ຕາມການໃຫ້ສຳພາດຂອງ ທ່ານ ບຸນເມືອງ ໄຊປັນຍາ ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມເມືອງເຊໂປນ ລາຍງານຕໍ່ຜູ້ສື່ຂ່າວວ່າໃນວັນທີ 01 ມີຖຸນາ ຜ່ານມາວ່າ: ຫ້ອງການກະສິກຳ-ປ່າໄມ້ເມືອງ ໄດ້ຫ້າງຫາກະກຽມເບັ້ຍໄມ້ ທີ່ຈະປູກເກັບກ້າແກ່ນໄດ້ 114 ກິໂລ ແລະ ໃນທົ່ວເມືອງ ກ້າເບັ້ຍໄດ້ທັງໝົດ 845.000 ເບັ້ຍ, ເຊິ່ງການເກັບກ້າແກ່ນແມ່ນໄດ້ມາຈາກປະຊາຊົນ ແລະ ບໍລິສັດ ແລະ ຫ້ອງການກະສິກຳ- ປ່າໄມ້ ຊືງມີເບັ້ຍໄມ້ປະດັບ ແລະ ເບັ້ຍໄມ້ອຸດສາຫະກໍາ, ເນື່ອງໃນໂອກາດວັນທີ 01 ມີຖຸນາ ເປັນວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ, ຫ້ອງການສົ່ງເສີມກະສິກຳ-ປ່າໄມ້ເມືອງເຊໂປນ ໄດ້ສົບທົບກັບອໍານາດການປົກຄອງເມືອງ, ຄຸ້ມວັັງໝູ ບ້ານໂພນໄຮເມືອງເຊໂປນ, ແຂວງສະຫວັນນະເຂດ ໄດ້ຈັດພິທີປູກຕົ້ນໄມ້ ແລະ ເປີດວັງສະຫງວນ ຂື້ນຢ່າງເປັນທາງການ, ຢູ່ປ່າສະຫງວນຄຸ້ມວັງໝູ ບ້ານໂພນໄຮ, ຊື່ງເຮັດໃຫ້ວັນດັ່ງກ່າວມີບັນຍາກາດ ແລະ ເປັນຂະບວນຄືກຄື້ນ, ສຳລັບເບັ້ຍໄມ້ທີ່ນຳມາປູກໃນຄັ້ງນີ້ ມີເບັ້ຍໄມ້ຈຳປີ, ຈຳປາ, ເບັ້ຍໄມ້ຂະຍຸງ, ເບັ້ຍໄມ້ແຕ້ຂ່າ, ເບັ້ຍໄມ້ດູ່ລາຍ ແລະ ເບ້ຍໄມ້ວິກ ໃນເນື້ອທີ່ 07 ເຮັກຕາ, ສ່ວນການບົວລະບັດຮັກສາ ແມ່ນມອບໃຫ້ບ້ານເປັນຜູ້ຄຸ້ມຄອງປົກປັກຮັກສາ, ເຂົ້າຮ່ວມໃນພິທີດັ່ງກ່າວ ທ່ານ ວົງໄຊ ໄຊຈະຈັກເຈົ້າເມືອງເຊໂປນ ພ້ອມຄະນະ,ທ່ານ ຄຳພົນ ພົມວົງສາ ຫົວໜ້າຫ້ອງການກະສິກຳ-ປ່າໄມ້ ເມືອງເຊໂປນ, ພ້ອມຄະນະ,ເຂົ້າຮ່ວມມີບັນດາທ່ານຄະນະປະຈໍາພັກເມືອງ,ກໍາມະການພັກເມືອງ, ຄະນະພັກ,ຄະນະຈຸດສຸມ, ກຸ່ມບ້ານ, ຫົວໜ້າ, ຄະນະຫ້ອງການພ້ອມດ້ວຍພະນັກງານ ແລະ ພໍ່ແມ່ປະຊາຊົນຄຸ້ມວັງໝູ, ບ້ານໂພນໄຮ ເຂົ້າຮ່ວມຢ່າງຫຼວງຫຼາຍ
ທັງນີ້ກໍ່ເພື່ອເປັນການອະນຸລັກສັດນໍ້າສັດປ່າ ທີ່ໃກ້ຈະສູນພັນໄດ້ມີການຂະຫຍາຍພັນຕາມທໍາມະຊາດ, ເພື່ອອະນຸລັກຊະນິດສັດນໍ້າ-ສັດປ່າ ແລະ ຊະນິດພັນໄມ້, ເຄື່ອງປ່າຂອງດົງຊິວະນາໆພັນທີ່ຫາຍາກ ແລະ ໃກ້ຈະສູນພັນ ໃຫ້ຢູ່ເຊັ່ນລູກເຊັ່ນຫລານ ຕະຫລອດໄປ
Editor: ກຳປານາດ ລັດຖະເຮົ້າ