ໃນວັນທີ 01 ມິຖຸນາ 2018 ຜ່ານມາ ທ່ານ ປະຣິນຍາເອກ ພັນຄໍາ ວິພາວັນ ຮອງປະທານປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ແລະ ທ່ານ ຮອງສາສະດາຈານ ປະຣິນຍາເອກ ກອງສີ ມະນີ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີການນໍາຂັ້ນສູນກາງ, ມີທ່ານ ວິດົງ ໄຊຍະສອນ ເຈົ້າແຂວງວຽງຈັນ, ການນຳພັກ-ລັດຂອງແຂວງ ແລະ ການນໍາເມືອງທຸລະຄົມ ໄດ້ເຂົ້າຮ່ວມປູກຕົ້ນໄມ້ຢູ່ທີ່ວິທະຍາໄລຄູບ້ານເກິນ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ວັນທີ 01 ມິຖຸນາ.
ໃນໂອກາດນີ້ ທ່ານນາງ ຈັນທະມາລາ ສຸທຳມະວົງ ຜູ້ອຳນວຍການວິທະຍາໄລຄູບ້ານເກິນ ໄດ້ຕາງໜ້າໃຫ້ແກ່ພະນັກງານ-ຄູອາຈານທົ່ວວິທະຍາໄລຄູບ້ານເກິນ ໄດ້ສະແດງຄວາມເຄົາລົບ, ຮູ້ບຸນຄຸນຢ່າງລົ້ນເຫຼືອ ທີ່ໄດ້ເປັນກຽດຕ້ອນຮັບ ທ່ານ ຮອງປະທານປະເທດ, ພ້ອມດ້ວຍການນຳຂັ້ນສູນກາງ,ຂັ້ນທ້ອງຖິ່ນ ທີ່ໄດ້ເຂົ້າຮ່ວມປູກຕົ້ນໄມ້ໃນຄັ້ງນີ້ ເຊິ່ງຖືວ່າເປັນສິລິມຸງຄຸນອັນປະເສີດ ແລະ ເປັນຂີດ ໝາຍອັນສຳຄັນທາງປະວັດສາດແຫ່ງຄວາມຊົງຈຳແກ່ວິທະຍາໄລຄູບ້ານເກິນ ກໍ່ຄືປະຊາຊົນຊາວເມືອງທຸລະຄົມ. ຕົ້ນໄມ້ທີ່ນຳມາປູກຄັ້ງນີ້ ແມ່ນຕົ້ນໄມ້ທີ່ເປັນມຸງຄຸນ, ເປັນສັນຍາລັກແຫ່ງການອະນຸລັກຮັກສາສິ່ງແວດລ້ອມ ກໍ່ຄືການປົກປັກຮັກສາຊັບພະຍາກອນທຳມະຊາດ ໃຫ້ມີຄວາມຂຽວງາມ ແລະ ຍືນຍົງປະຫຼອດໄປ ແລະ ອີກດ້ານໜຶ່ງແມ່ນເປັນການປູກຈິດສຳນຶກໃຫ້ເຍົາວະຊົນ, ຄົນຮຸ້ນຫຼັງ ຮູ້ຮັກທຳມະຊາດ ແລະ ສິ່ງແວດລ້ອມ. ຫລັງຈາກນັ້ນ ຄະນະການນໍາຂັ້ນສູນກາງ, ການນໍາແຂວງ, ເມືອງ ແລະ ຄູອາຈານ ນັກຮຽນ ໄດ້ພ້ອມກັນປູກຕົ້ນໄມ້ ທີ່ໄດ້ກະກຽມໄວ້ ຢ່າງເປັນຂະບວນ.
ແຫລ່ງຂ່າວ ຈາກແຂວງວຽງຈັນ
Editor: ກຳປານາດ ລັດຖະເຮົ້າ