ໃນວັນທີ 1 ມິຖຸນາ ຜ່ານມານີ້ ອໍານາດການປົກຄອງເມືອງຄູນຄຳ ແຂວງຄໍາມ່ວນ ຮ່ວມກັບ ບໍລິສັດ ຢາສູບລາວ (ອາແດງ) ໄດ້ຈັດພິທີປູກຕົ້ນໄມ້ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ເຊິ່ງຈັດຢູ່ທີ່ບ້ານຈັດສັນ ຄູນມະນີ ດົງກະແສນ ເມືອງ ຄູນຄໍາ ເຂົ້າຮ່ວມມີທ່ານ ຄໍາຮຸ່ງ ແກ້ວບຸນມີ ປະທານກວດກາພັກ-ລັດເມືອງ, ທ່ານ ຄໍາພູວີ ແກ້ວແພງສີ ຮອງຜູ້ອໍານວຍການ ບໍລິສັດ ຢາສູບລາວ (ອາແດງ), ພະນັກງານຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມ.
ສໍາລັບ ຕົ້ນໄມ້ທີ່ນຳມາປູກໃນຄັ້ງນີ້ ປະກອບມີ ເບ້ຍໄມ້ກິນໝາກ ເຊັ່ນ: ເບ້ຍໝາກມ່ວງ, ໝາກລີ້ນຈີ່, ໝາກຂາມຫວານ, ໝາກສີດາ, ໝາກເງາະ ແລະ ອື່ນໆ ລວມມີ 400 ກວ່າເບ້ຍ, ເຊິ່ງປູກໃນບໍລິເວນເດີ່ນໂຮງຮຽນ ແລະ ເສັ້ນທາງຫຼັກຂອບເຂດບໍລິເວນບ້ານດັ່ງກ່າວ. ທັງນີ້ ກໍ່ເພື່ອເປັນການປູກທົດແທນຕົ້ນໄມ້ທີ່ຕັດໄປໃນເມື່ອກ່ອນ, ເປັນການປູກຈິດສໍານຶກໃຫ້ຄົນລຸ້ນໃໝ່ໃສ່ໃຈທໍາມະຊາດຮັກສິ່ງແວດລ້ອມອ້ອມຂ້າງ, ເຮັດໃຫ້ພື້ນທີ່ທີ່ຖືກຕັດຟື້ນຟູເປັນຮົ່ມ ມີລະບົບນິເວດທີ່ດີ ແລະ ເພື່ອເພີ່ມພື້ນທີ່ສີຂຽວນັບມື້ນັບຫຼາຍຂຶ້ນເລື້ອຍໆ.
Editor: ນັກຂ່າວເມືອງຄູນຄຳ