ຕາມການຕົກລົງເຫັນດີຂອງຄະນະພັກ-ຄະນະບັນຊາກອງບັນຊາການ ປກສ ແຂວງບໍ່ແກ້ວ ຄັ້ງວັນທີ 29 ມິຖຸນາ 2018, ອີງຕາມ: ແຈ້ງການ ຂອງຫ້ອງການ ກອງບັນຊາການ ປກສ ແຂວງ ສະບັບເລກທີ 107/ຫກລົງວັນທີ 30 ມິຖຸນາ 2018.
ເພື່ອໃຫ້ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ 2018 ນີ້ ມີຂະບວນການຟົດຟື້ນ ສະນັ້ນ, ກອງບັນຊາການ ປກສ ແຂວງບໍ່ແກ້ວ ໄດ້ຈັດພິທີປູກຕົ້ນໄມ້ ແລະ ອອກແຮງງານລວມຕາມຂອບເຂດອ້ອມຂ້າງກອງບັນຊາການ ປກສ ແຂວງບໍ່ແກ້ວ ໂດຍການນໍາພາຂອງທ່ານ ພັນເອກ ຈັນນວນ ອວນຄະນະຈັກ, ຮອງເລຂາຄະນະພັກ ຮອງກອງບັນຊາການ ປກສ ແຂວງບໍ່ແກ້ວ, ມີບັນດາຫົວໜ້າຫ້ອງ, ຮອງຫ້ອງ, ຫົວໜ້າພະແນກ, ຮອງພະແນກ ແລະ ພະນັກງານ-ນັກຮົບອ້ອມຂ້າງກອງບັນຊາການ ປກສ ແຂວງບໍ່ແກ້ວ ໄດ້ຮ່ວມ.
ການຈັດກິດຈະກຳໃນຄັງນີ້ ໄດ້ແຮງຮ່ວມໃຈກັນອອກແຮງງານ ຖາງຫຍ້າ-ອະນາໄມ ແລະ ປູກຕົ້ນໄມ້ ຢູ່ທີ່ກອງບັນຊາການ ປກສ ແຂວງ ລວມມີຕົ້ນໄມ້ປະເພດ ຕົ້ນໄມ້ກິນໝາກ, ຕົ້ນໄມ້ປະດັບ ແລະ ຕົ້ນໄມ້ອານຸລັກ ທັງນີ້ ກໍ່ເພື່ອເຮັດໃຫ້ແຂວງບໍ່ແກ້ວມີສີຂຽວ ມີຕົ້ນໄມ້ຮົມເຍັນ ແລະ ສະອາດງາມຕາ ເວົ້າລວມເວົ້າສະເພາະ ກໍ່ຄື ກອງບັນຊາການ ປກສ ແຂວງບໍ່ແກ້ວ ແລະ ເປັນການສ້າງຂະບວນການ ຫັດແໜ້ນສາມັກຄີພາຍໃນ
ກົມກອງໃຫ້ຫຼາຍຂື້ນຕື່ມອີກ.
Editor: ຕະວັນ ແສງສະຫວັນ