ໃນວັນທີ 1 ມິຖຸນາ 2018 ຜ່ານມານີ້; ໂຮງຮຽນອະນຸບານ 28 ແຫ່ງ ທີ່ຂຶ້ນກັບເມືອງອາດສະພັງທອງ, ແຂວງສະຫວັນນະເຂດ, ໄດ້ຈັດພິທີສະເຫຼີມສະລອງວັນເດັກນ້ອຍສາກົນວັນທີ 1 ມິຖຸນາ ປະຈໍາປີ 2018 ຢ່າງເປັນຂະບວນຝົດຟື້ນມ່ວນຊື່ນ. ໂດຍພາຍໃຕ້ການຊີ້ນໍາ-ນໍາພາໂດຍການນໍາພັກ-ລັດຂັ້ນເມືອງ, ພ້ອມດຽວກັນນີ້; ຢູ່ທີ່ສະໂມສອນຂອງເມືອງອາດສະພັງທອງ ໄດ້ຈັດພິທີສະເລີມສະຫຼອງວັນເດັກນ້ອຍສາກົນເຊັ່ນດຽວກັນ ເຊິ່ງນໍາໂດຍ ທ່ານ ບົວສີ ເພຍພົມມະລິນ ຫົວໜ້າຄະນະຈັດຕັ້ງເມືອງ, ມີກໍາມະການພັກເມືອງ, ອໍານາດການປົກຄອງໃນ 3 ບານເທດສະບານເມືອງ, ຄູ-ອາຈານໂຮງຮຽນອະນະບານດົງເຫັນ ພໍ່ແມ່ຂອງຫຼານນ້ອຍນັກຮຽນໃນໂຮງຮຽນດັ່ງກ່າວເຂົ້າຮ່ວມ.
ສໍາລັບກິດຈະກໍາທີ່ໄດ້ຈັດໃນຄັ້ງມີຄື: ໄດ້ຮັບຊົມການສະແດງບົດຟ້ອນເຂົ້າໜ່ຽວສຽງແຄນ, ຍ່າງເດັກໜ້າຮັກ, ເຕັ້ນປະກອບເພງຝົນຕົກ, ອ່ານຮູບພາບປະກອບສັນຍາລັກ ແລະ ປັດຄໍາ, ກິລາຢຽບ ໝາກປຸ້ງ ແລະ ເຕັ້ນປະກອບເພງວັນທີ 8 ມີນາ ເຊິ່ງນໍາສະແດງໂດຍຫຼານນ້ອຍນັກຮຽນອະນຸບານ ດົງເຫັນ, ຈາກນັ້ນກໍ່ໄດ້ມີການແຈກຢາຍເຂົ້າໜົມໃຫ້ແກ່ຫຼານນ້ອຍນັກຮຽນ ແລະ ບັນດານ້ອງນ້ອຍອ້ອມຂ້າງເມືອງຢ່າງເປັນຂະບວນການຝົດຟື້ນ. ເຊິ່ງໃຫ້ກຽດມອບໂດຍການນໍາຂັ້ນເມືືອງ ແລະ ອໍານາດການປົກຄອງ 3 ບ້ານເທດສະບານເມືອງ. ທັງນີ້; ກໍ່ເພື່ອເປັນການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ ປະຈໍາປີ 2018 ໃຫ້ມີຄວາມເບີກບານມ່ວນຊື່ນກວ່າຄັ້ງທີ່ຜ່ານມາ.
Editor: ກຳປານາດ ລັດຖະເຮົ້າ