1 ມີຖຸນາ ເປັນວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຫລາຍໆສະຖານ ແມ່ນໄດ້ຈັດງານສະເຫລີມສະຫລອງວັນເດັກນ້ອຍສາກົນ ຢ່າງເປັນຂະບວນການພົດຟື້ນ ສໍາລັບຢູ່ທີ່ໂຮງຮຽນປະຖົມສາທິດ ວິທະຍາເຂດດົງໂດກ ບໍລິສັດ ວຽງທອງການຢາ (ອາເປຕັນ) ໄດ້ໃຫ້ການສະຫນັບສະຫນູນ ແລະ ມີສ່ວນຮ່ວມ ໃນການສ້າງກິດຈະກໍາ ໃນວັນເດັກ ພ້ອມທັງໄດ້ນໍາເອົາຜະລິດຕະພັນ ອາເປຕັນ ມາວາງສະແດງ.
ວັນທີ 1 ມິຖຸນາ ໃນທຸກໆປີ ເປັນວັນເດັກນ້ອຍສາກົນ ເປັນວັນທີມີຄວາມຫມາຍຄວາມສໍາຄັນ ຂອງເດັກນ້ອນ ທີ່ເປັນຫນໍ່ແຫນງແຫ່ງຊີວິດ ໃນມື້ນີ້ ເພື່ອກ້າວເປັນອະນາຄົດອັນແຈ່ມໃສຂອງຊາດ ໃນມື້ຫນ້າ, ການສະເຫລີມສະຫລອງວັນເດັກນ້ອຍສາກົນ ແມ່ນມີຄວາມແຕກຕ່າງກັນໃນແຕ່ລະປະເທດ ແລ້ວແຕ່ວາລະ ແລະ ເງື່ອນໄຂທີ່ເຫມາະສົມ. ການສະເຫລີມສະຫລອງວັນເດັກ ແລະ ວັນປູກຕົ້ນໄມ້ແຫ່ງຊາດ 1 ມີຖຸນາ ແມ່ນໄດ້ເຜີຍແຜ່ຢ່າງກວ້າງຂວາງ ແລະ ເລີກເຊີ່ງ ຕາມນະໂຍບາຍຂອງພັກ-ລັດ ກໍ່ຄືສົນທີສັນຍາສາກົນ ກ່ຽວກັບເດັກນ້ອຍ ເປັນຕົ້ນສົນທິສັນຍາ ກ່ຽວກັບສິດທິຂອງເດັກ, ສົນທິສັນຍາກ່ຽວຂ້ອງຜ່ານສື່ຕ່າງໆ ແນໃສ່ສ້າງຈິດສໍານຶກທີ່ຖືກຕ້ອງໃນທົ່ວສັງຄົມ. ໂດຍໃຫ້ໂອກາດແກ່ເດັກນ້ອຍ, ເດັກພິການ, ເດັກກໍາພ້າ, ເດັກທີ່ຖືກຖິ້ມ, ເດັກດ້ອຍໂອກາດ ທັງເດັກຍິງ ແລະ ເດັກຊາຍ ໃຫ້ໄດ້ຮັບສິດເທົ່າທຽມກັນ ເພື່ອປົກປ້ອງບໍ່ໃຫ້ໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ.
ສະເພາະກິດຈະກໍາສະເຫລີມສະຫລອງວັນເດັກ ທີ່ໂຮງຮຽນປະຖົມສາທິດ ແມ່ນມີຫລາຍກິດຈະກໍາ ເຊັ່ນ: ການແຈກຂອງລາງວັນ ມອບຂອງຂວັນແກ່ເດັກນ້ອຍ, ການສະແດງຄວາມສາມາດຂອງເດັກ, ການສະແດງສີລະປະ, ການຟ້ອນ, ການຫລີ້ນເກມຕ່າງໆ ເພື່ອໃຫ້ເດັກໄດ້ມີຄວາມມ່ວນຊື່ນເບີກບານ ໃນວັນຂອງເຂົ້າເຈົ້າ.
ໃນໂອກາດສະເຫຼີມສະຫຼອງ ວັນເດັກສາກົນ 01 ມິຖຸນາ 2018 ນີ້, ລັດຖະບານ, ຍັງໄດ້ຮຽກຮ້ອງມາຍັງ ບັນດາການຈັດຕັ້ງ ພັກ-ລັດ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ, ບັນດາການຈັດຕັ້ງ ແລະ ຫົວໜ່ວຍທຸລະກິດ ທັງພາກລັດ ແລະ ເອກະຊົນ ຕະຫຼອດເຖິງປະຊາຊົນ ແລະ ເດັກນ້ອຍລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນ ແລະ ເພີ່ມທະວີອອກແຮງ ຈັດຕັ້ງປະຕິບັດວຽກງານກ່ຽວກັບເດັກ ເພື່ອຮັບປະກັນ ການດູແລເອົາໃຈໃສ່, ການພັດທະນາ, ການປົກປ້ອງ ແລະ ການມີສ່ວນຮ່ວມ ຂອງເດັກນ້ອຍ ທີ່ເປັນລູກຫຼານ ຂອງພວກເຮົາ ໃຫ້ມີໄວເດັກທີ່ສົດໃສ ເພື່ອກ້າວເປັນຜູ້ໃຫຍ່ ທີ່ມີອະນາຄົດ, ເປັນກຳລັງຕົ້ນຕໍຂອງຊາດ ໃນການປະກອບສ່ວນ ນຳເອົາປະເທດໃຫ້ຫຼຸດພົ້ນ ຈາກຄວາມດ້ອຍພັດທະນາ ໃນປີ 2020.
ການສະເຫຼີມສະຫຼອງວັນເດັກສາກົນປີນີ້ ພາຍໃຕ້ຄໍາຂວັນທີ່ວ່າ “ສົ່ງເສີມສິດທິເດັກ, ຮູ້ນຳໃຊ້ເຕັກໂນໂລຊີ ທີ່ປອດໄພ, ໃສ່ໃຈສິ່ງແວດລ້ອມ ແລະ ພ້ອມໃຈກັນເປັນເຈົ້າພາບທີ່ດີ ປີທ່ອງທ່ຽວລາວ 2018”
Editor: ກຳປານາດ ລັດຖະເຮົ້າ