ພິທີເຊັນບົດບັນທຶກຄວາມເຂົ້າໃຈ MOU ວ່າດ້ວຍການສຶກສາຄວາມເປັນໄປໄດ້ ໂຄງການກໍ່ສ້າງທາງດ່ວນແລວໃຫມ່ ແຕ່ ນະຄອນຫລວງວຽງຈັນ ຫາ ນະຄອນປາກເຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ກັບ ກຸ່ມບໍລິສັດ ດວງຈະເລີນ ພັດທະນາກໍ່ສ້າງ ຈໍາກັດ. ເຊີ່ງດັ່ງກ່າວ ໄດ້ຈັດຂື້ນຢູ່ກະຊວງໂຍທາທິການ ແລະ ຂົນສົ່ງ ທີ່ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມ ມີ ທ່ານ ແພງ ດວງເງິນ ຫົວຫນ້າກົມຂົວທາງ ກະຊວງໂຍທາທິການ ແລະ ຂົນສົ່ງ, ພ້ອມດ້ວຍທ່ານຫົວຫນ້າຫ້ອງການ, ຫົວຫນ້າກົມ-ຮອງກົມ, ພະແນກການ ທີ່ກ່ຽວຂ້ອງເຂົ້າຮ່ວມ, ຝ່າຍບໍລິສັດ ມີ ທ່ານ ຄໍາຜາຍ ສີລາຊາ ປະທານກຸ່ມ ບໍລິສັດ ດວງຈະເລີນ ພັດທະນາກໍ່ສ້າງ ຈໍາກັດ ພ້ອມດ້ວຍຄະນະ.
ພິທີເຊັນບົດບັນທຶກຄວາມເຂົ້າໃຈ MOU ຄັ້ງນີ້, ແມ່ນເປັນການສ້າງທາງດ່ວນ ແຕ່ຊ່ວງທີ 2 ນັບແຕ່ ແຂວງຄໍາມ່ວນ ຫາ ແຂວງສະຫວັນນະເຂດ ເປັນໄລຍະທາງ 117 ກິໂລແມັດ, ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ກັບ ກຸ່ມບໍລິສັດ ດວງຈະເລີນ ພັດທະນາກໍ່ສ້າງ ຈໍາກັດ, ລົງນາມ ຄັ້ງນີ້ ແມ່ນທ່ານ ແພງ ດວງເງິນ ຫົວຫນ້າກົມຂົວທາງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທ່ານ ຄໍາຜາຍ ສີລາຊາ ປະທານກຸ່ມ ບໍລິສັດ ດວງຈະເລີນ ພັດທະນາກໍ່ສ້າງ ຈໍາກັດ.
ພາຍຫລັງເຊັນບົດບັນທຶກ ເປັນທີ່ຮຽບຮ້ອຍ ທາງບໍລິສັດ ແມ່ນຈະເລັງໃສ ໃນ 8 ວຽກຫລັກ ເປັນຕົ້ນແມ່ນ ເລີ່ມຈາກບົດລາຍງານເບື້ອງຕົນ, ການເລຶອກແລວທາງ ຢ່າງຫນ່ອຍ 3 ແລວ ໂດຍຜ່ານກົມວິຊາການ ແລະ ກົມຂົວທາງ, ຜ່ານກະຊວງ, ຜ່ານຫ້ອງວ່າການສໍານັກງານນາຍົກ ແລ້ວສຶບຕໍ່ຫນ້າວຽກໃນຂັ້ນຕໍ່ໄປ, ສຶກສາຄວາມເປັນໄປໄດ້ດ້ານສິ່ງແວດລ້ອມ, ສັງຄົມ-ເສດຖະກິດ ແລະ ເຕັກນິກອື່ນໆ. ຜ່ານບົດສຶກສາຕໍ່ກະຊວງທີ່ກ່ຽວຂ້ອງ ແລະ ວຽກອື່ນໆ ຕາມຂັ້ນຕອນ.
Editor: ກຳປານາດ ລັດຖະເຮົ້າ