ໃນວັນທີ 5 ມິຖຸນາ 218 ທີ່ ຄະນະວິທະຍາສາດສິ່ງແວດລ້ອມ ມະຫາວິທະຍາໄລແຫ່ງຊາດນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມສໍາມະນາ ເພື່ອສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ 5 ມິຖຸນາ ຄົບຮອບ 46 ປີ, ທັງເປັນວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 19 ປີ, ພາຍໃຕ້ຄໍາຂວັນ ທີ່ວ່າ: ຫຼຸດຜ່ອນປຼາສະຕິກ ຫຼຸດຜ່ອນມົນລະພິດ ເພື່ອປຸກລະດົມສ້າງຈິດສໍານຶກ ແລະ ໃຫ້ສັນຍານເຕືອນ ແກ່ປະຊາຊົນໃນທົ່ວໂລກ ຮ່ວມແຮງຮ່ວມໃຈກັນດຳເນີນການຢ່າງຈິງຈັງ ໃນການແກ້ໄຂບັນຫາສິ່ງແວດລ້ອມ ອັນພົ້ນເດັ່ນ ພາຍໃຕ້ຄໍາຂວັນດັ່ງທີ່ກ່າວມາຂ້າງເທິງ ໃຫ້ປະກົດຜົນເປັນຈິງ.
ໃຫ້ກຽດເປັນປະທານໃນພິທີມີ ທ່ານ ຮອງສາດສະດາຈານ ປະລີນຍາເອກ ຈັນດາ ວົງສົມບັດ ຮອງຄະນະບໍດີ ຄະນະວິທະຍາສາດສິ່ງແວດລ້ອມ, ທ່ານ ລີໂອ ຟາເບີ ເອກອັກຄະລັດຖະທູດປະຈໍາລາວ, ພ້ອມດ້ວຍບັນດາພາກສ່ວນກ່ຽວຂ້ອງ, ຄູ - ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ໃນພິທີໄດ້ມີການອ່ານສານນາຍົກລັດຖະມົນຕີແຫ່ງ ສປປລາວ ເຊິງໄດ້ຍົກໃຫ້ເຫັນ ເຖິ່ງຄວາມໝາຍຄວາມສໍາຄັນຂອງ ວັນສິ່ງແວດລ້ອມໂລກ ກໍຄື ວັນສິ່ງແວດລ້ອມແຫ່ງຊາດ, ວັນນໍ້າໂລກ, ວັນປຸກຕົ້ນໄມ້ ແຫ່ງຊາດປີນີ້, ສຳລັບ ສປປ ລາວ ພວກເຮົາ ຂໍໃຫ້ຖືເອົາໂອກາດທີ່ມີຄວາມໝາຍຄວາມສຳຄັນດັ່ງກ່າວ ດຳເນີນການໂຄສະນາ, ປຸກຈິດສຳນຶກ ແລະ ສ້າງຂະບວນການ ກ່ຽວກັບ ສອດຄ່ອງຕາມຄໍາຂວັນສະເພາະປີນີ້ ແລະ ພ້ອມກັັນ ຫັນປ່ຽນຈີນຕະນາການ ໄປພ້ອມໆກັບການເພີ່ມທະວີ ການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ ຕາມລະບຽບການ ແລະ ກົດໝາຍຢ່າງເຂັ້ມງວດ ໃຫ້ບັນລຸຕາມວິໄສທັດ, ຕາມຍຸດທະສາດ ແລະ ແຜນການ 5 ປີ ຂອງຂະແໜງການ ປະກອບສ່ວນໃຫ້ແກ່ ແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ມີຄວາມຍືນຍົງ.
ໃນກອງປະຊຸມ ຍັງໄດ້ຍົກໃຫ້ເຫັນວ່າ: ໃນປະຈຸບັນ ສປປ ລາວ ພວກເຮົາກໍ່ກໍາລັງປະເຊີນໜ້າ ກັບບັນຫາທີ່ນັບມື້ນັບເພີ່ມຂຶ້ນ ຂອງການຊົມໃຊ້ປຼາສະຕິກ ເວົ້າລວມ ເວົ້າສະເພາະ ກໍ່ແມ່ນບັນຫາຖົງຢ່າງປຼາສະຕິກ ທີ່ຊົມໃຊ້ຢ່າງງ່າຍດາຍ ແລະ ຖີ້ມຊະຊາຍ ຕາມຊຸມຊົນ, ຖະໜົນຫົນທາງ ໃນຕົວເມືອງໃຫຍ່ນ້ອຍ ໃນທົ່ວປະເທດ ແລະ ບັນຫາການຂາດແຄນນໍ້າດື່ມ ນໍ້າໃຊ້ທີ່ສະອາດ ຂອງປະຊາຊົນບັນດາເຜົ່າ ທີ່ທຸກຍາກໃນຊົນນະບົດ ຊຶ່ງເປັນບັນຫາທີ່ລັດຖະບານພວກເຮົາ ໄດ້ຊີ້ນໍ້າຢ່າງໃກ້ສິດໃນການແກ້ໄຂ ຢ່າງຮີບດ່ວນ. ສະນັ້ນແລ້ວ ທຸກການຈັດຕັ້ງຂອງລັດ, ອຳນາດການປົກຄອງທຸກຂັ້ນ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ, ອົງການຈັດຕັ້ງສາກົນ, ແລະ ຫົວໜ່ວຍທຸລະກິດຕ່າງໆ ຕະຫຼອດເຖິງປະຊາຊົນທຸກທົ່ວໜ້າ ຈົ່ງພ້ອມກັນຈັດຕັ້ງປະຕິບັດພັນທະຂອງຕົນເຂົ້າໃນການ ໃນການຈັດຕັ້ງປະຕິບັດຄຳຂວັນ ຂອງປີ 2018 ຄື: “ຫຼຸດຜ່ອນປຼາສະຕິກ ຫຼຸດຜ່ອນມົນລະພິດ” ແລະ “ຈົ່ງພ້ອມກັນປົກປັກຮັກສາທໍາມະຊາດ ເພື່ອແຫຼ່ງນໍ້າ” ໃຫ້ປະກົດຜົນເປັນຈິງ. ແລະ ຈົ່ງພ້ອມກັນ ມີຈີນຕະນະການວ່າ ພວກເຮົາທຳລາຍສິ່ງແວດລ້ອມ ກໍ່ຄື ທຳລາຍຊີວິດຂອງຕົນເອງ
Editor: ກຳປານາດ ລັດຖະເຮົ້າ