ໃນຕອນເຊົ້າຂອງວັນທີ 8 ມິຖຸນາ 2018 ນີ້ ທີ່ສ່ວນທົດລອງຂອງບໍລິສັດ ບົວລະພາ ກະສິກຳ-ປ່າໄມ້ ຈຳກັດຢູ່ບ້ານແສນອຸດົມ, ເມືອງໄຊທານີ, ນະຄອນຫລວງວຽງຈັນ ໄດ້ຈັດພິທີປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ 2018 ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ອາລຸນແກ້ວ ກິດຕິຄຸນ, ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຕຟານ ເຮີສະຕຣອມ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງລາດຊະອານາຈັກ ສະວີເດັນ ປະຈໍາ ປະເທດໄທ, ມີຮອງລັດຖະມົນຕີ, ພະນັກງານອ້ອມຂ້າງບັນດາກະຊວງທີ່ກ່ຽວຂ້ອງ, ເຈົ້າເມືອງ, ອໍານວຍການ, ຮອງອໍານວຍການ ບໍລິສັດ ບົວລະພາ ກະສິກໍາ-ປ່າໄມ້ ຈຳກັດ ແລະ ບໍລິສັດ ສະໂຕລາ ແອນໂຊລາວ ຈຳກັດ ພ້ອມດ້ວຍພະນັກງານວິຊາການ, ຫົວຫນ້າຫ້ອງການ, ພະນັກງານ ທະຫານ ຕໍາຫລວດ, ອໍານາດການປົກຄອງບ້ານເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດດັ່ງກ່າວ ທ່ານ ມາຕິນ ຟໍແຊນ, ອໍານວຍການບໍລິສັດ ບົວລະພາ ກະສິກໍາ-ປ່າໄມ້ ຈຳກັດ ກ່າວວ່າ: ການປູກຕົ້ນໄມ້ໃນຄັ້ງນີ້, ເປັນການສ້າງຂະບວນການ ແລະ ບັນຍາກາດ ໃນວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2018 ໃຫ້ມີຄວາມໝາຍ ແລະ ມີບັນຍາກາດມ່ວນຊື່ນ. ສິ່ງສຳຄັນ ເພື່ອສ້າງປະເທດລາວ ໃຫ້ເປັນພື້ນທີ່ສີຂຽວ, ໂດຍຕັ້ງເປົ້າໝາຍປູກຕົ້ນໄມ້ໃຫ້ໄດ້ຫລາກຫລາຍທາງຊີວະນາໆພັນ. ຊຶ່ງການດໍາເນີນທຸລະກິດຂອງບໍລິສັດ ບົວລະພາ ສ່ວນຫນຶ່ງຈະເຮັດໃຫ້ປະຊາຊົນມີວຽກເຮັດງານທຳຈາກການເຂົ້າຮ່ວມໂຄງການ, ເຮັດໃຫ້ປະຊາຊົນມີລາຍຮັບທີ່ຫມັ່ນຄົງ ແລະ ສາມາດຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.
ສ່ວນທາງດ້ານທ່ານນາງ ສຸໄພວັນ ທ່ຽງຈັນໄຊ, ຮອງອໍານວຍການບໍລິສັດ ບົວລະພາ ກະສິກໍາ-ປ່າໄມ້ ຈໍາກັດ ໃຫ້ສຳພາດວ່າ: ປີນີ້ ເປົ້າຫມາຍຂອງການປູກໄມ້ຂອງບໍລິສັດ ແມ່ນຈະປູກໃຫ້ໄດ້ 1 ພັນກວ່າເຮັກຕ້າ ໂດຍຈະປູກມີສ່ວນຮ່ວມກັບປະຊາຊົນ ໃນຈຳນວນຫລາຍບ້ານ ແລະ ເມືອງ. ສ່ວນການປູກໃນມື້ນີ້ແມ່ນເປັນການປູກໃນສວນທົດລອງຂອງບໍລິສັດ ປະມານ 18 ເຮັກຕາ. ຊຶ່ງໄມ້ທີ່ນຳມາປູກໃນຄັ້ງນີ້ ແມ່ນເປັນໄມ້ອຸດສາຫະກຳ ແລະ ໄມ້ທຳມະຊາດ ເປັນຕົ້ນແມ່ນ: ໄມ້ວິກ, ໄມ້ກະຖິນນາລົງ, ໄມ້ແຕ້ຂ່າ, ໄມ້ຂະຍຸງ ແລະ ໄມ້ອື່ນໆ ມີຈໍານວນ 9 ຮ້ອຍກວ່າເບ້ຍ. ຊຶ່ງການປູກໄມ້ດັ່ງກ່າວ ຍັງເປັນແຜນການຫນຶ່ງຂອງບໍລິສັດ ທີ່ຈະປູກໄມ້ຢູ່ໃນພື້ນທີ່ປ່າກັນຊົນ ແລະ ພື້ນທີ່ປູກໄມ້ທີ່ບໍລິສັດໄດ້ສຳປະທານ ແລະ ປູກແບບມີສ່ວນຮ່ວມກັບປະຊາຊົນ. ຢ່າງໃດກໍ່ຕາມ ໃນການປູກໄມ້ຂອງບໍລິສັດ ບົວລະພາ ທຸກຄັ້ງ ແມ່ນຈະຄຳນຶ່ງເຖິງສະພາບແວດລ້ອມເປັນຫລັກ, ລວມເຖິງການສຶກສາປະເມີນຜົນກະທົບຕໍ່ສັງຄົມ-ທໍາມະຊາດທີ່ຈະຕາມມາ ດ້ວຍລະບົບຂອງສາກົນ ເພື່ອໃຫ້ເກີດຜົນກະຕໍ່ທໍາມະຊາດຫນ້ອຍທີ່ສຸດ ຈຶ່ງລົງມື້ປູກໄມ້. ປະຈຸບັນ ໃນຫລາຍປີຜ່ານມາ ບໍລິສັດໄດ້ປູກໄມ້ໄປແລ້ວ 4 ພັນເຮັກຕາ ຢູ່ 3 ແຂວງ ຄື: ນະຄອນຫລວງວຽງຈັນ, ແຂວງວຽງຈັນ ແລະ ແຂວງໄຊຍະບູລີ ຊຶ່ງໃນອານາຄົດ ແມ່ນມີແຜນຈະຂະຫຍາຍພື້ນທີ່ປູກໄມ້ໄປຍັງແຂວງໄຊສົມບູນຕື່ມອີກ.
Editor: ຕະວັນ ແສງສະຫວັນ