ໃນວັນທີ 2 ມີຖຸນາ 2018 ທີ່ຜ່ານມາ, ທີ່ບ້ານແສນດິນ, ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ໄດ້ຈັດພິທີເປີດນ້ຳໃຊ້ໂຮງງານນ້ຳປະປາແສນດິນ ຢ່າງເປັນທາງການ. ໂດຍເປັນກຽດເຂົ້າຮ່ວມໃນພິທີດັ່ງກ່າວມີ ທ່ານ ປອ ສິນລະວົງ ຄຸດໄພທູນ ເຈົ້າຄອງ ນະຄອນຫຼວງວຽງຈັນ, ທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງ ນະຄອນຫລວງວຽງຈັນ, ທ່ານນາງ ວິໄລຄຳ ໂພສາລາດ ຮອງລັດຖະມົນຕີກະຊວງໂຍທາທິການ-ຂົນສົ່ງ, ມີທ່ານເຈົ້າເມືອງ-ບັນດາຫົວໜ້າກົມ, ຫົວໜ້າພະແນກການ, ປະທານບໍລິສັດ, ຫນ່ວຍງານຂະແໜງການກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ຄໍາເຜີຍ ວົງສາຄໍາຜຸຍ ຜູ້ອໍານວຍການລັດວິສາຫາກິດ ນໍ້າປະປາ ນະຄອນ ຫລວງວຽງຈັນ ໄດ້ລາຍງານໃຫ້ຮູ້ວ່າ: ໂຮງງງານດັ່ງກ່າວນີ້ ເປັນໂຄງການແບບ BOT ກໍາລັງການຜະລິດ 24,000 ແມັດກ້ອນ/ມື້, ເປັນການຮ່ວມລະຫວ່າງ ລັດວິສາຫະກິດນໍ້າປະປາ ນະຄອນຫຼວງວຽງຈັນ ແລະ ບໍລິສັດ ເອເຊຍລົງທຶນພັດທະນາ ຜູ້ດຽວ ຈຳກັດ (AIDC) ໂດຍນຳໃຊ້ທຶນກູ້ຢືມຈາກລັດຖະບານຈີນ ຈຳນວນ 100 ລ້ານໂດລາສະຫາລັດ, ເຊີ່ງແມ່ນກະຊວງການເງິນ ເປັນຜູ້ຄ້ໍາປະກັນ. ໂຮງງານແຫ່ງນີ້ແມ່ນໂຮງງານແຫ່ງທີ່ສອງ, ເຊີ່ງແຫ່ງທຳອິດແມ່ນຢູ່ທ່າເດືອ ເມືອງຫາດຊາຍຟອງ.
ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ສຳລັບໂຮງງານນ້ຳປະປາແສນດິນ ມາຮອດປະຈຸບັນແມ່ນສຳເລັດການກໍ່ສ້າງໄລຍະທຳອິດ ແລະ ກຳລັງສືບຕໍ່ຂະຫຍາຍການກໍ່ສ້າງໄລຍະທີສອງ ເຊີ່ງໂຄງການມີໄລຍະການສຳປະທານ 50 ປີ, ມູນຄ່າໂຄງການ 15 ລ້ານໂດລາສະຫາລັດ ມີ 2 ໄລຍະ. ໃນເນື້ອທີ່ 3.2 ເຮັກຕາ. ນ້ຳໃຊ້ແຫຼ່ງນ້ຳຈາກ ນ້ຳງື່ມ. ໄລຍະທຳອິດໂຮງງານແມ່ນສາມາດຜະລິດນ້ຳໄດ້ 24.000 ແມັດກ້ອນ/ມື້, ສາມາດຕອບສະໜອງຄວາມຕ້ອງການຂອງປະຊາຊົນໄດ້ 80 ພັນຄົນ ຫຼື 56 ກ່ວາໝູ່ບ້ານ ໃນ 2 ຕົວເມືອງ ເມືອງນາຊາຍທອງ ແລະ ໄຊທານີ. ຕາມການຄາດຄະເນ ຫາກໄລຍະທີ່ສອງຖືກກໍ່ສ້າງສຳເລັດ ແມ່ນຈະສາມາດສະໜອງນ້ຳໃຊ້ໄດ້ 48.000 ແມັດກ້ອນ.
ໂອກາດດັ່ງກ່າວ ທ່ານ ປອ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນ ຫຼວງວຽງຈັນ ກໍໄດ້ມີຄຳເຫັນຊົມເຊີຍ ແລະ ສະແດງຄວາມຍິນດີ ຕໍ່ກັບໂຮງງານແຫ່ງດັ່ງກ່າວ. ເຊີ່ງເປັນຂີດໝາຍອັນດີ ສະແດງໃຫ້ເຫັນເຖິງຄວາມສຳເລັດອັນໜື່ງໃນການກໍ່ສ້າງໂຄງການທີ່ຕົ້ນແບບ ຂອງການຮ່ວມທຶນແບບ BOT ທັງນີ້ ກໍ່ແມ່ນຮູ້ສືກໂລ່ງໃຈທີ່ປະຊາຊົນ ຈະໄດ້ມີນ້ຳໃຊ້ທີ່ສະອາດ ໃນການດຳລົງຊີວິດປະຈຳວັນ. ໃນພິທີ ຄະນະປະທານ ພ້ອມດ້ວຍແຂກທີ່ສໍາຕັນພາຍໃນງານ ໄດ້ຮ່ວມກັນ ເປີດກອກນໍ້າ ຢ່າງເປັນທາງການ, ປູກຕົ້ນໄມ້ ແລະ ເລາະຢ້ຽມຊົມຂະບວນການຜະລິດ ພາຍໃນໂຮງງານຕື່ມອີກ.
ສຳລັບການຈັດຕັ້ງປະຕິບັດໃນຕໍ່ໜ້າສະເໜີໃຫ້ ລັດວິສາຫະກິດນ້ຳປະປາ ນະຄອນຫລວງວຽງຈັນ ແລະ ບໍລິສັດ ຮ່ວມກັບ ເມືອງນາຊາຍທອງ ຕ້ອງປຶກສາຫາລື ແລະ ຕິດຕາມກວດກາ ກຳນົດລາຄານ້ຳປະປາ ໃຫ້ມີລາຄາທີ່ສົມເຫດສົມຜົນ, ປະຊາຊົນສາມາດນຳໃຊ້ນ້ຳໄດ້ຢ່າງເຕັມມາດຖານ ແລະ ບໍລິສັດຜູ້ລົງທຶນເອງກຳໄດ້ລາຍຮັບທີ່ເໝາະສົມ ບໍ່ຫຼຸບທຶນ ແລະ ອີກຄາດໝາຍທີ່ສຳຄັນ ໜື່ງກໍແມ່ນຕ້ອງສູ້ຊົນ ຊຸກຍູ້ການຜະລິດ ແລະ ສາມາດຈັດເກັບລາຍຮັບນຳມາໃຊ້ໜີ້ກູ້ຢືມທີ່ ໄດ້ຢືມມານັ້ນໃຫ້ສຳເລັດເຊ່ັນດຽວກັນ.
Editor: ກຳປານາດ ລັດຖະເຮົ້າ