ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ ຈັດກອງປະຊຸມພົບປະ ລະຫວ່າງ ຄະນະບໍລິຫານງານ ກັບ ສະມາຊິກສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ ເຊິ່ງໄດ້ຈັດຂຶ້ນເມື່ອບໍ່ດົນມານີ້. ພາຍໃຕ້ການເປັນປະທານຂອງ ທ່ານ ສັງຄົມ ຈັນສຸກ ປະທານ ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ ແລະ ທ່ານນາງ ວັນມະນີ ພິມມະສານ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ພ້ອມດ້ວຍສະມາຊິກເຂົ້າຮ່ວມຢ່າງຫລວງຫລາຍ. ພາຍໃນກອງປະຊຸມໄດ້ມີການສະເໜີທິດທາງແຜນການໃນ 6 ເດືອນຕໍ່ໜ້າຂອງ ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ ເຊິ່ງແບ່ງອອກເປັນ 4 ວຽກລະອຽດລຸ່ມນີ້:
ວຽກນິຕິກຳ
1. ເອົາໃຈໃສ່ເຜີຍແຜ່ກົດໝາຍ, ນິຕິກຳໃຫ້ສະມາຊິກຮັບຮູ້-ເຂົ້າໃຈ ເພື່ອເຮັດໃຫ້ກົດໝາຍ ແລະ ລະບຽບການໄດ້ຖຶກຈັດຕັ້ງປະຕິບັດຢ່າງເຂັ້ມງວດ.
2. ສັງລວມຄວາມຄິດເຫັນຂອງສະມາຊິກ ເພື່ອໃຫ້ ສຄອ.ນວ ສະເໜີຂັ້ນເທິງປັບປຸງກົດໝາຍ, ນິຕິກຳຕ່າງໆທີ່ເຫັນວ່າຍັງບໍ່ທັນຊຸກຍູ້ສົ່ງເສີມການຄ້າ-ການຜະລິດ ແລະ ການບໍລິການ.
3. ແລກປ່ຽນ, ທາບທາມຄວາມຄິດເຫັນຂອງສະມາຊິກໃສ່ບັນດາຮ່າງກົດໝາຍ, ນິຕິກຳລຸ່ມກົດ ໝາຍທີ່ຂະແໜງການກ່ຽວຂ້ອງສະເໜີປັບປຸງ ຫຼື ສ້າງໃໝ່ແຕ່ເລີ່ມຕົ້ນ.
ວຽກດ້ານການພັດທະນາ, ສົ່ງເສີມການລົງທຶນ ແລະ ການຕະຫຼາດ
1. ເກັບກຳຂໍ້ມູນສະມາຊິກທຸກໜ່ວຍ ເພື່ອຈັດສັນກຸ່ມໃຫ້ຖຶກເປົ້າໝາຍ, ປຸກລະດົມຂົນຂວາຍ ສະມາຊິກໃຫ້ໄດ້ 500 ຫົວໜ່ວຍ ແລະ ສ້າງຕັ້ງ ສຄອ ປະຈຳ 5 ເມືອງນອກໃຫ້ສຳເລັດ.
2. ພົວພັນຂໍໂຄງການມາແບ່ງໃຫ້ສະມາຊິກຢ່າງໜ້ອຍ 3 ໂຄງການ.
3. ສ້າງລາຍຮັບເຂົ້າ ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ ໃຫ້ໄດ້ 500 ລ້ານກີບ, ໂດຍການຈັດກິດຈະກໍາຕ່າງໆຮ່ວມກັບຄະນະຮັບຜິດຊອບອື່ນໆ.
4. ສ້າງຕັ້ງທິມງານທີ່ປຶກສາປະຈຳ ທີ່ມີຊ່ຽວຊານຕ່າງໆໃຫ້ໄດ້ 10 ທ່ານ.
