ທ້າຍ ເດືອນພຶດສະພາ 2018 ຜ່ານມານີ້, ເມືອງເຊໂປນ ໄດ້ຈັດພິທີປະກາດຮັບຮອງເອົາ 10 ບ້ານເປັນບ້ານວັດທະນະທໍາສົມບູນ ເຊີ່ງພິທີດັ່ງກ່າວຈັດຂື້ນຢູ່ເດີນບານເມືອງເຊໂປນ ໂດຍການເປັນປະທານຂອງ ທ່ານນາງ ດາວວອນ ໄຊສຸລຽນ ກໍາມະການພັກແຂວງ, ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງສະຫວັນນະເຂດ, ທ່ານ ວົງໄຊ ໄຊຍະຈັກ ວ່າການເລຂາພັກເມືອງ,ເຈົ້າເມືອງເຊໂປນ ພ້ອມຄະນະ, ພະອາຈານສໍາລິ ຄະນະ ອພສ ເມືອງເຊໂປນ,ເຂົ້າຮ່ວມມີບັນດາທ່ານໃນຄະນະການນໍາຂອງເມືອງ ອອ້ມຂ້າງ, ຫ້ອງການ ຖວທ 3 ເມືອງ ອອ້ມຂ້າງ, ບັນດາຫ້ອງການຕ່າງໆຂອງເມືອງ,ເຖົ້າແກ່ແນວໂຮມຕະຫລອດຮອດພໍ່ແມ່ປະຊາຊົນ ພາຍໃນ 10 ບ້ານເຂົ້າຮ່ວມ.
ໃນພິທີກໍ່ໄດ້ຊົມການສະແດງສິລະປະວັນນະຄະດີ ແຕ່ລະບ້ານ ທີ່ເຮັດໃຫ້ງານດັ່ງກ່າວ ມີບັນຍາກາດເບີກບານມ່ວນຊື່ນ ແລະ ເປັນຂະບວນຟົດຟື້ນ,ຈາກນັ້ນ ຜູ້ຕາງໜ້າ 10 ບ້ານ ກໍ່ໄດ້ຂື້ນຜ່ານບົດສະຫລຸບ ການຈັດຕັ້ງປະຕິບັດວຽກງານການສ້າງບ້ານວັດທະນະທໍາ ພ້ອມທິດທາງແຜນການຕໍ່ໜ້າໃນຈໍານວນ 10 ບ້ານ ທີ່ໄດ້ຮັບນາມມະຍົດເປັນບ້ານວັດທະນະທໍາ ປະກອບມີ ບ້ານໂພນໄຮ,ບ້ານລາດຫໍ້, ບ້ານດົງໃຫ່ຍ, ບ້ານເຊໂປນເກົ່າ, ບ້ານນາບໍ່, ບ້ານທ່າໂຂ່ງ, ບ້ານແດນສະຫວັນ, ບ້ານເມືອງຈັນ, ບ້ານລະໂບກາງ ແລະ ບ້ານເຟືອງ, ເຊີ່ງໃນ 10 ບ້ານ ມີ 14 ໜ່ວຍພັກ, ມີສະມາຊີກພັກທັງໝົດ 255 ສະຫາຍ, ຍີງ 36 ສະຫາຍ, ສະມາຊິກພັກສໍາຮອງ 13 ສະຫາຍ, ຍີງ2 ສະຫາຍ,ໄດ້ຮັບນາມມະຍົດເປັນໜ່ວຍພັກແຂງຮູ້ນໍາພາຮອບດ້ານ 7 ໜ່ວຍ, ມີ 1,878 ຫລັງຄາ, ມີ 1,994ຄອບຄົວ, ພົນລະເມືອງ ມີທັງໝົດ 11,913 ຄົນ, ຍີງ 5,974 ຄົນ, ມີ 3 ຊົນເຜົ່າ ຄື: ເຜົ່າຜູ່ໄທ, ເຜົ່າມັງກອງ ແລະ ເຜົ່າຕຣີ, ບ້ານດັ່ງກ່າວລ້ວນແຕ່ມີເງື່ອນໄຂທໍາມະຊາດ, ບັນດາຫ້ວຍໜອງຄອງບຶງແລະ ປ່າໂຄກທີ່ອໍານວຍຄວາມສະດວກໃຫ້ແກ່ການທໍາມາຫາກິນຜະລິດຕ່າງໆ, ບວກໃສ່ຄວາມດຸໝັ່ນຂະຫຍັນພຽນ, ມີຮີດຄອງປະເພນີອັນດີງາມ, ມີຄວາມສາມັກຄີປອງດອງຊ່ວຍເຫລື່ອເຊີ່ງກັນ ແລະ ກັນ, ຈຶ່ງເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມ ຂອງບ້ານມີການເຕີບໃຫ່ຍຂະຫຍາຍຕົວຂື້ນເທື່ອລະກ້າວ, ຜ່ານການຊຸກຍູ້ຕິດຕາມຂອງຄະນະກໍາມະການສ້າງບ້ານວັດທະນະທໍາຂັ້ນເມືອງ ໂດຍສະເພາະຫ້ອງການ ຖວທ ເມືອງເຊໂປນ ໄດ້ລົງສົມທົບກັບຄະນະກໍາມະການຂັ້ນບ້ານພ້ອມກັນລົງເກັບກໍາຂໍ້ມູນພ້ອມທັງລົງຊຸກຍູ້ປັບປຸງ ແລະ ກໍ່ສ້າງໂດຍນໍາເອົາບັນດາແນວທາງ, ນະໂຍບາຍພ້ອມທັງມະຕິຄໍາສັ່ງຕ່າງໆລົງເຜີຍແຜ່ໃຫ້ພື້ນຖານປະຊາຊົນ ໄດ້ເຊື່ອມຊຶມຢ່າງເລິກເຊີ່ງກ່ຽວກັບການສ້າງຄອບຄົວ ແລະ ບ້ານວັດທະນະທໍາໂດຍໄດ້ເລີ່ມມາແຕ່ປີ 2016 ເປັນຕົ້ນ, ມາຮອດປະຈຸບັນເຫັນວ່າພື້ນຖານຂອງປະຊາຊົນມີຄວາມຕື່ນຕົວສູງຂື້ນກວ່າເກົ່າ, ການປົກປັກຮັກສາ ແລະ ເສີມຂະຫຍາຍຮີດຄອງປະເພນີວັດທະນະທໍາອັນດີງາມຂອງຊາດ ກໍ່ຄືຂອງທ້ອງຖິ່ນຍັງຄົງຮັກສາໄວ້ໄດ້ດີ, ເຊີ່ງມາຮອດປະຈຸບັນໃນ 10 ບ້ານ ມີຄອບຄົວວັດທະນະທໍາ ທີ່ໄດ້ຮັບໃບຢັ້ງຢືນແລ້ວ1,578 ຄອບຄົວ ເທົ່າ 79 ສ່ວນຮ້ອຍ ຂອງຈໍານວນຄອບຄົວທັງໝົດ, ດ້ວຍໝາກຜົນ ແລະ ຜົນງານໃນການຈັດຕັ້ງປະຕິບັດ ຄືດັ່ງກ່າວທ່ານ ເຈົ້າ ແຂວງສະຫວັນນະເຂດ ໄດ້ຕົກລົງອອກໃບຢັ້ງຢືນໃຫ້ທັງ 10 ບ້ານເປັນບ້ານວັດທະນະທໍາສົມບູນ ໃຫ້ກຽດມອບໃບຢັ້ງຢືນຄັ້ງນີ້ ທ່ານນາງ. ດາວວອນ ໄຊສຸລຽນ ກໍາມະການພັກແຂວງ, ຫົວໜ້າພະແນກຖະແຫລງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວແຂວງສະຫວັນນະເຂດ, ມອບໃຫ້ອໍານາດການປົກຄອງທັງ 10 ບ້ານເປັນຜູ້ຮັບ
ໂອກາດດັ່ງກ່າວທ່ານ ຫົວໜ້າພະແນກ ຖວທ ແຂວງ ແລະ ທ່ານເຈົ້າເມືອງເຊໂປນ ກໍ່ໄດ້ຮ່ວມຕັດແຜ່ນຜ້າເປີດປ້າຍບ້ານວັດທະນະທໍາ 10 ບ້ານ ແລະ ລັ່ນຄ້ອງ 9 ບາດ ເປີດບ້ານວັດທະນະທໍາຢ່າງເປັນທາງການ, ເພື່ອເປັນສັນຍາລັກ ແລະ ເປັນນິມິດໝາຍອັນສໍາຄັນໃນງານຄັ້ງນີ້ ແລະ ກໍ່ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບ້ານທີ່ໄດ້ຮັບນາມມະຍົດຄັ້ງນີ້, ຈາກນັ້ນທ່ານ ຍັງໄດ້ຮຽກ ຮ້ອງມາຍັງອໍານາດການປົກຄອງ, ພໍ່ແມ່ປະຊາຊົນທັງ 10 ບ້ານ ຈົ່ງພ້ອມກັນປົກປັກຮັກສາຮິດຄອງປະເພນີດັ່ງກ່າວໄວ້ສຶບທອດໃຫ້ລູກຫລານຮັກສາຕໍ່ໄປ.
ແຫລງຂ່າວ ທີມຂ່າວ ເມືອງເຊໂປນ
Editor: ກຳປານາດ ລັດຖະເຮົ້າ