍາຍເອກະສານດັ່ງກ່າວ ຂອງ ທ່ານ ທອງໃບ ພຽນວົງ ຫົວໜ້າອົງການໄອຍະການປະຊາຊົນ ແຂວງບໍລິຄໍາໄຊ, ມີຄະນະພະແນກ, ຫົວໜ້າຂະແໜງການ, ໜ່ວຍງານ ແລະ ພະນັກງານວິຊາການ ເຂົ້າຮ່ວມ ຈໍານວນ 40 ທ່ານ.
ທ່ານໄດ້ກ່າວວ່າ ເຖິງວ່າສະພາບການຂອງໂລກ ແລະ ພາກພື້ນຍັງສືບຕໍ່ຜັນແປຢ່າງສັບສົນ ແລະ ໄດ້ສົ່ງຜົນກະທົບຕໍ່ກັບບັນດາປະເທດໃນໂລກ, ໃນນັ້ນ ມີປະເທດ ລາວ ແລະ ຫວຽດນາມ, ແຕ່ພາຍໃຕ້ການຊີ້ນໍາຂອງສູນກາງພັກຂອງສອງປະເທດ ໂດຍແມ່ນການຊີ້ນໍາໂດຍກົງຂອງກົມການເມືອງສູນກາງພັກ, ການຄຸ້ມຄອງບໍລິຫານຂອງສອງລັດຖະບານ ແລະ ການຕິດຕາມຂອງສະພາແຫ່ງຊາດ, ການຈັດຕັ້ງຜັນຂະຫຍາຍກອງປະຊຸມໃຫ່ຍຂອງແຕ່ລະພັກ, ການພົວພັນດ້ານການເມືອງສືບຕໍ່ໄດ້ຮັບການເພີ່ມທະວີ, ນັບມື້ນັບເຂົ້າສູ່ລວງເລີກ, ເພີ່ມທະວີຄວາມສະໜິດຕິດແທດ ແລະ ມີຄວາມໄວ້ເນື້ອເຊື່ອໃຈເຊີ່ງກັນ ແລະ ກັນ, ສອງປະເທດໄດ້ ປະສານສົມທົບກັນຢ່າງສະແໜ້ນແຟ້ນ ໃນບັນຫາຍຸດທະສາດ, ແກ້ໄຂບັນດາຂໍ້ຫຍຸ້ງຍາກ, ສິ່ງຄ້າງຄາ, ເພີ່ມທະວີແລກປ່ຽນບົດຮຽນກ່ຽວກັບການກໍ່ສ້າງພັກ,ກໍ່ສ້າງລະບົບການເມືອງເຂັ້ມແຂງ, ການຄຸ້ມຄອງເສດຖະກິດ-ສັງຄົມ ແລະ ການເຊື່ອມຍົງສາກົນ. ປະສານສົມທົບຮ່ວມມືກັນທາງດ້ານວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ນັບມື້ນັບແໜ້ນແຟ້ນ ເພື່ອປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ, ຮັບປະກັນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບດີ ເຮັດໃຫ້ສາຍພົວພັນແບບພິເສດຂອງສອງປະເທດມີສະຖຽນລະພາບ ແລະ ມີການພັດທະນາແບບຍືນຍົງ. ປະສານຮ່ວມມືກັນທາງດ້ານເສດຖະກິດ, ການຄ້າ ແລະ ການລົງທືນ, ສຸມທຸກກໍາລັງເພື່ອປະຕິບັດບັນດາໂຄງການຈຸດສຸມຕ່າງໆໃຫ້ສໍາເລັດ, ປະສານແລກປ່ຽນກັນທາງດ້ານວັດທະນາທໍາ, ສັງຄົມ, ການສືກສາ-ກໍ່ສ້າງ ແລະ ວິທະຍາສາດ-ເຕັກນິກ ເປັນຕົ້ນກໍ່ແມ່ນ ການພັດທະນາດ້ານຊັບພະຍາກອນມະນຸດ, ແລກປ່ຽນວັດທະນາທໍາ, ສິລະປະ, ກິລາ, ວິທະຍາສາດ, ເຕັກໂນໂລຊີ ແລະ ດ້ານວຽກງານອື່ນໆຮ່ວມກັນ.
ຈຸດປະສົງການເຜີຍແຜ່ເຊື່ອມຊືມເອກະສານໃນຄັ້ງນີ້ ເພື່ອໃຫ້ບັນດາພະນັກງານສະມາຊິກພັກ, ພະນັກງານວິຊາການ ໄດ້ຮັບຮູ້ເຂົ້າໃຈຢ່າງເລີກເຊີ່ງຕໍ່ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ໃນສະພາບການໃໝ່, ບົນພື້ນຖານການຮ່ວມມືປະສານສົບທົບຊ່ວຍເຫຼືອເຊີ່ງກັນ ແລະ ກັນ, ສຸມທຸກສະຕິເຫື່ອແຮງຂອງຕົນປະກອບສ່ວນເຂົ້າໃນວຽກງານປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມແນວທາງນະໂຍບາຍທີ່ສອງພັກ, ສອງລັດ ວາງອອກໃຫ້ປະກົດຜົນເປັນຈິງເທື່ອລະກ້າວ.
Editor: ຕະວັນ ແສງສະຫວັນ