5. ສ້າງຕັ້ງສູນໃຫ້ຄຳປຶກສາສົ່ງເສີມ ແລະ ປົກປ້ອງນັກລົງທຶນທີ່ເປັນສະມາຊິກຂອງ ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ
ວຽກສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (SME)
1. ຮ່ວມເຮັດວຽກກັບຄະນະພັດທະນາ-ສົ່ງເສີມການລົງທຶນ ແລະ ການຕະຫຼາດ ພາກສ່ວນອື່ນໆທີ່ກ່ຽວຂ້ອງເພື່ອສ້າງກິດຈະກຳຫາລາຍໄດ້ເຂົ້າສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນເຊັ່ນ:ໂຄງການຈັດສັນທີ່ດິນເຊົ່າ 3 ເຮັກຕາ ເຊິ່ງມີສະຖານທີ່ຕັ້ງຢູ່ຂ້າງ ສຄອ ແຫ່ງຊາດລາວ ໃນເດືອນ 6/2018. ຈັດງານຕະຫຼາດນັດແຄມບຶງທາດຫຼວງ ເດືອນ 6/2018.
ຈັດງານແຂ່ງຂັນ ແລະ ປະກວດອາຫານລາວທົ່ວນະຄອນຫຼວງວຽງຈັນ ໃນໄລຍະເດືອນ 7-12/2018. ຈັດງານວາງສະແດງສິນຄ້າວັດສະດຸກໍ່ສ້າງໃນເດືອນ 9/2018.
2. ສົ່ງເສີມຫົວໜ່ວຍ SME ນະຄອນຫຼວງວຽງຈັນ ໄດ້ມີໂອກາດໄປຮ່ວມງານ ແລະ ທັດສະນະສຶກສາໃນຕ່າງປະເທດ.
3. ເຮັດວຽກຮ່ວມກັບຄະນະພົວພັນຕ່າງປະເທດ ເພື່ອຂະຫຍາຍການຮ່ວມມືກັບ ສຄອ ແຂວງປະເທດໃກ້ຄຽງ.
4. ວຽກງານສົ່ງເສີມການເພີ່ມປະສິດທິພາບ ເພື່ອຍົກສູງຄຸນນະພາບຜະລິດຕະພັນ ແລະ ການບໍລິການ ປະກອບມີ: ວຽກງານການສົ່ງເສີມພັດທະນາທຸລະກິດ 5 ດີ ຕາມທິດຊີ້ນຳຂອງຄະນະນຳນະຄອນຫຼວງວຽງຈັນ.
5. ຈັດຝຶກອົບຮົມທາງດ້ານບໍລິການຈັດຫາງານ, ການພັດທະນາຜະລິດຕະພັນ, ພັດທະນາບຸກຄະລາກອນໃຫ້ແກ່ຫົວໜ່ວຍທຸລະກິດ SME.
6. ຈັດຝຶກອົບຮົມການສ້າງແຜນທຸລະກິດ ເພື່ອເຂົ້າຫາແຫຼ່ງທຶນຢ່າງມີປະສິດທິພາບ.
ວຽກພົວພັນຕ່າງປະເທດ ແລະ ວຽກງານການທ່ອງທ່ຽວ
ດຶງດູດເອົາການຊ່ວຍເຫຼືອຈາກແຫຼ່ງທຶນສາກົນ ເພື່ອມາສົ່ງເສີມກິດຈະກຳ ແລະ ສ້າງຄວາມເຂັ້ມແຂງໃຫ້ການບໍລິຫານງານຂອງສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ ກໍຄືສະມາຊິກ. ສ້າງສາຍສຳພັນແບບພິເສດ ກັບບັນດາ ສຄອ ຂອງບັນດາປະເທດໃນອາຊຽນ ແລະ ຝຣັ່ງໂກໂຟນີ. ນຳສະເໜີອົງການຈັດຕັ້ງສາກົນໃຫ້ເຂົ້າໃຈ ກ່ຽວກັບທຸລະກິດນະຄອນຫຼວງວຽງຈັນ ແລະ ຍົກໃຫ້ເຫັນອັນໃດເປັນຂອງສູນກາງ ແລະ ອັນໃດເປັນຂອງທ້ອງຖິ່ນ ເພື່ອດຶງດູດການຊ່ວຍເຫຼືອໃຫ້ຖຶກເປົ້າໝາຍ
Editor: ກຳປານາດ ລັດຖະເຮົ້າ