ຄະນະພະແນກກະສິກຳ ແລະ ປ່າໄມ້ແຂວງຊຽງຂວາງ ຮ່ວມກັບ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງຄຳ ໄດ້ຈັດພິທີປູກຕົ້ນໄມ້ແຫ່ງຊາດ ວັນທີ່ 1 ມິຖຸນາ 2018 ຂື້ນທີ່ບ້ານນໍ້າລ້ຽງ, ກຸ່ມນໍ້າລ້ຽງ ເມືອງຄໍາ ແຂວງຊຽງຂວາງ ຢ່າງເປັນທາງການ. ໂດຍພາຍໃຕ້ການເຂົ້າຮ່ວມເປັນປະທານ ຂອງທ່ານ ວຽງໄຊ ສີວິໄລ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆຄຳ, ມີ ທ່ານ ວຽງຄໍາ ຈັນທະລາ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ມີ ທ່ານ ທົງສະຫວັນ ລາດສະວົງ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ມີຄະນະ ປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ພະນັກງານລັດຖະກອນ, ທະຫານຕຳຫຼວດອ້ອມຂ້າງເມືອງພ້ອມດ້ວຍພໍ່ແມ່ປະຊາຊົນບ້ານນ້ຳລ້ຽງ ເຂົ້າຮ່ວມ.
ທ່ານ ທົງສະຫວັນ ລາດສະວົງ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ກໍ່ໄດ້ຂື້ນຜ່ານບົດສະຫຼຸບໂດຍຫຍໍ້ໄດ້ກ່າວວ່າ: ປ່າໄມ້ກໍ່ແມ່ນຊັບພະຍາກອນທຳມະຊາດອັນລ່ຳຄ່າໃນລະບົບນິເວດເຊີ່ງມັນປະ ກອບດ້ວຍຊີວະນາໆພັນ, ແຫຼ່ງນ້ຳ ແລະ ທີ່ດີນປ່າໄມ້ ທີ່ມີຄວາມສຳຄັນຕໍ່ກັບສິ່ງທີ່ມີຊີວິດ ແລະ ບໍ່ມີຊີວິດ ເປັນຕົ້ນແມ່ນການນຳໃຊ້ຊີວິດປະຈຳວັນຂອງຄົນເຮົາ ໃນການສ້າງເຮືອນຊານ ບ້ານຊ່ອງ, ໃຊເປັນຢາປີ່ນປົວ ສຸຂະພາບ ແລະ ກໍ່ເປັນແຫຼ່ງລາຍຮັບເຂົ້າຫງົບປະມານຂອງລັດ ພ້ອມນັ້ນປ່າໄມ້ ກໍ່ຍັງເປັນການປົກປັກຮັກສາສະພາບແວດລ້ອມ, ຄວາມດູນດ່ຽງ, ການຮັກສາແຫຼ່ງນ້ຳ, ຕ້ານການເຊາະເຈື່ອນຂອງດີນ ແລະ ອື່ນໆ. ຈາກນັ້ນຍັງໃຫ້ຮູ້ ອີກຕື່ມວ່າ: ເມືອງຄໍາ ປະກອບມີເນື້ອທີ່ດີນທັງໝົດ 213.234 ເຮັກຕາ, ມີເນື້ອທີ່ດີນປ່າໄມ້ 155.600 ເຮັກຕາ, ມີປ່າສະຫງວນແຫ່ງຊາດ, 83,853 ເຮັກຕາ ແລະ ມີປ່າປ້ອງກັນ, ປ່າຜະລິດ, ດີນປ່າຍັງບໍ່ທັນ ໄດ້ຈັດສັນເຂົ້າໃນ 3 ປະເພດປ່າ ມີ 71,749 ເຮັກຕາ ແລະ ໄດ້ປູກຕົ້ນໄມ້ໃນຈຳນວນ ດີນປ່າທີ່ຂື້ນທະບຽນ ແລ້ວໃນປີ 2010-2016 ໄດ້ 57,42 ເຮັກຕາ ມາໃນປີ 2018 ນີ້ໄດ້ນໍາເອົາເບ້ຍໄມ້ມາປູກ ຈໍານວນ 2.500 ເບ້ຍ ເຊີ່ງເບ້ຍໄມ້ທີ່ ນຳມາປູກໃນຄັ້ງນີ້ປະກອບມີ ເບ້ຍໄມ້ກໍ້, ເບ້ຍແປກ ແລະ ເບ້ຍໄມ້ເກດສະ ຫນາ ລວມ ເປັນມູນຄ່າທັງໝົດ 4 ລ້ານກວ່າກີບ. ທັງນີ້ກໍ່ເພື່ອເປັນການປູກຈິດສຳນຶກ ໃຫ້ແກ່ພໍ່ແມ່ປະຊາຊົນ, ຊາວໜຸ່ມ, ໄວໜຸ່ມ, ເຍົາວະຊົນ, ຮູ້ສ້າງສະຕິຮັກຫວງແຫນໃນການປົກປັກຮັກສາພັດທະນາປ່າໄມ້, ສີ່ງແວດລ້ອມທຳມະຊາດ ແລະ ເຮັດໃຫ້ປ່າໄມ້ມີຄວາມອຸດົມສົມຍູນຂື້ນ.
ເນື້ອໃນໂອກາດດັ່ງກ່າວ ທ່ານ ວຽງໄຊ ສີວິໄລ ກຳມະການພັກແຂວງ ເລຂາພັກເມືອງເຈົ້າເມືອງ ໆຄຳ ກໍ່ໄດ້ຂື້ນໂອ້ລົມ ໃຫ້ຄໍາຄິດຄໍາເຫັນຕໍ່ພິທີກ່ອນອື່ນໝົດທ່ານຍັງໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ໄດ້ ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ແລະ ຍົກໃຫ້ເຫັນເຖີງຄວາມໝາຍຄວາມສຳຄັນຂອງປ່າໄມ້ພ້ອມທັງ ໃຫ້ທິດຊີ້ນຳແກ່ ຄະນະພະແນກ, ຄະນະຫ້ອງການ ຈົ່ງສືບຕໍ່ປົກປັກຮັກສາປ່າສະຫງວນຂອງແຂວງ, ຂອງເມືອງ, ຂອງບ້ານໃຫ້ກົມກືນກົມກຽວເຊີ່ງກັນ ແລະ ກັນ ພ້ອມທັງຂະຫຍາຍເນື້ອທີ່ດີນປ່າໄມ້.
Editor: ກຳປານາດ ລັດຖະເຮົ້າ