ເມືອງພູຄູນ ແຂວງຫຼວງພະບາງ ໄດ້ຈັດພິທີ ປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ທີ່ບ້ານ ນານານ ໃນຂອບເຂດ ອ່າງເກັບນໍ້ານໍ້າງື່ມ 5 ໂດຍການເຂົ້າຮ່ວມຂອງທ່ານ ວຽງທອງ ຫັດສະຈັນ ເຈົ້າເມືອງພູຄູນ, ມີຮອງອຳນວຍການບໍລິສັດເຂື່ອນໄຟຟ້ານໍ້າງື່ມ 5, ຫົວໜ້າຫ້ອງການອອ້ມຂ້າງເມືອງ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນເຂົ້າຮ່ວມ.
ໃນພິທີ ທ່ານ ວຽງທອງ ຫັດສະຈັນ ເຈົ້າເມືອງພູຄູນ ໄດ້ກ່າວວ່າ: ເພື່ອເປັນການສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ປະຈໍາປີ 2018 ແລະ ເປັນການຈັດຕັ້ງປະຕິບັດຕາມຍຸດທະສາດການພັດທະນາເມືອງພູຄູນ ໃນການຮັກສາສິງແວ້ດລ້ອມແບບຍືນຍົງ. ໃນທຸກໆປີ ເມືອງພູຄູນ ກໍໄດ້ຈັດຕັ້ງເປັນຂະບວນການປູກຕົ້ນໄມ້ຢ່າງເປັນຂະບວນຝົດຝື້ນ ໂດຍສະເພາະແມ່ນຫ້ອງ ການກະສີກຳ ແລະ ປ່າໄມ້ເປັນຫຼັກ ໃນການຈັດຕັ້ງປິ່ນອອ້ມທຸກຂະແໜງການ ໂດຍໃຫ້ມີປະຊາຊົນເຂົ້າມີສວນຮ່ວມ ໃນການຮ່ວມກັນປູກຕົ້ນໄມ້ຕາມຈຸດຕ່າງໆ, ການປູກຕົ້ນໄມ້ປີນີ້ ແມ່ນໄດ້ຈັດຢູ່ໃນ 2 ຈຸດຄື: ຂອບເຂດອ່າງເກັບນໍ້າເຂື່ອນໄຟຟ້ານໍ້າງື່ມ 5 ແລະ ຈຸດພູເທິ່ງສຳນັກງານເມືອງ.
ຈຸດປະສົງຕົ້ນຕໍ່ ແມ່ນເພື່ອປົກປັກຮັກສາຍອດແຫຼ່ງທໍາມະຊາດ ເພື່ອເຂົ້າໃນການຜະລິດກະແສໄຟຟ້າ ກາຍເປັນແຫຼ່ງທ່ອງທ່ຽວທາງທຳມະຊາດ ແລະ ສ້າງທັດສະນິຍະພາບຂອງເມືອງເປັນສີຂຽວ ໃນນີ້ແມ່ນເລັ່ງໃສ່ປູກຕົ້ນໄມ້ອຸດສາຫະກຳ, ຕົ້ນໄມ້ກິນໝາກ ແລະ ປູກທົດແທນຕົ້ນທີ່ເສຍໄປທັງໝົດ 1,900 ເບ້ຍ, ໃນເນື້ອທີ່ທັງໝົດຈຳນວນ 5 ເຮັກຕາ ເຊິ່ງເບ້ຍໄມ້ດັ່ງກ່າວ ແມ່ນທຶນຈາກໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າງື່ມ 5 ແລະ ການປະກອບສວນຈາກບັນດາພາກສວນຫ້າງຮ້ານທຸລະກິດພາຍໃນເມືອງ.
Editor: ນັກຂ່າວເມືອງພູຄູນ