ທ້າຍເດືອນພຶດສະພາ ຢູ່ທີ່ສະໂມສອນຂອງເມືອງຊຳໃຕ້ ໄດ້ຈັດໃຫ້ມີພິທີປະກາດເມືອງຊຳໃຕ້ເປັນເມືອງຊາວໜຸ່ມ 4 ບຸກ ຂຶ້ນຢ່າງເປັນທາງການ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຄອນປະພັນ ເລືອງສີຈັນທອງ ຄະນະບໍລິຫານງານສູນກາງຊາວໜຸ່ມ, ກຳມະການພັກແຂວງ ເລຂາບໍລິຫານງານຊາວໜຸ່ມ ແຂວງຫົວພັນ, ມີບັນດາສະຫາຍຄະນະປະຈຳພັກເມືອງ, ເລຂາຄະນະບໍລິຫານງານຊາວ ໜຸ່ມທັງ 10 ເມືອງ, ພະນັກງານອາວຸໂສປະຕິວັດ, ພະນັກງານລັດຖະກອນ, ສະມາຊິກຊາວໜຸ່ມ ແລະ ເຍົາວະຊົນ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ຮິນທອງ ດວງຈັນສຸກ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ ໆ ຊຳໃຕ້ ໄດ້ຂື້ນມີຄໍາເຫັນຕ້ອນຮັບແຂກ ຫຼັງຈາກນັ້ນ ທ່ານ ຄວນແກ້ວ ເຫມອິນທະວົງ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຕາມເນື້ອໃນຂໍ້ແຂ່ງຂັນ 4 ບຸກ ແລະ ທິດທາງແຜນການໃນຕໍ່ໜ້າ. ບົດສະຫຼຸບໃຫ້ຮູ້ວ່າ ຜ່ານການກໍ່ສ້າງຮາກຖາມການເມືອງຕາມ 4 ເນື້ອໃນຄາດໝາຍ ຈັດຕັ້ງເຊື່ອມຊຶມມະຕິ, ຄຳສັງ ລະບຽບກົດໝາຍ, ນິຕິກຳຕ່າງໆ ທີ່ກ່ຽວຂ້ອງ, ມູນເຊື້ອປະຫວັດສາດຂອງຊາດ, ຂອງພັກ, ສຸມໃສ່ແກ້ໄຂບັນຫາແນວຄິດຮີດເກົ່າຄອງເດີມ, ຂີ້ຄ້ານມັກງ່າຍ, ຫຼິ້ນກິນຟຸ້ມເຟື່ອຍ, ໃນນັ້ນກໍເພື່ອເລັ່ງແກ້ໄຂບັນຫາ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນໃນໝູ່ຊາວໜຸ່ມ - ໄວໜຸ່ມ ເປັນຕົ້ນແມ່ນ ບັນຫາການຄ້າຂາຍ ແລະ ເສບສິ່ງເສບຕິດ ໃຫ້ຫຼຸດໜ່ອຍຖອຍລົງ. ເມືອງຊຳໃຕ້ມີຮາກຖານຊາວໜຸ່ມທັງໝົດ 15 ຮາກຖານ, ມີໜ່ວຍຊາວໜຸ່ມ 134 ໜ່ວຍ, ມີສະມາຊິກຊາວໜຸ່ມ 4,492 ສະຫາຍ, ສາມາດສ້າງໃຫ້ເປັນຮາກຖານຊາວໜຸ່ມເຂັ້ມແຂງຕາມເນື້ອໃນຂໍ້ແຂ່ງຂັນ 4 ບຸກ ໄດ້ 12 ຮາກຖານ, ສ້າງໃຫ້ເປັນໜ່ວຍຊາວໜຸ່ມເຂັ້ມແຂງໄດ້ 127 ໜ່ວຍ ແລະ ສ້າງສະມາຊິກຊາວໜຸ່ມເຂັ້ມແຂງໄດ້ 4,082 ສະຫາຍ ເທົ່າກັບ 90,87% ກາງ 410 ສະຫາຍ ເທົ່າກັບ 9,71%. ຕິດຕາມມະຫາຊົນກ້າວໜ້າເຂົ້າເປັນສະມາຊິກຊາວໜຸ່ມໄດ້ 4,492 ສະຫາຍ, ຍິງ 1,400 ສະຫາຍ, ກໍ່ສ້າງສະມາຊິກຊາວໜຸ່ມໃຫ້ເຂົ້າເປັນສະມາຊິກພັກໄດ້ 170 ສະຫາຍ, ຍິງ 44 ສະຫາຍ ທຽບໃສ່ປີ 2012 ແມ່ນເພີ່ມຂຶ້ນ 10%. ການສົ່ງເສີມສ້າງວຽກເຮັດງານທຳສາມາດສ້າງໃຫ້ມີຄອບຄົວຕົວແບບໄດ້ 5 ຄອບຄົວ ສ້າງລາຍຮັບໄດ້ 80 ລ້ານກີບ ເຖິງ 100 ລ້ານກີບຕໍ່ປີ, ລາຍໄດ້ຫຼັກແມ່ນມາຈາການຕຳຫູກທໍ່ໄໝ ຜະລິດໃຫ້ກາຍເປັນສິນຄ້າສ້າງລາຍຮັບໃຫ້ຕົນເອງ ແລະ ຄອບຄົວ. ປັດຈຸບັນມີໜ່ວຍຊາວໜຸ່ມທີ່ມີເງິນຄັງ ຈຳນວນ 58 ໜ່ວຍ, ມີເງິນຄັງທັງໝົດ 99 ລ້ານ 999,000 ກີບ, ສະມາຊິກຊາວໜຸ່ມສົ່ງເງິນສະຕິໄດ້ 24 ລ້ານ 6 ແສນກີບ, ປະກອບສ່ວນສ້າງກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນທັງໝົດ 33 ໜ່ວຍ ມິເງິນທ້ອນທັງໝົດ 98 ລ້ານ 5 ແສນ ກີບ. ສາມາດຕີລາຄາໄດ້ດ້ານແນວຄິດການເມືອງ 90,85%, ດ້ານການຝຶກຝົນຫຼໍ່ຫຼອມຮ່ຳຮຽນ 89,18%, ດ້ານການຈັດຕັ້ງ 95%, ດ້ານວຊາຊີບສ້າງວຽກເຮັດງານທຳ 90,06%. ຜ່ານການຈັດຕັ້ງປະຕິບັດວຽກງານຕາມເນື້ອໃນຂໍ້ແຂ່ງຂັນ 4 ບຸກ ເຮັດໃຫ້ເມືອງຊຳໃຕ້ ຖືຶກຮັບຮອງເອົາເປັນເມືອງຊາວໜຸ່ມ 4 ບຸກໄດ້ ທັງນີ້ກໍຍ້ອນການຊີ້ນຳນຳພາຂອງຄະນະບໍລິຫານງານຊາວໜຸ່ມແຂວງຫົວພັນ ກໍຄືຄະນະພັກເມືອງຊຳໃຕ້ ດ້ວຍດີຕະຫຼອດມາ, ຍ້ອນຄະນະພັກ, ອຳນາດການປົກຄອງ, ຄະນະຊາວໜຸ່ມແຕ່ລະຂັ້ນ , ອົງການຈັດຕັ້ງຕ່າງໆ ໄດ້ມີການຮ່ວມໄມ້ຮ່ວມມືກັນເປັນຢ່າງດີໃນການຈັດຕັ້ງປະຕິບັດເຄື່ອນໄຫວວຽກງານດັ່ງກ່າວ.
ສຳລັບທິດແຜນການໃນຕໍ່ໜ້າແມ່ນຍັງຈະສືບຕໍ່ຈັດຕັ້ງປະຕິບັດຕາມຂໍ້ແຂ່ງຊາວໜຸ່ມ 4 ບຸກຕາມມາດຖານ ແລະ ຄາດໝາຍທີ່ວາງໄວ້ໃຫ້ໄດ້ 100%. ຫຼັງຈາກນັ້ນຍັງໄດ້ຜ່ານຂໍ້ຕົກລົງ 4 ບຸກ ແລະ ໃບຢັ້ງຢືນ 4 ບຸກ, ມອບຂອງຂວັນໃຫ້ຂັ້ນເທິງ ແລະ ແຂກແຕ່ລະເມືອງແລ້ວ ສະຫາຍ ຄອນປະພັນ ເລືອງສີຈັນທອງ ໄດ້ມີຄຳເຫັນໂອ້ລົມຕໍ່ພິທີ ທ່ານໄດ້ເໜັ້ນຢ້ຳຕື່ມໃຫ້ອົງການຈັດຕັ້ງເມືອງ ກໍຄືຄະນະບໍລິຫານງານຊາວໜຸ່ມພາຍໃນເມືອງຊຳໃຕ້ຈົ່ງສືບຕໍ່ບຸກບືນ, ຫ້າວຫັນ ປະຕິບັດທຸກຂໍ້ແຂ່ງຂັນໃຫ້ບັນລຸຕາມຄາດໝາຍ ແນ່ໃສ່ປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ບໍ່ໃຫ້ເກີດຂຶ້ນໃນສັງຄົມເວົ້າລວມ ເວົ້າສະເພາະກໍຄືໃນໝູ່ຊາວໜຸ່ມພາຍໃນເມືອງຊຳໃຕ້, ຊຸກຢູ່ທຸກວຽກງານ, ທຸກຂະບວນການທີ່ເຫັນວ່າເປັນການສົ່ງເສີມທາງດ້ານວິຊາສະເພາະ, ສ້າງວຽກເຮັດງານທຳ.
ຕອນທ້າຍ ທ່ານ ຄອນປະພັນ ເລືອງສີຈັນທອງ ເລຂາບໍລິຫານງານຊາວໜຸ່ມ ແຂວງຫົວພັນພ້ອມ ທ່ານ ຮິນທອງ ດວງຈັນສຸກ ກຳມະການພັກແຂວງເລຂາພັກເມືອງ ເຈົ້າເມືອງໆຊຳໃຕ້ ໄດ້ໃຫ້ກຽດເປີດປ້າຍ ແລະ ລັ່ນຄ້ອງເກົ້າບາດເພື່ອຮັບຮອງເອົາເມືອງຊຳໃຕ້ເປັນເມືອງຊາວໜຸ່ມ 4 ບຸກຢ່າງເປັນທາງການ.
ແຫລ່ງຂ່າວຈາກທີມຂ່າວເມືອງຊໍາໄຕ້
Editor: ກຳປານາດ ລັດຖະເຮົ້າ