ໃນວັນທີ 1 ມີຖຸນາ ຜ່ານມາ ເຊີ່ງເປັນວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ ແຫ່ງຊາດ ທີ່ສູນການຄ້າວຽງຈັນເຊັນເຕີ, ນະຄອນຫລວງວຽງຈັນ ໄດ້ມີການຈັດງານສະແດງສັບປະດາ ວັດທະນະທໍາຈີນ ພາຍໃຕ້ຫົວຂໍ້: ສະເໜ່ກວາງຊີ. ພາຍໃນງານແມ່ນໄດ້ມີການສະແດງ ສີລະປະການຟ້ອນຫຸ່ນ ທີ່ສວຍງາມ ການຈັດກິດຈະກໍາຄັ້ງນີ້ ຈັດໂດຍສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ຮ່ວມກັບພະແນກວັດທະນະທໍາ ເຂດປົກຄອງຕົນເອງ ເຜົ່າຈວງກວາງຊີ ແລະ ຫໍສະຫມຸດກວາງຊີ ເຊິ່ງໄດ້ເຄື່ອນໄຫວສະແດງຢູ່ທີ່ນະຄອນຫລວງວຽງຈັນ ເປັນເວລາ 1 ອາທິດ ໃນນັ້ນປະກອບມີຫລາຍກິດຈະກໍາ ເຊັ່ນ: ກິດຈະກໍາອະນາຄົດ ທີ່ພິເສດ ຜ່ານການໃສ່ແວ່ນຕາ ເອອາຣ, ການສະແດງກະຕູນງິ່ວ, ການສະແດງຟ້ອນຫຸ່ນ, ການເຕັ້ນບັນເລ້, ການວາງສະແດງຜົນງານການປະດິດສ້າງສັນ ເຊີ່ງທັງໝົດແມ່ນເປັນການແລກປ່ຽນທາງດ້ານວັດທະນະທໍາ ເຊີ່ງກັນ ແລະ ກັນ.
ສໍາລັບການສະແດງ ຢູ່ທີ່ສູນການຄ້າວຽງຈັນເຊັນເຕີ້ ໃນວັນທີ 1 ມີຖຸນາ ທີ່ຜ່ານມາ ເຊີ່ງເປັນວັນເດັກນ້ອຍສາກົນ ເຮັດໃຫ້ ສູນການຄ້າດັ່ງກ່າວ ເຕັມໄປດ້ວຍຄອບຄົວເດັກນ້ອຍ ເຮັດໃຫ້ການສະແດງດັ່ງກ່າວ ໄດ້ຮັບຄວາມນິຍົມເປັນພິເສດ ແລະ ມີຜູ້ເຂົ້າຮ່ວມຊົມເປັນຈໍານວນຫລວງຫລາຍ.
ການສະແດງຟ້ອນຫຸ່ນ ແມ່ນມີຄວາມສວຍງາມ ແລະ ມີຫລາຍເລື່ອງລາວໃນວັນນະຄະດີຈີນ ທີ່ໃຜໃຜກະຮູ້ຈັກ ເຊັ່ນ, ເລື່ອງໄຊອິວ ເຊີ່ງໄດ້ຍິບຍຸກເອົາບາງເລື່ອງລາວ ບາງສາກ ມາສະແດງ
Editor: ກຳປານາດ ລັດຖະເຮົ້າ