ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດພິທີຂື້ນ ສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ວັນທີ 5 ມິຖຸນາ 2018 ຄົບຮອບ 46 ປີຂຶ້ນ ພາຍໃຕ້ຄຳຂວັນ ‘’ ຫຼດຜ່ອນປລາສະຕິກ ຫຼຸດຜ່ອນມົນລະພິດ, ຮ່ວມກັບການສະເຫຼີມສະຫຼອງວັນນ້ຳໂລກ ວັນທີ 22 ມີນາ 2018 ພາຍໃຕ້ຄໍາຂັວນ “ຈົ່ງພ້ອມກັນປົກປັກຮັກສາທຳມະຊາດ ເພື່ອແຫຼ່ງນ້ຳ” ແລະ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ. ວັນທີ 5 ມິຖຸນາ ຍັງໄດ້ກຳນົດເປັນວັນສິ່ງແວດລ້ອມແຫ່ງຊາດ ຕາມກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ຊຶ່ງປີນີ້ແມ່ນຄົບຮອບ 19 ປີ .
ພິທີດັ່ງກ່າວ ໄດ້ຈັດຂື້ນຢູ່ທີ່ສວນເຈົ້າອານຸວົງ ແຄມຂອງ ໃນເຊົ້າວັນທີ 2 ມີຖຸນາ 2018 ຜ່ານມາ ໂດຍໄດ້ຮັບກຽດເຂົ້າຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ແຫ່ງ ສປປ ລາວ ທ່ານ ສົມມາດ ພົນເສນາ ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ. ທ່ານ ບັນດິດສາດສະດາຈານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ພ້ອມນີ້ ຍັງມີບັນດາຮອງລັດຖະມົນຕີ ຈາກກະຊວງທີ່ກ່ຽວຂ້ອງ, ບັນດາກົມ-ຮອງກົມ ອ້ອມຂ້າງກະຊວງ ລວມທັງພາກສ່ວນທີ່ກ່ຽວຂ້ອງ ເຂົ້້າຮ່ວມ ຢ່າງພ້ອມພຽງ.
ການຈັດງານດັ່ງກ່າວເພື່ອແນໃສ່ ການໂຄສະນາເຜີຍແຜ່ ແລະ ປຸກລະດົມທົ່ວສັງຄົມ ສ້າງຂະບວນການ ແລະ ຮ່ວມໃຈກັນປົກປັກຮັກສາ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໃຫ້ຍືນຍົງ ໄປຮອດເຊັ່ນ ລູກເຊັ່ນຫຼານ ທັງຮັບປະກັນໃຫ້ພັດທະນາປະເທດເຮົາ ໄປ ຕາມທິດສີຂຽວ ແລະ ຍືນຍົງ. ການສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ແລະ ວັນນ້ຳໂລກປີນີ້ , ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ປະສານສົມທົບ ກັບທຸກພາກສ່ວນທີ່ກ່ຽວຂ້ອງ ທັງໃນສູນກາງ ແລະ ທ້ອງຖີ່ນ ດໍາເນີນກິດຈະກໍາຕ່າງໆ ເພື່ອພ້ອມກັນສ້າງຂະບວນການ ຢ່າງຟົດຟື້ນເປັນຕົ້ນ: ສ້າງຈິດສຳນຶກໃນການປົກປັກຮັກສາສິ່ງແວດລ້ອມ ໂດຍນຳໃຊ້ສື່ຕ່າງໆ ເຊ່ນ: ໂທລະພາບ, ໜັງສືພີມ, ເວບໄຊ ເພື່ອອອກຂ່າວ ລະດົມທົ່ວສັງຄົມໃນທົ່ວປະເທດ ໃຫ້ເປັນເຈົ້າການ ໃນການປົກປັກຮັກສາ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ; ໄດ້ສ້າງຂະບວນການຮ່ວມກັບ ນະຄອນຫຼວງວຽງຈັນ ອານະໄມຕາມແຄມທາງຕັດໃໝ່ ດົງນາໂຊກ-ໜອງບຶກ, ເນຶ່ອງໃນໂອກາດເປີດສັບປະດາວຽງຈັນສະອາດ; ໄດ້ມອບໝາຍໃຫ້ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ແລະ ນະຄອນຫຼວງ ລວມທັງ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ບັນດາເມືອງ ໃນທົ່ວປະເທດ ໂດຍປະສານສົມທົບ ກັບທຸກພາກສ່ວນທີ່ກ່ຽວຂ້ອງ ເປັນເຈົ້າການໂຄສະນາເຜີຍແຜ່ ແລະ ສ້າງຂະບວນການ ເພື່ອປຸກລະດົມ ຂະບວນການໃຫ້ຟົດຟື້ນ ໃນການສະເຫຼີມສະຫຼອງ 3 ວັນດັ່ງກ່າວ; ໄດ້ມີການຮ່ວມມືກັບສະຖາບັນການສຶກສາ, ມະຫາວິທະຍາໄລ, ໂຮງຮຽນ ໃນການມີສ່ວນຮ່ວມ ສ້າງບຸກຄະລະກອນ ແລະ ວິຊາການ; ກິດຈະກຳ
ໃນພິທີຍັງໄດ້ປຸກໄມ້ດູ່ ຢູ່ໃນສວນເຈົ້າອະນຸວົງແຫ່ງ ຈຳນວນ 10 ຕົ້ນ, ຈາກນັ້ນຈະມີຂະບວນການຍ່າງເພື່ອສຸຂະພາບ ແລະ ກິດຈະກຳສ້າງຈິດສຳນຶກດ້ານສິ່ງແວດລ້ອມ ຕາມແຜນແມ່ນຈະມີກິດຈະກຳຖາມ-ຕອບ. ເພື່ອປຸກຈິດສໍານຶກໃຫ້ແກ່ປະຊາຊົນ ເຂົ້າໃຈ ແລະ ມີສ່ວນຮ່ວມ ໃນການຫຼຸດຜ່ອນການນຳໃຊ້ຢາງປລາສຕິກ, ຄິດກ່ອນຈະໃຊ້, ຄິດກ່ອນຈະຖີ້ມ ແລະ ການປົກປັກຮັກສາສິ່ງແວດລ້ອມ ເພື່ອສ້າງຕົວເມືອງສີຂຽວ ສະອາດງາມຕາ, ພ້ອມທັງບັນລຸເປົ້າໝາຍການພັດທະນາແບບຍືນຍົງ.
Editor: ກຳປານາດ ລັດຖະເຮົ້າ