ເພື່ອສືບຕໍ່ກິດຈະກຳຂອງກຸ່ມແພ່ງ ແລະ ເສດຖະກິດ ພາຍຫຼັງທີ່ໄດ້ສຳເລັດກອງປະຊຸມເຜີຍແຜ່ປຶ້ມຄູ່ມືອະທິບາຍກົດໝາຍວ່າດ້ວຍແຮງງານ
ໃນວັນທີ 4 ມິຖຸນາ 2018 ກຸ່ມແພ່ງ ແລະ ເສດຖະກິດ ຮ່ວມກັບ ໂຄງການພັດທະນາຊັບພະຍາກອນມະນຸດ ໃນຂົງເຂດຍຸຕິທຳ (ອົງການໄຈກາ ປະຈຳລາວ) ໄດ້ມີພິທີ ມອບ-ຮັບ ປຶ້ມອະທິບາຍກົດໝາຍວ່າດ້ວຍແຮງງານ ຢູ່ທີ່ຫ້ອງການ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ສູນກາງສະຫະພັນກຳມະບານ ໂດຍການໃຫ້ກຽດມອບໂດຍ ທ່ານ ສົມສັກ ໄຕບຸນລັກ ປະທານສານປະຊາຊົນພາກກາງ ທັງເປັນຫົວໜ້າກຸ່ມແພ່ງ ແລະ ເສດຖະກິດ ແລະ ໃຫ້ກຽດຮັບໂດຍ ທ່ານ ວິໄລ ນັນທະສອນ, ຮອງຫົວໜ້າຫ້ອງການກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ຮອງຫົວໜ້າກົມຄຸ້ມຄອງແຮງງານ.
ສຳລັບ ສູນກາງສະຫະພັນກຳມະບານ ໂດຍການໃຫ້ກຽດຮັບຂອງ ທ່ານ ວັນນາ ດວງພະຈັນ ຮອງປະທານສູນກາງສະຫະພັນກຳມະບານລາວ ແລະ ທ່ານ ຫົວໜ້າກົມປົກປ້ອງແຮງງານ.
ເພື່ອເປັນສັກຂີພະຍານໃຫ້ແກ່ການມອບ-ຮັບໃນຄັ້ງນີ້ ມີ ທ່ານ ຣຽວ ຊະຕາເກະ (Mr Roy SATAKE) ຊ່ຽວຊານກົດໝາຍ ປະຈຳໂຄງການໄຈກາ ພ້ອມຄະນະ, ມີສະມາຊິກຂອງກຸ່ມແພ່ງ ແລະ ເສດຖະກິດ ແລະ ບັນດານັກວິຊາການຂອງ ກະຊວງແຮງງານ ເຂົ້າຮ່ວມຢ່າງພ້ອມພຽງ.
ປຶ້ມຄູ່ມືດັ່ງກ່າວ ໄດ້ມອບໃຫ້ພາກສ່ວນລະ 500 ຫົວ. ເພື່ອແຈກຢາຍໃຫ້ແກ່ພະນັກງານຂອງຂະແໜງການທີ່ກ່ຽວຂ້ອງ ແລະ ນໍາໃຊ້ເພື່ອເປັນຄູ່ມືໃນການໂຄສະນາເຜີຍແຜ່ຢູ່ບັນດາແຂວງ, ບັນດາໂຮງຈັກ ໂຮງງານ (ຜູ້ໃຊ້ແຮງງານ, ຜູ້ອອກແຮງງານ, ບັນດາຫົວໜ່ວຍທຸລະກິດ ໃຫ້ມີຄວາມຮັບຮູ້, ເຂົ້າໃຈ ເປັນເອກະພາບກັນໃນການແກ້ໄຂບັນຫາແຮງງານ ທີ່ເກີດຂຶ້ນ ຢູ່ ສປປ ລາວ. ໃນພິທີ ການນໍາຂອງສອງພາກສ່ວນ ໄດ້ຕີລາຄາສູງຕໍ່ການມອບ-ຮັບ ປຶ້ມຄູ່ມືຈຳນວນດັ່ງກ່າວ ແລະ ໄດ້ກ່າວສະແດງຄວາມຂອບໃຈຕໍ່ກຸ່ມແພ່ງ ແລະ ເສດຖະກິດ, ອົງການໄຈກາລາວ ທີ່ໄດ້ປະກອບສ່ວນສ້າງປຶ້ມຄູ່ມືເຫຼັ້ມນີ້ຈົນສຳເລັດ ຊຶ່ງເປັນອີກບາດກ້າວໜຶ່ງທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປົກປ້ອງສິດ ຜົນປະໂຫຍດອັນຊອບທຳ ຂອງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ ຢູ່ ສປປ ລາວ.
ພ້ອມດຽວກັນນີ້, ສູນກາງສະຫະພັນກຳມະບານ ກໍໄດ້ມອບປື້ມກົດໝາຍວ່າດ້ວຍກຳມະບານ ສະບັບປັບປຸງ ປີ 2018 ໃຫ້ແກ່ສະມາຊິກຂອງກຸ່ມແພ່ງ ແລະ ເສດຖະກິດ ຈຳນວນ 20 ຫົວ.
Editor: ກຳປານາດ ລັດຖະເຮົ້າ